ຊື່ນຊົມຜົນງານ! ນ້ອງພອນທະວີ ຊ່າງແກະສະຫຼັກຍິງ ຈາກສະຖາບັນວິຈິດສິນແຫ່ງຊາດ.

ນາງ ພອນທະວີ ແສງສຸລີ (ພອນ), 27ປີ, ນັກສຶກສາປີສຸດທ້າຍ ສາຂາ ແກະສະຫຼັກ, ສະຖານບັນວິຈິດສິນແຫ່ງຊາດ ເວົ້າໄດ້ວ່າ ເປັນແມ່ນຍິງລາວ ອີກຄົນ ໜຶ່ງທີ່ມັກຮັກໃນສາຍວິຈິດສິນ ໂດຍສະເພາະແມ່ນການແກະສະຫຼັກ ເຊິ່ງເຂົາໄດ້ສ້າງ ຜົນງານອອກມາຫຼາກຫຼາຍຜົນງານ ຈາກແນວຄວາມຄິດຂອງເຂົາເອງ.

ພອນທະວີ ບອກວ່າ ເຫດຜົນທີ່ເລືອກຮຽນສາຍວິຈິດສິນ ສາຂາ ແກະສະຫຼັກ ໂດຍສະເພາະໃນນາມທີ່ເຮົາເປັນແມ່ຍິງ ຍ້ອນວ່າມີຄວາມມັກທາງດ້ານການຄວັດ ແລະ ຄິດວ່າມັນທ້າທາຍດີ ບໍ່ວ່າຈະເປັນແມ່ຍິງ ຫຼື ຜູ້ຊາຍ ກໍສາມາດຮຽນ ແລະ ສ້າງສັນຜົນງານອອກມາໄດ້ດີ ເຊັ່ນກັນ, ນອກຈາກນີ້ ຍັງມີຄວາມມັກທາງດ້ານນີ້ ມາດົນແລ້ວແຕ່ຄາວຍັງນ້ອຍ, ໂດຍທາງຄອບຄົວກໍໃຫ້ການສະຫນັບສະໜັບ ສະໜຸນ ແລະ ສົ່ງເສີມທາງດ້ານການສຶກສາ ບໍ່ວ່າຈະເປັນດ້ານວັດຖຸເງິນຄຳຕ່າງໆ ເພື່ອນຳມາໜູນໃຊ້ເຂົ້າໃນການສຶກສາຮໍ່າຮຽນຂອງນ້ອງເອງ.

ໃນການເຂົ້າມາສຶກສາຕໍ່ໃນສາຍນີ້ ນ້ອງໄດ້ຮຽນຮູ້ຫຼາຍໆ ຢ່າງກ່ຽວກັບເທັກນິກ ແລະ ອຸປະກອນຕ່າງໆໃນການແກະສະຫຼັກ, ບໍ່ວ່າຈະດ້ວຍການຄວັດແກະສະຫຼັກໃນຮູບ ແບບລອຍໂຕ, ແບບນູນສູງ-ນູນຕໍ່າ ແລະ ແບບອື່ນໆ ລວມໄປເຖິງການຮຽນຮູ້ການ ນໍາໃຊ້ອຸປະກອນ ເປັນຕົ້ນແມ່ນການນຳໃຊ້ສິ່ວຄວັດໄມ້, ອຸປະກອນເຄື່ອງຈັກໄຟຟ້າ ອີກຫຼາຍໆ ຢ່າງ ເຂົ້າມາໝູນໃຊ້ໃນການຄວັດແກະສະຫຼັກອີກດ້ວຍ.

ເວົ້າເຖິງຄວາມຍາກງ່າຍໃນການແກະສະຫຼັກ ສຳລັບນ້ອງແລ້ວຄິດວ່າ ນ້ອງເອງເປັນແມ່ຍິງ ເລີຍບໍ່ມີກຳລັງແຮງ ເທົ່າກັບຜູ້ຊາຍໃນການສ້າງສັນຜົນງານ ແລະ ການນໍາໃຊ້ອຸປະກອນເຄື່ອງຈັກຕ່າງໆ ກໍບໍ່ຄ່ອຍສະດວກປານໃດໃນການ ສ້າງສັນຜົນງານ ເຊິ່ງອາດຈະເປັນສິ່ງທ້າທາຍສຳລັບນ້ອງໃນການສ້າງຜົນງານ.

“ວຽກແກະສະຫຼັກ ບໍ່ຈຳເປັນຕ້ອງເປັນຜູ້ຊາຍແລ້ວຈຶ່ງຈະສາມາດຮຽນ ຫຼື ສ້າງສັນ ຜົນງານດ້ານນີ້ໄດ້ ເປັນແມ່ຍິງກໍສາມາດຮຽນສາຍນີ້ ແລະ ສ້າງສັນຜົນງານແກະ ສະຫຼັກໄດ້ເຊັ່ນກັນ ຂໍພຽງແຕ່ເຮົາມີຈິດໃຈມັກຮັກໃນດ້ານນີ້” ພອນທະວີ ກ່າວ.

ສ່ວນຜົນງານແກະສະຫຼັກຂອງນ້ອງທີ່ໄດ້ສ້າງຂຶ້ນມາແມ່ນມີຫຼາກຫຼາຍຜົນງານ ແລະ ສິ່ງທີ່ນ້ອງຄິດວ່າໂດດເດັ່ນ ແລະ ມັກທີ່ສຸດສໍາລັບນ້ອງແມ່ນຜົນງານ ສິລະປະນິພົນ ຈົບຊັ້ນປະລິນຍາຕີຂອງນ້ອງເອງ.

ເວົ້າເຖິງການສ້າງຜົນງານແຕ່ລະອັນ ກ່ອນອື່ນຕ້ອງໄດ້ກະກຽມຫຼາຍຢ່າງເຊັ່ນ: ໄມ້ທີ່ຈະນຳມາສ້າງສັນຜົນງານ, ສິ່ວ, ຄ້ອນຕອກສິ່ວ, ອຸປະກອນເຄື່ອງຈັກໄຟຟ້າ ແລະ ອຸປະກອນອື່ນໆ… ເຊິ່ງການສ້າງສັນຜົນງານແຕ່ລະງານ ມັນກໍຂຶ້ນຢູ່ກັບຄວາມຍາກ ງ່າຍຂອງງານທີ່ເຮົາສ້າງ ຖ້າງານງ່າຍກໍຈະໃຊ້ເວລາໃນການຄວັດປະມານ 3 ມື້ ຫາ 1 ອາທິດ ຕໍ່ງານຈຶ່ງຈະສຳເລັດ, ແຕ່ຖ້າຫາກຜົນງານໃດຍາກ ມີອົງປະກອບຫຼາຍຢ່າງ ກໍຈະໃຊ້ເວລາໃນການສ້າງງານດົນແດ່ ປະມານ 1-2 ອາທິດ ບາງຄັ້ງກໍໃຊ້ເວລາເປັນ ເດືອນຈຶ່ງຈະສໍາເລັດງານ.

ນ້ອງຄິດວ່າອາຊີບແກະສະຫຼັກສາມາດລ້ຽງຊີບເຮົາໄດ້ປະມານໜຶ່ງ ເພາະໃນອະນາຄົດ ສຳລັບນ້ອງແລ້ວຄິດວ່າ ມັນຕ້ອງມີອາຊີບເສີມ ຫຼື ລາຍໄດ້ເສີມຈາກສ່ອງທາງອື່ນໆ ນຳອີກ.

ນອກຈາກງານແກະສະຫຼັກແລ້ວ ນ້ອງຍັງມັກຮັກໃນການແຕ້ມຮູບນຳ ເວລາຫວ່າງ ກໍຝຶກຝົນໂຕເອງໃນການແຕ້ມອີກເພາະການແຕ້ມກໍມີຄວາມສຳຄັນ ແລະ ຈໍາເປັນ ເຊັ່ນກັນ ຕໍ່ກັບວຽກງານແກະສະຫຼັກ, ເພາະວ່າກ່ອນທີ່ເຮົາຈະສ້າງສັນຜົນງານໃດ ໜຶ່ງອອກມາ ກໍຕ້ອງຜ່ານການແຕ້ມແບບ ຫຼື ວ່າອອກແບບກ່ອນຈຶ່ງຈະສາມາດ ນຳໄປຄວັດໄດ້ເຊັ່ນກັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...