Friday, April 18, 2025

“ບຸນປ່າຊ້າ” ປະເພນີຄວາມເຊື່ອ ຊົນເຜົ່າຢັ້ງ ບ້ານ ນ້ຳຟ້າ, ເມືອງ ວຽງພູຄາ, ແຂວງ ຫຼວງນ້ຳທາ.

ຄວາມເຊື່ອກ່ຽວກັບການລ້ຽງ “ຜີປ່າຊ້າ” ກໍເປັນປະເພນີຄວາມເຊື່ອອີກອັນໜຶ່ງຂອງຊົນເຜົ່າຢັ້ງ ເປັນການເຮັດທານໃຫ້ແກ່ບັນພະບູລຸດ ຫຼື ຜີພໍ່ຜີແມ່ ຜູ້ທີ່ລ່ວງລັບໄປແລ້ວ ໃຫ້ມາຮັບເອົາຂອງທານທີ່ລູກຫຼານໄດ້ເຮັດທານໃຫ້, ເຊິ່ງການລ້ຽງຜີຂອງຊົນເຜົ່າຢັ້ງ ແມ່ນມີຄວາມສຳຄັນຫຼາຍ ເພາະເຂົາເຈົ້າເຊື່ອວ່າ ຊາດໜ້າມີຈິງ ຈຶ່ງມີການທານ ຫຼື ການລ້ຽງຜີບັນພະບູລຸດ ເພື່ອໃຫ້ເຂົາມີທຸກສິ່ງທຸກຢ່າງເມື່ອໄປເກີດໃນຊາດໜ້າ ແລະ ເປັນການຕອບແທນບຸນຄຸນທີ່ພໍ່ແມ່ລ້ຽງເຮົາມາຈົນເຕີບໃຫຍ່.

ໃນນັ້ນ, ການທານແມ່ນຈະທານໃຫ້ 3 ປີ, ເຊິ່ງແຕ່ລະປີ ແມ່ນຜູ້ທີ່ເປັນລູກ ຈະມີການໝູນວຽນກັນເຮັດທານ ສ່ວນຜູ້ທີ່ມີລູກຄົນດຽວ ແມ່ນຈະໄດ້ທານຄົນດຽວທັງ 3 ປີ. ການລ້ຽງ ຜີປ່າຊ້າ ແມ່ນຈັດຂຶ້ນທຸກໆ ປີ ພິທີກຳດັ່ງກ່າວແມ່ນຈະຈັດຂຶ້ນໃນມື້ຂຶ້ນ 3 ຄ່ຳ ເດືອນ 3 ຕາມປະຕິທິນຂອງຊົນເຜົ່າຢັ້ງ ເຊິ່ງກົງກັບມື້ຂຶ້ນ 3 ຄ່ຳເດືອນ 4 ສາກົນ ເຊິ່ງມື້ເລືອກດຳເນີນພິທີການລ້ຽງຜີ ແມ່ນຈະເລືອກເອົາມື້ດີທີ່ຊາວບ້ານໄດ້ເລືອກໄວ້ ເຊິ່ງການລ້ຽງຜີຊົນເຜົ່າຢັ້ງ ແມ່ນຈະຮູ້ຈັກກັນລະດັບທ້ອງຖີ່ນ.

ທ່ານ ຄຳຮູ້ໃຫຍ່ ເຕັມສົມບັດ, ຜູ້ເຖົ້າຜູ້ແກ່ຊົນເຜົ່າຢັ້ງ ປະຈຳບ້ານ ນ້ຳຟ້າ ກ່າວວ່າ ທຳອິດຊົນເຜົ່າຢັ້ງ ໄດ້ມາຕັ້ງຖີ່ນຖານທີ່ ບ້ານ ນ້ຳຟ້າ ແມ່ນຍັງບໍ່ທັນມີການເຊື່ອຖື ຫຼື ການທານຢູ່ໃນປ່າຊ້າເທື່ອ, ແຕ່ພາຍຫຼັງຢູ່ມາໄດ້ໄລຍະໜຶ່ງ ຄົນທີ່ເປັນລູກຂອງຜູ້ທີ່ເສຍຊີວິດ ໄດ້ຝັນເຫັນແມ່ເວົ້າວ່າ: “ສູນີ້ບໍ່ຮູ້ຕອບບຸນແທນຄຸນ ທີ່ແມ່ລ້ຽງມາຈົນໃຫຍ່ເນາະ, ເຮັດໃຫ້ແມ່ອຶດຫິວບໍ່ກິນບໍ່ທານໃຫ້ແມ່ເລີຍ  ໄປກິນໄປທານໃຫ້ແມ່ແດ່ ເພາະຕັ້ງແຕ່ແມ່ຕາຍໄປ ບໍ່ມີລູກຄົນໃດທານໃຫ້ແມ່ ຖ້າລູກໆ ບໍ່ກິນບໍ່ທານໃຫ້ແມ່ ແມ່ຈະເຮັດໃຫ້ສູເຈັບເປັນ, ເຮັດໄຮ່ເຮັດນາກໍບໍ່ງາມຄືຄົນອື່ນ ແລະ ຄ້າຂາຍກໍບໍ່ຂຶ້ນ” ຫຼັງຈາກທີ່ໄດ້ຟັງແນວນັ້ນ, ຈຶ່ງໄດ້ມີການເຕົ້າໂຮມ ແລະ ປືກສາຫາລືນຳເຖົ້າແກ່ພາຍໃນບ້ານ ວ່າຄວນເຮັດແນວໃດ ເຖົ້າແກ່ຈຶ່ງໄດ້ປືກສາ ແລະ ເຫັນດີວ່າຕ້ອງທານໃຫ້ 3 ປີ ເນື່ອງຈາກວ່າແຕ່ກ່ອນເຂົາເຈົ້າຈະມີລູກຫຼາຍຄົນ ເລີຍໃຫ້ແບ່ງກັນທານໃຫ້ຄົບ 3 ປີ

ການກະກຽມພິທີກຳ ໃນການຫ້າງຫາກະກຽມແມ່ນ ໄດ້ກະກຽມໄວ້ແຕ່ມື້ຂຶ້ນ 2 ຄ່ຳເດືອນ 3 ປະຊາຊົນແຕ່ລະເຮືອນແມ່ນໄດ້ເຮັດເຂົ້າຕົ້ມແໜບ, ກະກຽມທູບ, ທຽນ ແລະເຂົ້າໜົມຕ່າງໆ ໄວ້ ເພື່ອໄປໂຮມທານໃນເຮືອນທີ່ຈະທານໃຫ້ຜູ້ເປັນພໍ່ແມ່ນັ້ນ, ສ່ວນເຮືອນທີ່ຈະທານນັ້ນໄດ້ຫ້າງຫາກະກຽມສັດໄວ້ເຊັ່ນ: ໝູ, ໄກ່, ປາ ນອກຈາກນັ້ນ, ຍັງມີປະເພດເຂົ້າໜົມ, ເຜືອກ, ມັນ, ໝາກອຶ, ທູບ, ທຽນ, ເຄື່ອງດື່ມ ແລະ ເຄື່ອງໃຊ້ໃນການແຕ່ງກິນ ເພື່ອໄວ້ເອົາໄປປ່າຊ້າໃນມື້ຕໍ່ມາ.

ຂໍ້ຫ້າມໃນພິທີກຳນີ້ແມ່ນ ເວລາແຕ່ງກິນສຸກແລ້ວ ຈະບໍ່ໃຫ້ກິນອາຫານກ່ອນ ທີ່ຈະທານໃຫ້ຜີ, ຕ້ອງໄດ້ເອົາມາໃສ່ໃຫ້ຜີກ່ອນ ແລ້ວໃຫ້ໝໍພອນກ່າວຄຳໝໍໃຫ້ຜີມາກິນກ່ອນ ແລ້ວຈຶ່ງສາມາດກິນໄດ້.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.