Saturday, April 19, 2025

ປ່ຽນໄມ້ໂດກ ໃຫ້ກາຍເປັນງານສິນລະປະທີ່ງົດງາມ.

ງານຄວັນແກະສະຫຼັກໄມ້ ເປັນງານສິນລະປະອີກປະເພດໜຶ່ງ ທີ່ເປັນສີໄມ້ລາຍມືຂອງຄົນລາວທີ່ມີມາແຕ່ດົນນານ ແລະ ມີຄວາມລະອຽດອ່ອນ, ເຊິ່ງການຄວັດສາມາດສ້າງຜົນງານອອກມາໄດ້ຫຼາກຫຼາຍຮູບເເບບ ຕາມລວດລາຍຂອງໄມ້ທີ່ເປັນທຳມະຊາດ ໂດຍສິລະປະຈາກການຄວັດແກະສາມາດປ່ຽນຈາກໄມ້ໂດກ, ໄມ້ເສດ ໃຫ້ກາຍມາເປັນງານສິລະປະທີ່ງົດງາມໄດ້.

ທ້າວ ຄຳແພງ ສຸວັນເພັງ, 20 ປີ ກຳລັງສຶກສາຢູ່ປີ 3 ສະຖາບັນວິຈິດສິນແຫ່ງຊາດ ບ້ານ ໂພນປ່າເປົ້າ, ເມືອງ ສີສັດຕະນາກ, ນະຄອນຫຼວງ ວຽງຈັນ ກ່າວວ່າ ເຫດຜົນທີ່ເລືອກຮຽນສາຂາ ຄວັດແກະສະຫຼັກ ກໍເພາະວ່າມີຄວາມສົນໃຈການສ້າງງານ ຈາກໄມ້ໂດກ ໃຫ້ມາເປັນງານສິນລະປະ ໃນແບບຮູບຮ່າງຕ່າງໆ ອີກດ້ານໜຶ່ງກໍມັກໃນການອອກເເບບນຳ.

ສຳລັບຜົນງານທຳອິດທີເຮັດຂຶ້ນມາ ແມ່ນຍັງບໍ່ມີຄວາມເຂົ້າໃຈຫຍັງເລີຍກ່ຽວກັບງານໄມ້, ກ່ຽວກັບຮູບຮ່າງໂຄງ ແລະ ການເກັບລາຍລະອຽດ ການທີ່ຈະທຳຄວາມເຂົ້າໃຈໃນງານດ້ານນີ້ ມັນຕ້ອງໄດ້ໃຊ້ເວລາ ເກັບກ່ຽວລາຍລະອຽດຂອງຜົນງານທີ່ເຮົາຢາກຈະເຮັດຂຶ້ນມາ.

ຜົນງານທີ່ເຮັດອອກມາເປັນບົດຈົບໃນຕອນປີໜຶ່ງ ຖືວ່າມັນມີຄວາມໝາຍ ແລະ ສື່ເຖິງຄວາມຮັກຂອງແມ່ຊ້າງ ທີ່ມີໃຫ້ລູກຊ້າງ ໂດຍທີ່ແມ່ຊ້າງຈະໂອບລູກຊ້າງເອົາໄວ້, ດ້ວຍສາຍຕາທີ່ອົບອຸ່ນ ແລ້ວກໍມີຂອບນອກຄ້າຍໆ ຖ້ຳ ເພື່ອເພີ່ມຄວາມໂດດເດັ່ນໃຫ້ກັບຜົນງານ.

ອີກໜຶ່ງຜົນງານທີ່ນ້ອງມີຄວາມຕັ້ງໃຈເຮັດຫຼາຍ ແລະ ເປັນງານລະອຽດອ່ອນ ໃຊ້ເວລາ 25 ມື້ຈຶ່ງສຳເລັດ   ຜົນງານໂຕນີ້ຄ່ອຍຂ້າງມີຄວາມໝາຍ ເພາະເປັນຜົນງານທຳອິດທີ່ສ້າງຂຶ້ນມາເພື່ອຂາຍໃຫ້ລູກຄ້າ ພາບນີ້ມີຄວາມໝາຍສື່ເຖິງ ອຳນາດຄວາມສູງສົ່ງຂອງນົກອີນຊີ.

ສຳຫຼັບຜົນງານລ່າສຸດນີ້ເເມ່ນ ເເກະເປັນຮູບພະຊົງໄທ ຈະເປັນງານທີລູກຄ້າວາງຫົວຂໍ້ມາໃຫ້ ມີຄວາມໝາຍສື່ໄປທາງຄວາມສະຫງົບ, ຜ່ອນຄາຍ ເບິ່ງເເລ້ວໃຫ້ຮູ້ສືກສະບາຍຕາ.

ສ່ວນຜົນງານທີ່ເລີ່ມເຮັດຕັ້ງແຕ່ຕອນເລີ່ມຮຽນມາ ຈົນຮອດປັດຈຸບັນ ກໍມີຢູ່ປະມານ 50-60 ຜົນງານ. ໂດຍແຕ່ລະຜົນງານຈະສ້າງຂຶ້ນຈາກຫົວຂໍ້ທີ່ອາຈານໃຫ້ ແລະ ເປັນລູກຄ້າທີ່ຄິດຫົວຂໍ້ມາໃຫ້ອອກແບບ ແລະ ແຕ້ມຕາມແບບຂອງສິນລະປິນ 70% ຈະມີຄວາມໝາຍໃນຕົວຂອງມັນ ໃນແຕ່ລະຜົນງານ, ສ່ວນໄມ້ທີ່ນຳມາສ້າງຜົນງານແຕ່ລະຄັ້ງກໍມາຈາກຫຼາຍບ່ອນ ທັງໄມ້ເສດທີ່ຖືກຖິ້ມແລ້ວ, ໄມ້ທີ່ເຮົາຊອກມາເອງ ແລະ ໄມ້ຈາກລູກຄ້າທີ່ຈ້າງເຮົາສ້າງຜົນງານໃຫ້.

ຫຼັງຈາກຮຽນຈົບສາຂາຄວັດແກະສະຫຼັກແລ້ວ ເຮົາສາມາເຮັດໄດ້ຫຼາຍອາຊີບ ບໍ່ວ່າຈະເຮັດວຽກຢູ່ໂຮງງານໄມ້, ເຮັດທຸລະກິດສ່ວນຕົວ ແລະ ສາມາດອອກໄປສອນບຸກຄົນທີ່ມີຄວາມສົນໃຈໃນດ້ານນີ້. ນ້ອງຄິດວ່າວຽກງານທຸກອັນສາມາດລ້ຽງໂຕເຮົາເອງໃຫ້ກຸ້ມໄດ້ “ຖ້າເຮົາບໍ່ຂີ້ຄ້ານ ຈະບໍ່ມີມື້ອົດຕາຍ” ເພາະມັນສາມາດສ້າງອາຊີບທີ່ໝັ້ນຄົງໃຫ້ກັບເຮົາໄດ້ເລີຍ.

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.