ພຣະພຸດທະເຈົ້າໄດ້ກ່າວເຖິງຂັນຫ້າແທ້! ແຕ່ບໍ່ແມ່ນ ທຽນຫ້າຄູ່ ແລະ ດອກໄມ້ ຫ້າຄູ່. ຂັນຫ້າຕາມຄວາມໝາຍຂອງ ພຣະພຸດທະເຈົ້າ ແມ່ນ ເລື່ອງຂອງ ອະລິຍະສັດ ໂດຍໝາຍເຖິງ ຮູບປະທັມ ແລະ ນາມມະທັມ ທັງຫ້າ ທີ່ພາໃຫ້ເກີດເປັນຊີວິດຄົນເຮົານັ້ນເອງ ເຊິ່ງປະກອບມີ 5 ຂັນ ດັ່ງລຸ່ມນີ້:

ພາບປະກອບ

1. ຮູບຂັນ: ໝາຍເຖິງ ສ່ວນທີ່ເປັນຮ່າງກາຍ, ພຶດຕິກຳ, ຄຸນລັກຊະນະຕ່າງໆ ຂອງຮ່າງກາຍ ແລະ ສ່ວນປະກອບທີ່ເປັນຮູບປະທັມທັງໝົດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

2. ເວທະນາຂັນ: ໝາຍເຖິງ ກອງເວທະນາ ທີ່ເປັນຄວາມສຸກ, ຄວາມທຸກ, ຄວາມພໍໃຈ, ຄວາມບໍ່ພໍໃຈ.

3. ສັນຍາຂັນ: ໝາຍເຖິງ ກອງສັນຍາ ທີ່ເປັນຄວາມຈື່ຈຳໃນອາດີດທີ່ໄດ້ຮັບ.

4. ສັງຂານຂັນ: ໝາຍເຖິງ ກອງສັງຂານ ສ່ວນທີ່ເປັນການປຸງແຕ່ງຂອງຈິດ, ຄິດມະໂນໄປເອງວ່າ ສິ່ງນີ້ອາດຈະເກີດ ສິ່ງນັ້ນອາດຈະເກີດ.

5. ວິນຍານຂັນ: ໝາຍເຖິງ ກອງວິນຍານ ຫຼື ຈິດ ທີ່ເປັນການຮູ້ແຈ້ງຜ່ານ ຫູ, ຕາ, ດັງ, ລີ້ນ, ກາຍ ແລະ ໃຈ.​

ເຊິ່ງຂັນທັງ 5 ຢ່າງນີ້ ຈະມີການເກີດຂື້ນ, ຕັ້ງຢູ່ ແລະ ດັບໄປ ຕະຫຼອດເວລາ ເຮົາບໍ່ສາມາດບັງຄັບມັນໄດ້ ແຕ່ເຮົາສາມາດຮັບຮູ້ມັນໄດ້ ແລະ ຢູ່ກັບມັນໃຫ້ໄດ້. ສິ່ງເລົ່ານີ້ແມ່ນທາດແທ້ຂອງຂັນ 5 ຕາມຫຼັກຄຳສອນຂອງພຣະພຸດທະເຈົ້າ.

ແຕ່ປະຈຸບັນ ເຫັນຫຼາຍຄົນນຳໃຊ້ຂັນ 5 ທີ່ປະກອບດ້ວຍ ດອກໄມ້ ແລະ ທຽນ 5 ຄູ່ ເພື່ອນຳໃຊ້ໃນການປະກອບພິທີກຳຕ່າງເຊັ່ນ: ການຂໍຂະມາ, ການນິມົນຕ່າງໆ ເຊິ່ງທາດແທ້ຂອງການຂໍຂະມາດ້ວຍການຍົກຂັນ 5 ກາບນັ້ນ ແມ່ນການເອົາຂັນທັງ 5 ຄື ຮູບ, ເວທະນາ, ສັນຍາ, ສັງຂານ ແລະ ວິນຍານ ນອບນ້ອມໃສ່ຜູ້ທີ່ເຮົາຕ້ອງການຂໍຂະມາ.

ສະນັ້ນ, ການຂໍຂະມາ ໃນບາງເທື່ອ ແມ່ນບໍ່ຈຳເປັນຕ້ອງມີຂັນ 5 ທີ່ເປັນດອກໄມ້ 5 ​ຄູ່ ທຽນ 5 ຄູ່ກໍໄດ້, ສິ່ງທີ່ເຈົ້າຄວນມີແມ່ນ ຮູບ, ເວທະນາ, ສັນຍາ, ສັງຂານ ແລະ ວິນຍານ.

ແຕ່ຖ້າມີກໍດີ ເພາະເປັນການຮັກສາ ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມ.

ໂດຍ: ພຸດທະໂອດ

Hits: 13

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້