Monday, May 19, 2025
Kbank Laos โอน รับ จ่าย

ເລືອກລະບົບອອນລາຍ ຂະຫຍາຍຖານລູກຄ້າ ເຮັດໃຫ້ກິດຈະການດີຂຶ້ນ

ຮ້ານ ລ້ານປັ່ນ ເປັນຮ້ານຂາຍນ້ຳປັ່ນທຸກປະເພດ ທີ່ເລືອກນຳໃຊ້ການຂາຍຜ່ານລະບົບອອນລາຍເປັນຕົວຂະຫຍາຍຖານລູກຄ້າໃຫ້ຫຼາຍຂຶ້ນ ຈົນເຮັດໃຫ້ທຸລະກິດມີຄວາມໝັ້ນຄົງ ແລະ ມີລູກຄ້າມາໃຊ້ບໍລິການເປັນປະຈຳ.

ນາງ ນິດຖະພອນ ແຕມວົງສາ, ເຈົ້າຂອງ ຮ້ານລ້ານປັ່ນ ກ່າວວ່າ ຮ້ານຂອງເພິ່ນເປີດມາໄດ້ 5 ປີແລ້ວ ສາເຫດທີ່ຕັ້ງຊື່ຮ້ານຮ້ານປັ່ນ ກໍເພື່ອຢາກໃຫ້ໄດ້ປັ່ນມື້ລະລ້ານຈອກ ແລະ ອີກຢ່າງກໍເປັນເພາະເຈົ້າຂອງຮ້ານຫົວລ້ານນຳ ອິອິອິ!!!.

ແຕ່ສຳລັບອອນລາຍ ແມ່ນເລີ່ມເຮັດມາໃນຊ່ວງປີ 2019 ໂດຍການສ້າງເພຈ ທີ່ເປັນຂອງຮ້ານເອງ ແລະ ກໍໂພສລົງເຟສບຸກສ່ວນຕົວນຳ ເພື່ອໃຫ້ລູກຄ້າໄດ້ຮູ້ຈັກຫຼາຍຂຶ້ນ ອີກທັງເປັນຊ່ອງທາງໜຶ່ງໃນການຂາຍນຳ.

ການຂາຍອອນລາຍ ເມື່ອທຽບກັບ ຂາຍໜ້າຮ້ານ ຂ້ອນຂ້າງຈະແຕກຕ່າງກັນ ຖ້າຂາຍສະເພາະແຕ່ໜ້າຮ້ານກໍຈະເຮັດໃຫ້ມີແຕ່ລູກຄ້າເກົ່າທີ່ເຄີຍມາຊື້, ສ່ວນການຂາຍອອນລາຍ ເຮັດໃຫ້ເປີດກວ້າງຮ້ານເຮົາ ໃຫ້ເປັນທີ່ຮູ້ຈັກກັນຫຼາຍຂຶ້ນ ບໍ່ສະເພາະແຕ່ນ້ອງນັກຮຽນທີ່ເປັນລູກຄ້າປະຈຳ ແຕ່ຍັງເປັນທີ່ຮູ້ຈັກຂອງພະນັກງານຢູ່ບໍລິສັດຕ່າງໆນຳອີກ.

ການຂາຍອອນລາຍກໍມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ສຳລັບຮ້ານລ້ານປັ່ນແລ້ວ ຂໍ້ຫຍຸ້ງຍາກກໍຈະເປັນຊ່ວງຂາຍອອນລາຍໃໝ່ໆ ທີ່ເຮົາຍັງໄດ້ເລາະສົ່ງລູກຄ້າດ້ວຍຕົນເອງຢູ່, ແຕ່ພໍຂາຍໄປດົນລູກຄ້າເລີ່ມຫຼາຍ ເລີ່ມມີຄົນຮູ້ຈັກຮ້ານເຮົາ ແລະ ສັ່ງຫຼາຍຂຶ້ນເຮົາກໍໄດ້ໃຫ້ ໄຣເດີ ໄປສົ່ງແທນ.

ສ່ວນຂໍ້ສະດວກ ຂອງການຂາຍອອນລາຍ ກໍຄືການທີ່ເຮົາບໍ່ຈຳເປັນຕ້ອງລົງໄປໂຄສະນາ ຫາລູກຄ້າດ້ວຍຕົນເອງ ພຽງແຕ່ເຮົາໂຄສະນາສິນຄ້າທີ່ຮ້ານເຮົາຂາຍ ຜ່ານທາງອອນລາຍ ກໍສາມາດເຮັດໃຫ້ໄດ້ລູກຄ້າໃໝ່ຮູ້ຈັກໄດ້ ແລະ ຂໍສະດວກອີກອັນໜຶ່ງ ຂອງການຂາຍອອນລາຍ ກໍເພື່ອຄວາມສະດວກຂອງລູກຄ້າ ທີ່ຢາກກິນນ້ຳປັ່ນຮ້ານເຮົາໂດຍການສັ່ງຜ່ານເພຈຂອງຮ້ານໄດ້ເລີຍ ຈະມີບໍລິການຈັດສົ່ງໃຫ້ລູກຄ້າເຖິງທີ່.

ຜົນດີຂອງການຂາຍອອນລາຍ ເຮັດໃຫ້ຖານລູກຄ້າໝັ້ນຄົງ, ຄົນຮູ້ຈັກຫຼາຍຂຶ້ນ, ມີກຸ່ມເປົ້າໝາຍຫຼາຍຂຶ້ນ ບໍ່ແມ່ນສະເພາະແຕ່ລູກຄ້າເກົ່າ ແຕ່ເຮົາໄດ້ຮັບລູກຄ້າໃໝ່ເຂົ້າມາທຸກມື້.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້