ວຽກງານສື່ມວນຊົນ ກໍເປັນອີກໜຶ່ງອາຊີບ ທີ່ມີຄວາມໝາຍ ຄວາມສໍາຄັນຂອງຊາດລາວ ເຊິ່ງເຮັດໜ້າທີ່ເປັນກະບອກສຽງຮັບໃຊ້ສັງຄົມ ແລະ ຊ່ວຍສ້າງສາ ພັດທະນາປະເທດຊາດ ຕັ້ງແຕ່ອາດີດຈົນເຖິງປັດຈຸບັນ. ແລະ ເນື່ອງໃນໂອກາດ ຄົບຮອບ 72 ປີ ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ (13 ສິງຫາ 1950 – 13 ສິງຫາ 2022) ອິນໄຊລາວ ໄດ້ມີໂອກາດສອບຖາມນ້ອງໆນັກສຶກສາທີ່ຮຽນສາຍ “ສື່ສານມວນຊົນ” ວ່າເປັນຫຍັງເຂົາເຈົ້າຈຶ່ງເລືອກຮຽນສາຍນີ້.
ນາງ ລັດຕິທາ ວົງໄຊ, 21 ປີ, ນັກສຶກສາ ປີ 3 ຄະນະອັກສອນສາດ, ສາຂາສື່ສານມວນຊົນ, ມະຫາຫາວິທະຍາໄລແຫ່ງຊາດ ກ່າວວ່າ: ການເລືອກຮຽນສາຂາສື່ສານມວນຊົນ ເພາະເປັນໜຶ່ງໃນຄວາມຝັນທີ່ຢາກຮຽນມາແຕ່ຍັງນ້ອຍເລີຍ ມັກທີ່ສຸດກໍຄືການເປັນນັກຂ່າວ ແລະ ຜູ້ປະກາດຂ່າວ ຈຶ່ງເລືອກເຂົ້າຮຽນສື່ສານມວນຊົນ ແລະ ພໍໄດ້ເຂົ້າມາຮຽນແທ້ໆ ກໍມີຫຼາຍຢ່າງທີ່ຄາດບໍ່ເຖິງ ແລະ ກໍບໍ່ງ່າຍເລີຍທີ່ຈະເປັນນັກສື່ສານມວນຊົນ (ນັກຂ່າວ) ຕ້ອງໄດ້ເຝິກຕົນເອງຫຼາຍໆດ້ານ ທັງທັກສະການຂຽນ, ການເວົ້າ, ດ້ານເຕັກນິກຕ່າງໆ ເພື່ອກຽມພ້ອມເຮັດໜ້າທີ່ ເປັນຂົວເຊື່ອມຕໍ່ໃຫ້ສົມບູນແບບທີ່ສຸດ ອັນນີ້ຖືວ່າເປັນສິ່ງທີ່ທ້າທາຍຫຼາຍສໍາລັບນ້ອງ.
ບໍ່ວ່າຈະເປັນຜູ້ຢູ່ເບື້ອງໜ້າ ຫຼື ເບື້ອງຫຼັງ ນ້ອງກໍມັກ ເພາະທັງສອງໜ້າວຽກກໍມີສະເໜ່, ມີຄວາມທ້າທາຍທີ່ແຕກຕ່າງກັນ, ມີບົດບາດທີ່ແຕກຕ່າງກັນ, ແຕ່ຖ້າຖາມວ່າທັງສອງໜ້າວຽກເຮັດອັນໃດໄດ້ດີກວ່າ ຮູ້ສຶກວ່າຈະເປັນການເຮັດວຽກໜ້າກ້ອງ ເພາະຕົນເອງເປັນຄົນທີ່ມີຈຸດພິເສດຄື ເປັນຄົນມັກເວົ້າມັກລົມ, ຍິ້ມແຍ້ມແຈ່ມໃສ ແລະ ການນຳໃຊ້ພາສາໃນການສື່ສານກໍຈະແຈ້ງຊັດເຈນດີ.
ດ້ານນາງ ຄຳໜູນ ພົມມະຈັນ, 22 ປີ ນັກສຶກສາປີ 3 ຄະນະອັກສອນສາດ, ສາຂາສື່ສານມວນຊົນ, ມະຫາວິທະຍາໄລແຫ່ງຊາດ ບອກວ່າ ຈຸດເລີ່ມຕົ້ນຂອງການເລືອກຮຽນສາຍສື່ສານມວນຊົນ ຍ້ອນວ່າເປັນຄົນທີ່ມັກໃນການຖ່າຍພາບ, ຖ່າຍວີດີໂອ, ການທ່ອງທ່ຽວຖ່າຍຮູບ ແລະ ການລົງພື້ນທີ່ເກັບຂໍ້ມູນຕົວຈິງ ເຊິ່ງສິ່ງເຫຼົ່ານີ້ ເປັນສິ່ງທີ່ເຮັດໃຫ້ນ້ອງຕັດສິນໃຈເລືອກຮຽນສາຍ ສື່ສານມວນຊົນ.
ຄຳວ່າ “ສື່ສານມວນຊົນ” ສຳລັບນ້ອງແລ້ວ ແມ່ນການສື່ສານ ລະຫວ່າງກຸ່ມຄົນຫຼາຍກຸ່ມ, ການສື່ຂໍ້ມູນຄວາມເປັນຈິງ ແລະ ມີປະໂຫຍດອອກສູ່ສັງຄົມ ບໍ່ວ່າຈະຜ່ານທາງສື່ອອນລາຍ, ສື່ສິ່ງພິມ ທີ່ໃຫ້ຂໍ້ມູນຄວາມຮູ້ແກ່ປະຊາຊົນ ໂດຍການ ຄິດຫາຄອນເທັ້ນການຂຽນຂ່າວ, ການປະກາດຂ່າວ, ການຈັດລາຍການວິທະຍຸ ລວມໄປເຖິງການເປັນພິທີກອນ. ນອກຈາກນັ້ນ, ຍັງຕ້ອງໄດ້ຮູ້ກ່ຽວກັບການຖ່າຍພາບ, ການຖ່າຍວີດີໂອ ເພື່ອນຳມາປະກອບໃສ່ໃນຂ່າວອີກດ້ວຍ.
ສຳລັບຕົວນ້ອງແລ້ວ ມັກຢູ່ເບື້ອງຫຼັງຫຼາຍກວ່າອອກໜ້າກ້ອງ ເພາະຮູ້ສຶກວ່າ ການຢູ່ຫຼັງກ້ອງ ເຮັດໃຫ້ເຮົາມີຄວາມໝັ້ນໃຈໃນຕົວເອງຫຼາຍຂຶ້ນ, ການເຮັດຢູ່ເບື້ອງຫຼັງເຮັດໄດ້ເຕັມທີ່ກວ່າ. ຖ້າເວົ້າໄປກໍຄືວ່າ ເປັນຄົນບໍ່ຄ່ອຍໝັ້ນໃຈໃນຕົວເອງ ເວລາຢູ່ໜ້າກ້ອງຈະຮູ້ສຶກກົດດັນ, ເຮັດຫຍັງບໍ່ໄດ້ເຕັມທີ່, ມີຄວາມຕື່ນເຕັ້ນ ແລະ ກັງວົນຫຼາຍກວ່າ ເລີຍຄິດວ່າການຢູ່ເບື້ອງຫຼັງຈະເຮັດວຽກໄດ້ເຕັມທີ່ກວ່າ.