Monday, June 23, 2025
Kbank Laos โอน รับ จ่าย

ຊ່ວຍກັນໂຄສະນາ! ເພື່ອຄວບຄຸມການແຜ່ລະບາດ ຂອງພະຍາດໄຂ້ຍຸງລາຍ.

ເພື່ອເປັນການສະກັດກັ້ນ ພະຍາດໄຂ້ຍຸງລາຍ ແລະເພື່ອໃຫ້ຊື່ມວນຊົນ ໃຫ້ການຮ່ວມມືໃນການທຳລາຍແຫຼ່ງທີ່ຢູ່ຂອງໜອນນ້ຳຍຸງລາຍ ໃນວັນທີ 13 ກໍລະກົດ 2022 ພະແນກສາທາລະນະສຸກ ນະຄອນຫຼວງ ວຽງຈັນ ຮ່ວມກັບ ກົມສື່ມວນຊົນ, ສະມະຄົມນັກຂ່າວ ແລະ ບໍລິສັດ ຟ້າໃຫຍ່ມີເດຍ ຈຳກັດ ຈຶ່ງໄດ້ຈັດກອງປະຊຸມປຸກລະດົມສື່ມວນຊົນ ເພື່ອໂຄສະນາຄວບຄຸມ ການແຜ່ລະບາດຂອງພະຍາດໄຂ້ຍຸງລາຍ.

ທ່ານ ຊົງເລົາ ຢົງນູ ຄະນະປະຈຳພັກ ຫົວໜ້າຄະນະໂຄສະນາອົບຮົມ ນະຄອນຫຼວງວຽງຈັນ ໄດ້ໃຫ້ຄຳຄິດເຫັນ ຕໍ່ກອງປະຊຸມປຸກລະດົມສື່ມວນຊົນ ຄັ້ງນີ້ວ່າ: ເພື່ອໂຄສະນາຄວບຄຸມ ການລະບາດຂອງພະຍາດໄຂ້ຍຸງລາຍ ວຽກງານສາທາລະນະສຸກ ຫຼື ວຽກງານກ່ຽວກັບການຮັກສາສຸຂະພາບ ໂດຍສະເພາະການມີສ່ວນຮ່ວມໃນວຽກງານຕ້ານພະຍາດໄຂ້ຍຸງລາຍ ເມື່ອຟັງແລ້ວຄືຊິເຮັດບໍ່ຢາກ ແຕ່ການຈັດຕັ້ງປະຕິບັດຕົວຈິງແລ້ວ ແມ່ນວຽກງານໜຶ່ງທີ່ພົບຄວາມຫຍຸ້ງຍາກພໍສົມຄວນ ຍ້ອນວ່າປະຊາຊົນລາວ ເວົ້າລວມ, ເວົ້າສະເພາະແມ່ນຊາວນະຄອນຫຼວງ ຂອງພວກເຮົາ ສ່ວນຫຼາຍຍັງບໍ່ທັນເຂົ້າໃຈຢ່າງເລີກເຊິ່ງ ກ່ຽວກັບການມີສ່ວນຮ່ວມ ແລະ ເປັນເຈົ້າການຕ້ານພະຍາດໄຂ້ຍຸງລາຍ ໃນຄວາມເປັນຈິງແລ້ວ ການປ້ອງກັນ ແລະ ຕ້ານພະຍາດກັ່ງກ່າວ ແມ່ນໜ້າທີຂອງໝົດທຸກຄົນໃນສັງຄົມ ຍ້ອນວ່າສຸຂະພາບເປັນຂອງໝົດທຸກຄົນ

ພະຍາດໄຂ້ຍຸງລາຍສ່ວນໃຫ່ຍມັກເກີດ ຢູ່ບ່ອນທີ່ມີປະຊາກອນອາໄສຢູ່ຢ່າງໜາແໜ້ນ ຫຼື ໃນເທດສະບານເມືອງ ແລະ ເລີ່ມຂະຫຍາຍອອກສູ່ເຂດຊົນນະບົດ ເກີດມີຂື້ນແບບກະແຈກກະຈາຍທົ່ວໄປ ຈາກເຂດທີເຄີຍເກີດລະບາດ ໄປຫາເຂດທີບໍ່ເຄີຍມີໄຂ້ຍຸງລາຍມາກ່ອນ.

ສໍາລັບ ນະຄອນຫຼວງ ວຽງຈັນ ການລະບາດຂອງພະຍາດໄຂ້ຍຸງລາຍ ເລີ່ມແຕ່ຕົ້ນປີ ມາເຖິງ ວັນທີ 12 ກໍລະກົດ 2022  ທົ່ວນະຄອນຫຼວງ ວຽງຈັນ ມີຄົນເຈັບໄຂ້ຍຸງລາຍ ທັງໝົດ: 4.149 ກໍລະນີ, ເສຍຊີວິດ 05 ກໍລະນີ ມີກໍລະນີລາຍງານທັງໝົດ 09 ເມືອງ, ກວມເອົາ 363 ບ້ານ ເມືອງທີມີກໍລະນີແມ່ນ ເມືອງໄຊທານີ 01 ກໍລະນີ, ໄຊເສດຖາ 01 ກໍລະນີ, ຈັນທະບູລີ 02 ກໍລະນີ, ສີໂຄດຕະບອງ 01 ກໍລະນີ, ເມືອທຽບກັບຕົວເລກທົ່ວປະເທດ ນະຄອນຫຼວງ ວຽງຈັນ ກວມເອົາ 57%, ເຊິ່ງໃນທົ່ວປະເທດມີຄົນເຈັບໄຂ້ຍຸງລາຍ ທັງໝົດ 8.222 ກໍລະນີ, ເສຍຊີວິດ 12 ກໍລະນີ (ຂໍ້ມູນລາຍງານ ວັນທີ 12 ກໍລະກົດ 2022).

ເພື່ອປ່ຽນແປງພຶດຕິກຳຂອງປະຊາຊົນ ໄດ້ເອົາໃຈໃສ່ການປະຕິບັດ 5ປ ໃຫ້ໄດ້ຮັບຜົນສຳເລັດຢ່າງໃຫ່ຍຫຼວງ ແລະ ເປັນເຈົ້າການໃນການທຳລາຍ ແຫຼ່ງເພາະພັນໜອນນໍ້າຍຸງລາຍ ບໍໍ່ມີໜອນນໍ້າຍຸງລາຍບໍ່ມີໄຂ້ຍຸງລາຍ ເພາະວ່າຍຸງລາຍເກີດ ແລະ ແພ່ພັນຢູ່ນໍາເຮືອນຂອງປະຊາຊົນ ແລະ ສໍາຄັນອີກອັນໜຶ່ງ ຖ້າມີຄົນເປັນໄຂ້ແມ່ນໃຫ້ໄປກວດ ແລະ ປິ່ນປົວຢູ່ໂຮງໝໍຂອງລັດ ຫ້າມບໍ່ໃຫ້ຊື້ຢາມາກິນເອງ ຫຼື ໄປກວດຢູ່ຄຣີນິກ ຫຼື ໃສ່ນໍ້າທະເລຢູ່ເຮືອນ ເດັດຂາດ ເພາະອາດຈະພາໃຫ້ມີອາການສົນ ແລະ ພາໃຫ້ເສຍຊີວິດໄດ້.

ທ້າຍນີ້ຂໍໃຫ້ບຸກຄົນ, ຄອບຄົວ ແລະ ຊຸມຊົນ ຊ່ວຍກັນໃນການປະຕິບັດຫຼັກການ 5 ປ ຄື:

  • ປິດ:  ປິດຝາພາຊະນະໃນນອກເຮືອນ ແລະ ໃນເຮືອນ ບໍ່ໃຫ້ຍຸງໄຂ້ໃສ່.
  • ປ່ຽນ: ປ່ຽນນໍ້າໃນພາຊະນະ ແລະ ລ້າງຄັດຖູ ແລະ ຄັດຖູດ້ານໃນພາຊະນະເຊັ່ນ: ເຕົ້າດອກໄມ້, ຖ້ວຍຮອງຕີນຕູ້, ຖ້ານຮອງຈອກນໍ້າ ແລະ ອື່ນຯ ທີ່ເກັບນໍ້າ.
  • ປ່ອຍ: ປ່ອຍປາຫ່າງນົກຍຸງເພື່ອໃຫ້ປາກີນໜອນນໍ້າ.
  • ປັບປຸງ: ປັບປຸງອະນາໄມສິ່ງແວດລ້ອມອ້ອມຂ້າງເຮືອນບໍ່ໃຫ້ມີນໍ້າຂັງໃນກະໂປະ, ກະປ໋ອງ, ຮາງລິນ, ຢາງຕີນລົດເກົ່າ ແລະ ອື່ນຯ ຕາມເດີນບ້ານ.
  • ປະຕິບັດ: ປະຕິບັດ 4ຂໍ້ຂ້າງເທິງນີ້ເປັນປະຈຳທຸກຯອາທິດ ແລະ ຖ້າເປັນໄຂ້ໃຫ້ໄປປີ່ນປົວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ, ຫ້າມຊື້ຢາມາກີນເອງ.
ບົດ​ຄວາມ​ທີ່​ຜ່ານ​ມາ
ບົດ​ຄວາມ​ຕໍ່​ໄປ

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.