3 ໂຄງການຕົວແບບທີ່ດີ ໃນການພັດທະນາແບບຍືນຍົງ.

ໂຄງການພັດທະນາດອຍຕຸງ (ຈັງຫວັດຊຽງຣາຍ), ໂຄງການຮ້ອຍໃຈຮັກ ແລະ ສະຖານີກະເສດຫຼວງດອຍອິນທະນົນ (ຈັງຫວັດຊຽງໃໝ່) ແມ່ນເປັນໂຄງການທີ່ນອນຢູ່ໃນ ມູນນິທິແມ່ຟ້າຫຼວງ ທີ່ສົມເດັດຍ່າ ແຫ່ງຣາຊະອານາຈັກໄທ ໄດ້ລິເລີ່ມສ້າງຂຶ້ນ ຕັ້ງແຕ່ປີ 1988 ເປັນຕົ້ນມາ ຈົນມາຮອດປັດຈຸບັນ.

ສວນກາເຟ ດອຍຕຸງ

ເຊິ່ງທັງ 3 ໂຄງການດັ່ງກ່າວ ຖືວ່າເປັນຕົວແບບໃນການພັດທະນາແບບຍືນຍົງ ທີ່ສາດມາດຟື້ນຟູຊິວິດການເປັນຢູ່ຂອງປະຊາຊົນໃນເຂດພູດອຍ ໃຫ້ມີຊີວິດທີ່ດີຂຶ້ນໄດ້, ອີກທັງຍັງເປັນໂຄງການທີ່ຟື້ນຟູປ່າໄມ້ທີ່ເຄີຍຖືກທຳລາຍໃຫ້ກັບມາອຸດົມສົມບູນອີກຄັ້ງ, ເຮັດໃຫ້ປະຊາຊົນມີບ່ອນທຳມາຫາກິນ, ສາມາດສ້າງລາຍຮັບໄດ້ ແລະ ການສົ່ງເສີມການປູກພືດກະສິກຳ ທີ່ເປັນສິ່ງທົດແທນພືດເສບຕິດໄດ້ເປັນຢ່າງດີ. ນອກຈາກນີ້ ກໍຍັງສ້າງຈຸດຕ່າງໆ ຢູ່ໃນໂຄງການ ເປັນບ່ອນສາທິດເພື່ອໃຫ້ຜູ້ທີ່ມີຄວາມສົນໃຈ ແລະ ນັກທ່ອງທ່ຽວ ໄດ້ເຂົ້າມາຮຽນຮູ້.

ຄະນະຈາກ ສປປ ລາວ ສາທິດການຍ້ອມສີແບບທຳມະຊາດ ທີ່ສູນຫັດຖະກຳດອຍຕຸງ

ທ່ານນາງ ຈິຣັດສະຍາ ພີຣານົນ, ອັກຄະຣາຊະທູດໄທ ປະຈຳ ສປປ ລາວ ກ່າວວ່າ ໃນໂອກາດທີ່ໄດ້ພາພາຄະນະຈາກ ສປປ ລາວ ມາເບິ່ງວຽກທີ່ ໂຄງການດັ່ງກ່າວ ຢູ່ຈັງຫວັດຊຽງຣາຍ ແລະ ຊຽງໃໝ່ ໃນລະຫວ່າງ ວັນທີ 17-21 ກໍລະກົດ 2022 ແມ່ນເປັນການເບິ່ງວຽກໃນພາບ ລວມຂອງ ໂຄງການພັດທະນາແບບຍືນຍົງ, ໂດຍທາງຄະນະຈາກ ສປປ ລາວ ຖ້າມີຄວາມສົນໃຈໃນການເຮັດກະສິກຳແບບໃດ ຫຼື ຢາກຮຽນຮູ້ໃນໂຄງການໃດ ເປັນຕົ້ນ ການເຮັດການກະເສດ-ການປະມົງໃນທີສູງ, ການປູກພືດລະດູໜາວ ຫຼື ຮູບແບບການພັດທະນາເຂດພູດອຍແບບຍືນຍົງ ແມ່ນສາມາດລະບຸ ແລະ ນຳສະເໜີຕໍ່ສະຖານທູດໄທ ປະຈຳ ສປປ ລາວ ໄດ້ ເພື່ອຈະໄດ້ນຳເອົານັກວິຊາ ການຈາກ ສປປ ລາວ ໄປແລກປ່ຽນຄວາມຮູ້ໃນຂະແໜງການທີ່ກ່ຽວຂ້ອງໂດຍກົງ ເພື່ອນຳເອົາຄວາມຮູ້ ແລະ ປະສົບການຕົວຈິງໄປປັບໃຊ້ທີ່ປະເທດລາວຕໍ່ໄປ.

ສວນກະເສດອິນຊີ ດອຍອິນທະນົນ

ສຳລັບ ພື້ນທີ່ທາງພາກເໜືອຂອງ ສປປ ລາວ ເປັນຕົ້ນ ຜົ້ງສາລີ, ອຸດົມໄຊ, ຫຼວງນ້ຳທາ ແລະ ຫຼວງພະບາງ ສາມາດປູກພືດທຸກຊະນິດຄືກັບ ດອຍຕຸງໄດ້ບໍ່?

ອີງຕາມຄວາມຄິດເຫັນຂອງນັກວິຊາການແລ້ວ! ຫຼາຍພື້ນທີ່ທາງພາກເໜືອຂອງລາວ ສາມາດປູກພືດຫຼາຍຊະນິດເຊັ່ນດຽວກັນກັບດອຍຕຸງໄດ້ ເນື່ອງຈາກມີສະພາບອາກາດທີ່ຄ້າຍຄືກັນ ໂດຍສະເພາະແມ່ນພືດ ແມັກຄາເດເມຍ (Macadamia) ທີ່ໜ້າຈະປູກໄດ້ດີ, ສ່ວນກາເຟ ແມ່ນຍັງຕ້ອງໄດ້ສຳຫຼວດເບິ່ງພື້ນທີ່ອີກເທື່ອໜຶ່ງ.

ສວນພືດ ແມັກຄາເດເມຍ (Macadamia) ດອຍຕຸງ

ຢ່າງໃດກໍຕາມ ກໍຄວນຕ້ອງມີການພິຈາລະນາເລື່ອງຄຸນລັກສະນະຂອງດິນ, ອາຫານ, ປະລິມານນ້ຳປະກອບ ເຊິ່ງຈຳເປັນຕ້ອງມີການທົດລອງເຮັດສວນສາທິດ ພ້ອມທັງ ຄ່ອຍໆ ປັບວິທີການປູກ ແລະ ປັບຄຸນນະພາບດິນ ໄປພ້ອມໆກັນ.

ໃນສ່ວນຂອງພືດທີປູກທົດແທນຝິ່ນຢູ່ທາງພາກເໜືອຂອງລາວ ແມ່ນມີໂຄງການຂອງ UN ເຂົ້າມາຊ່ວຍເຫຼືອແລ້ວ ເຊັ່ນ ການປູກກາເຟທົດແທນ, ສຳລັບທາງ ຄະນະກຳມະການປ້ອງກັນ ແລະ ປາບປາມຢາເສບຕິດ (ປປສ) ແມ່ນມີໂຄງການປູກພືດທົດແທນ ກັນຊາ ໃນພື້ນທີ່ແຂວງ ບໍລິຄຳໄຊ ຂອງລາວ.

ໃນຂະນະດຽວກັນ ກົມການຮ່ວມມືລະຫວ່າງປະເທດ ຫຼື TICA ກໍຈະໃຫ້ຄວາມຊ່ວຍເຫຼືອທາງດ້ານການຝຶກອົບຮົບ ແລະ ພັດທະນາສູນການຮຽນຮູ້ທາງດ້ານກະສິກຳໄປຢ່າງຕໍ່ເນື່ອງ.

ອ່າງລ້ຽງປາ ເຣນໂບເທຼົ້າ ແລະ ປາສະເຕີຈ້ຽນ ທີ່ສູນກະເສດຫຼວງ ດອຍອິນທະນົນ
ປາເຣນໂບເທຼົ້າ
ຄາເວຍ ຈາກປາສະເຕີຈ້ຽນ

ດ້ານທ່ານ ສົມບູນ ເຮືອງວົງສາ, ຮອງເຈົ້າແຂວງ ຈຳປາສັກ ໜຶ່ງໃນຄະນະທີ່ໄດ້ເດີນທາງໄປເບິ່ງວຽກໃນໂຄງການພັດທະນາແບບຍືນຍົງ ທີ່ຈັງຫວັດຊຽງຣາຍ ແລະ ຊຽງໃໝ່ ໄດ້ໃຫ້ຄຳຄິດເຫັນວ່າ ສຳລັບໂຄການແຕ່ລະບ່ອນທີ່ທາງຄະນະ ສປປ ລາວ ຂອງພວກເຮົາໄດ້ມີໂອກາດມາທັດສະນະສຶກສາເບິ່ງນັ້ນ ບໍ່ວ່າຈະເປັນໂຄງການພັດທະນາດອຍຕຸງ (ຈັງຫວັດຊຽງຣາຍ), ໂຄງການຮ້ອຍໃຈຮັກ ແລະ ສະຖານີກະເສດຫຼວງດອຍອິນທະນົນ (ຈັງຫວັດຊຽງໃໝ່) ລ້ວນແລ້ວແຕ່ເປັນໂຄງການຕົວແບບທີ່ດີຫຼາຍ ໃນການພັດທະນາແບບຍືນຍົງ ເຊິ່ງທາງຄະນະ ສປປ ລາວ ພວກເຮົາຈະໄດ້ຄົ້ນຄວ້າສຶກສາເບິ່ງຕື່ມ ໃນສິ່ງຕ່າງໆຈາກໂຄງການທີ່ມີຄວາມເປັນໄປໄດ້ ເພື່ອສົ່ງວິຊາການສະເພາະດ້ານມາແລກປ່ຽນຄວາມຮູ້ ແລະ ນຳໄປພັດທະນາຕໍ່ຍອດທີ່ ສປປ ລາວຕໍ່ໄປ.

ນັກສຶກສາລາວທີ່ໄດ້ຮັບທຶນຮຽນຕໍ່ ທີ່ ມະຫາວິທະຍາໄລແມ່ໂຈ້ ແລະ ມະຫາວິທະຍາໄລ/ຊຽງໃໝ່ ຕ້ອນຮັບຄະນະຈາກ ສປປ ລາວ ໃນວັນທີ 19 ກໍລະກົດ 2022 ທີ່ ຈັງຫວັດຊຽງໃໝ່

ນອກຈາກນີ້ ກໍຍັງຮຽກຮ້ອງໃຫ້ນັກສຶກສາລາວ ທີ່ໄດ້ຮັບທຶນຈາກ TICA ໄປສຶກສາຕໍ່ໃນດ້ານຕ່າງໆ ທີ່ ມະຫາວິທະຍາໄລແມ່ໂຈ້ ແລະ ມະຫາວິທະຍາໄລຊຽງໃໝ່ ໃຫ້ຕັ້ງໃຈສຶກສາເອົາຄວາມຮູ້ໃນດ້ານຕ່າງ ເພື່ອນຳເອົາຄວາມຮູ້ດັ່ງກ່າວນັ້ນ ໄປພັດທະນາປະເທດໃນອະນາຄົດ.  

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.