ແຍກໃຫ້ອອກ ໄຂ້ເລືອດອອກ ກັບ ໂຄວິດ-19

ຊ່ວງທີ່ສະພາບອາກາດຮ້ອນ ແລະ ມີຝົນຕົກແບບນີ້! ເຮັດໃຫ້ຫຼາຍພື້ນທີ່ມີນໍ້າຂັງ ຈົນກາຍເປັນແຫຼ່ງເພາະພັນຍຸງລາຍ ເຮັດໃຫ້ຈໍານວນຜູ້ຕິດເຊື້ອສູງຂຶ້ນໃນທຸກໆມື້ ແລະ ນອກຈາກໄຂ້ເລືອດອອກແລ້ວ ກໍຍັງມີ ໂຄວິດ-19 ທີ່ຍັງມີການລະບາດຢ່າງຕໍ່ເນື່ອງເຊັ່ນກັນ, ເຊິ່ງເຮົາບໍ່ຄວນຖືເບົາເພາະທັງສອງພະຍາດນີ້ລ້ວນແຕ່ມີຜົນກະທົບຕໍ່ສຸຂະພາບຂອງເຮົາ.

ເຖິງວ່າພະຍາດທັງສອງຢ່າງ ຈະມີອາການທີ່ຄ້າຍຄືກັນໃນເບື້ອງຕົ້ນ ແຕ່ເຮົາກໍຍັງສາມາດຮູ້ໃນເບື່ອງຕົ້ນໄດ້, ແຕ່ເພື່ອບໍ່ເປັນການໃຫ້ສັບສົນກັນ ເຮົາມາຮູ້ຈັກກັບທັງສອງພະຍາດ ທັງໄຂ້ເລືອດອອກ ແລະ ໂຄວິດ-19 ນໍາກັນວ່າມີຄວາມຕ່າງກັນແນວໃດ?

ສຳລັບອາການຂອງ ໄຂ້ເລືອດອອກ ແລະ ໂຄວິດ-19 ມີຄວາມແຕກຕ່າງກັນຄື:

ໄຂ້ເລືອດອອກ: ໄຂ້ມັກສູງຢູ່ປະມານ 2-7 ວັນ, ມີອຸນຫະພູມຫຼາຍກວ່າ 38,5 ອົງສາ, ໜ້າແດງ, ປວດຫົວ, ເມື່ອຍ, ເບື່ອອາຫານ, ມີອາການປວດຮາກ ຖ້າວ່າຮຸນແຮງກໍອາດຈະຖ່າຍໜັກເປັນສີດຳ ຫຼື ເປັນເລືອດໄດ້ ແລະ ອາດຈະເເປັນຈຸດແດງໆ ຕາມຜິວໜັງ ສ່ວນຫຼາຍບໍ່ພົບນໍ້າມູກໄຫຼ, ແຕ່ຫາຍໃຈລໍາບາກ ຫຼື ປອດອັກເສບ.

ໂຄວິດ-19: ໄຂ້ຕໍ່າ ເຖິງສູງ ຫຼາຍກວ່າ 37,5 ອົງສາ ມີອາການປວດເມື່ອຍຕົວຕົນຕາມໂຕ, ເຈັບຄໍ, ໄອແຫ້ງ ຫຼື ມີເສມຫະ, ມີນໍ້າມູກ, ຫອບເມື່ອຍຫາຍໃຈລໍາບາກ ຖ້າໃນກໍລະນີທີ່ຮຸນແຮງກໍອາດຈະເປັນປອດອັກເສບ ລວມໄປເຖິງມີອາການຖອກທ້ອງໃນບາງກໍລະນີ.

ສຳລັບວິທີການປ້ອງກັນໃຫ້ຫ່າງໄກຈາກ ໄຂ້ເລືອດອອກ ສາມາດປ້ອງກັນໄດ້ດ້ວຍການທຳລາຍແຫຼ່ງເພາະພັນຍຸງລາຍ (ພາຊະນະທີ່ອາດມີນໍ້າຂັງ) ແລະ ປ້ອງກັນບໍ່ໃຫ້ຍຸງລາຍມາກັດເຮົາເຊັ່ນ ຕ້ອງນອນໃນມຸ້ງ ຫຼື ທາໂລຊັນກັນຍຸງ.

ສຳລັບວິທີການປ້ອງກັນ ໂຄວິດ-19 ທາງດີທີ່ສຸດແມ່ນການສັກວັກຊີນປ້ອງກັນ ແລະ ປະຕິບັດຕາມມາດຕະການທີ່ທາງຄະນະສະເພາະກິດວາງອອກເຊັ່ນ: ໝັ່ນລ້າງມືດ້ວຍນໍ້າ ແລະ ໃສ່ສະບູ ຫຼື ເຈວແອວກໍຮໍ, ຮັກສາໄລຍະຫ່າງ 1-2 ແມັດ, ຮັກສາຄວາມສະອາດຢູ່ເລື່ອຍໆ, ຫຼີກລ້ຽງສະຖານທີ່ແອອັດ ແລະ ໃສ່ຜ້າອັດປາກທຸກຄັ້ງເມື່ອອອກໄປຂ້າງນອກ.

ຈາກທີ່ກ່າວມາຂ້າງເທິງຈະເຫັນວ່າ ອາການເບື້ອງຕົ້ນຂອງທັງສອງໂຣກ ແມ່ນມີສ່ວນທີ່ຄ້າຍຄືກັນຢູ່ ແຕ່ວ່າ ໂຄວິດ-19 ນອກຈາກມີໄຂ້, ໄອ ແລ້ວ ຜູ້ປ່ວຍຍັງຮູ້ສຶກປວດເມື່ອຍຕາມຕົນຕາມໂຕ ມີອາການຫອບຫາຍໃຈລໍາບາກ ເຊິ່ງຫາກວ່າມີອາການເຫຼົ່ານີ້ກໍຄວນໄປພົບແພດເພື່ອກວດເບິ່ງໂຣກ ແລະ ຮັກສາ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...