Sunday, May 25, 2025
Kbank Laos โอน รับ จ่าย

ຄວາມຮູ້ສຶກຂອງ ອຈ. ດວງມະນີ ຫຼັງຮູບເງົາລາວ “ບໍ່ມີວັນຈາກ” ກຽມເຂົ້າສາຍໃນ Netflix.

ອາຈານ ດວງມະນີ ໂສລີພັນ, ຜູ້ອຳນວຍການສ້າງ ແລະ ໜຶ່ງໃນນັກສະແດງ ຮູບເງົາເລື່ອງ “ ບໍ່ມີວັນຈາກ (The Long Walk)” ກ່າວວ່າ ຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ທີ່ ຮູບເງົາຂອງລາວເຮົາເລື່ອງນີ້ ຈະໄດ້ເຂົ້າສາຍໃນ ແພຼດຟອມ ອອນໄລນ໌ ຊື່ດັງ Netflix, ການທີ່ຮູບເງົາເລື່ອງໃດໜຶ່ງຈະຖືກນຳເຂົ້າໄປສາຍໃນແພຼັດຟອມນີ້ ຈະຕ້ອງມີຄຸນນະພາບ ແລະ ມາຕະຖານທີ່ດີ ທັງພາບ, ສຽງ, ແສງສີ, ການສະແດງ ແລະ ເນື້ອເລື່ອງ ຊຶ່ງໃນຄັ້ງນີ້ ເປັນສິ່ງຢັ້ງຢືນວ່າ ວົງການຮູບເງົາລາວຂອງເຮົາເຖິງຈະຍັງອ່ອນນ້ອຍ ແຕ່ກໍໄດ້ມີຄວາມພະຍາຍາມພັດທະນາຍົກລະດັບສູງຂຶ້ນ ຈົນໄດ້ສາມາດກ້າວສູ່ຄຸນນະພາບ ທີສ້າງຄວາມສົນໃຈຈາກຜູ້ຊົມກວ້າງຂວາງຂຶ້ນ ທັງພາຍໃນ ແລະ ຕ່າງປະເທດ.

ສຳລັບຮູບເງົາ “ບໍ່ມີວັນຈາກ” ເປັນຮູບເງົາທີ່ແຝງໄປດ້ວຍຂໍ້ຄິດທີ່ສາມາດນຳມາເປັນບົດຮຽນຊີວິດ ເຊັ່ນ: “ບໍ່ຄວນຕິດຈົມຢູ່ກັບອະດີດ”, ອະດີດເປັນເຫດການທີ່ທຸກຄົນຈົດຈຳໄດ້ດີ ໂດຍສະເພາອະດີດເບື້ອງລົບທີ່ເປັນຄວາມທຸກລະທົມ ຂົມຂື່ນ ຫາກເຮົາຍັງຕິດຈົມຢູ່ກັບອະດີດເຫຼົ່ານັ້ນ ກໍຄົງຈະບໍ່ມີວັນທີ່ຈະຫຼຸດພົ້ນຈາກຄວາມຫຸບເຫວແຫ່ງຄວາມທຸກໂສກນັ້ນໄດ້, ຍິ່ງຈົດຈຳຍິ່ງຄຶດວົນວຽນ ກໍຈະຍິ່ງຈົມເລິກລົງໄປເລື້ອຍໆ, ບໍ່ມີໃຜສາມາດກັບຄືນໄປແກ້ໄຂອະດີດໄດ້ ຈົ່ງຖືວ່າມັນເປັນພຽງບົດຮຽນ ລຸກຂຶ້ນແລ້ວກ້າວໄປທາງໜ້າເພື່ອສ້າງອະນາຄົດໃຫ້ດີຂຶ້ນ.

“ຈົ່ງລະເວັ້ນຄວາມເຫັນແກ່ຕົວ”, ຄວາມເຫັນແກ່ຕົວຂອງຄົນເປັນສິ່ງທີ່ໜ້າຢ້ານກົວ ແລະ ເປັນໄພແກ່ຄົນຮອບຂ້າງ ແລະທັງຍັງສ້າງຄວາມເສຍຫາຍໃຫ້ກັບຕົນເອງອີກນຳ ຫາກທຸກຄົນລະເວັ້ນຄວາມເຫັນແກ່ຕົວ ຮູ້ເອື້ອເຟື້ອເພື່ອແຜ່ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ສັງຄົມກໍຈະເກີດມີແຕ່ຄວາມສະຫງົບສຸກ ຮົ່ມເຢັນ.

 “ບໍ່ມີວັນຈາກ” ເປັນຮູບເງົາທີ່ມີຫຼາຍອົງປະກອບຢູ່ຮ່ວມກັນ ຊຶ່ງຈະສ້າງຄວາມດຶງດູດໃຈແກ່ຜູ້ຊົມ ເຊັນ: ຄວາມສະຫຍອງຂວັນ, ຄວາມເຊື່ອແບບພື້ນບ້ານ, ວິນຍານ, ການເດີນທາງຂ້າມເວລາໄປສູ່ອະດີດແລະອະນາຄົດ, ທັງຍັງເປັນຮູບເງົາທີ່ໄດ້ເດີນທາງໄປສາຍ ໃນຫຼາຍປະເທດທົ່ວໂລກ ແລະ ໄດ້ຮັບລາງວັນລະດັບສາກົນມາແລ້ວຫຼາຍລາງວັນ.

ດັ່ງນັ້ນ, ຢາກໃຫ້ຄົນລາວເຮົາຕິດຕາມຊົມຮູບເງົາເລື່ອງນີ້ ເພື່ອສົ่່ງເສີມ, ສະໜັບສະໜຸນທີມງານສ້າງ ແລະ ນັກສະແດງທຸກຄົນ ຈະໄດ້ມີກຳລັງໃຈ ໃນການສ້າງສັນຜົນງານຮູບເງົາຄຸນນະພາບເລື່ອງໃໝ່ໆ ຂຶ້ນໃນອະນາຄົດ ຊຶ່ງນັ້ນກໍຄືການພັດທະນາວົງການຮູບເງົາລາວ ໃຫ້ເຕີບໃຫຍ່ຂຶ້ນຢ່າງບໍ່ຢຸດຢັ້ງ.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.