Saturday, April 26, 2025
Kbank Laos โอน รับ จ่าย

ຜູ້ບໍລິຫານໂຮງຮຽນໄທຣັດ ຢ້ຽມຢາມໂຮງຮຽນຕົ້ນແບບໃນ ນະຄອນຫຼວງ ວຽງຈັນ.

#News | ຄະນະຜູ້ບໍລິຫານໂຮງຮຽນ ໄທຣັດວິທະຍາ ເຂົ້າຢ້ຽມຊົມການຮຽນ-ຫານສອນໂຮງຮຽນຕົ້ນແບບຂອງ ນະຄອນຫຼວງ ວຽງຈັນ ສປປ ລາວ, ເຊິ່ງມີຄູທີ່ໄດ້ຮັບລາງວັນຄູເຈົ້າຟ້າມະຫາຈັກກຣີ ເປັນຜູ້ອຳນວຍການ, ໂດຍຊ່ວງທີ່ພະຍາດ ໂຄວິດ-19 ລະບາດ ມີຄູທີ່ໂຮງຮຽນໄດ້ເຂົ້າຮ່ວມສອນທາງໄກຜ່ານໂທລະພາບ ແລະ ຊ່ວງເປີດຮຽນ ມີຄູ່ມືມາດຕະການປ້ອງກັນ ໂຄວິດ-19 ອີກດ້ວຍ.

ເມື່ອວັນທີ 10 ສິງຫາ 2022 ທ່ານນາງ ວະຣາທິບ ສຸບພະຊະວະໂຣດ, ອັກຄະຣາຊະທູດທີ່ປຶກສາ ປະຈຳສະຖານເອກອັກຄະຣາຊະທູດໄທ ປະຈຳ ນະຄອນຫຼວງ ວຽງຈັນ ສປປ ລາວ ໄດ້ນຳພາທ່ານ ມານິດ ສຸກສົມຈິດ, ກຳມະການຜູ້ບໍລິຫານມູນນິທິໄທຣັດ, ທ່ານ ວິເຊນ ໂພຊົນນຸກູນ, ເລຂາທິການ ພ້ອມດ້ວຍຄະນະຜູ້ບໍລິຫານໂຮງຮຽນ  ໄທຣັດວິທະຍາທົ່ວປະເທດ ໄປຮ່ວມປະຊຸມໃຫຍ່ປະຈຳປີ 2022 ທີ່ຈັງຫວັດ ອຸດອນທານີ ແລະ ເດີນທາງໄປທັດສະນະສຶກສາຢ້ຽມຊົມການຮຽນການສອນ ຂອງໂຮງຮຽນປະຖົມສຶກສາ ບ້ານ ທົ່ງກາງ, ເມືອງ ສີສັດຕະນາກ, ນະຄອນຫຼວງ ວຽງຈັນ ໂດຍມີຕົວແທນໜ່ວຍງານຂອງກະຊວງສຶກສາຂອງ ສປປ ລາວ ທ່ານນາງ ຄູນວິໄລ ເຄນກິດຕິສັກ, ຜູ້ອຳນວຍການປະຖົມສຶກສາທົ່ງກາງ ທີ່ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີປີ 2017 ຄະນະຄູ ແລະ ນັກຮຽນ ລວມທັງນາຍບ້ານຮ່ວມຕ້ອນຮັບ.

ເພື່ອເປັນການຕ້ອນຮັບຄະນະດັ່ງກ່າວ ທາງໂຮງຮຽນປະຖົມສຶກສາທົ່ງກາງ ໄດ້ຈັດການສະແດງຊຸດມິດຕະພາບ ແລະ ຄວາມສາມັກຄີ ໂດຍນັກຮຽນຊັ້ນມັດທະຍົມສຶກສາປີທີ 1 ເຊິ່ງເປັນສິດເກົ່າມາຮ່ວມສະແດງຕ້ອນຮັບ ແລະ ນັກຮຽນປະຖົມສຶກສາ ຈົບລົງດ້ວຍຄວາມປະທັບໃຈ ນັກຮຽນຖືທຸງຊາດລາວ ແລະ ໄທ ປິດທ້າຍການສະແດງ.

ໂດຍ ທ່ານນາງ ວະຣາທິບ ສຸບພະຊະວະໂຣດ ແລະ ທ່ານ ມານິດ ສຸກສົມຈິດ ໄດ້ຂຶ້ນມອບຂອງຂວັນເປັນຊຸດອຸປະກອນການຮຽນແກ່ນັກຮຽນທີ່ຮ່ວມການສະແດງເທິງເວທີ.

ຫຼັງຈາກນັ້ນ ທ່ານ ມານິດ ສຸກສົມຈິດ, ກຳມະການຜູ້ບໍລິຫານມູນນິທິໄທຣັດ ໄດ້ເປັນຕົວແທນຄະນະ ຂຶ້ນກ່າວຂອບໃຈ ທ່ານນາງ ວະຣາທິບ ສຸພະຊະວະໂຣດ, ອັກຄະຣາຊະທູດທີ່ປຶກສາ ປະຈຳສະຖານເອກອັກຄະຣາຊະທູດໄທ ປະຈຳ ນະຄອນຫຼວງ ວຽງຈັນ ສປປ ລາວ ທີ່ໄດ້ນຳພາຄະນະເຂົ້າຢ້ຽມຊົມ ໂຮງຮຽນປະຖົມສຶກສາທົ່ງກາງ ໃນຄັ້ງນີ້, ເນື່ອງຈາກຊື່ນຊົມທ່ານນາງ ຄູນວິໄລ, ຜູ້ອຳນວຍການໂຮງຮຽນ ທີ່ໄດ້ຮັບລາງວັນ ເຈົ້າຟ້າມະຫາຈັກກຣີ ແລະ ໂຮງຮຽນແຫ່ງນີ້ ເປັນໂຮງຮຽນຕົ້ນແບບຂອງ ນະຄອນຫຼວງ ວຽງຈັນ ຫຼາຍດ້ສນ ເພື່ອສ້າງຄວາມເຂົ້າໃຈອັນດີກ່ຽວກັບການຈັດການຮຽນ-ການສອນ ຂອງໂຮງຮຽນປະເທດເພື່ອນບ້ານ ເນື່ອງຈາກປະເທດລາວ ແລະ ໄທ ນັບເປັນປະເທດເພື່ອນບ້ານທີ່ສະໜິດກັນຫຼາຍ, ມີພາສາປາກເວົ້າທີ່ເຂົ້າໃຈກັນໂດຍບໍ່ຕ້ອງແປ ແລະ ມີວັດທະນະທຳປະເພນີທີ່ຄ້າຍຄືກັນ ລວມທັງມີຫຼາຍສິ່ງຫຼາຍຢ່າງ ທີ່ສາມາດນຳໄປເປັນແບບຢ່າງເຊິ່ງກັນ ແລະ ກັນໄດ້.

ດ້ານທ່ານນາງ ຄູນວິໄລ ເຄນກິດຕິສັກ, ຜູ້ອຳນວຍການໂຮງຮຽນ ປະຖົມສຶກສາທົ່ງກາງ ໄດ້ກ່າວຂອບໃຈທາງຄະນະທີ່ມາຢ້ຽມຢາມໂຮງຮຽນໃນຄັ້ງນີ້; ສຳລັບໂຮງຮຽນປະຖົມສຶກສາທົ່ງກາງແລ້ວ ແມ່ນເປັນໂຮງຮຽນຕົ້ນແບບຂອງ ນະຄອນຫຼວງ ວຽງຈັນ ໃນການຈັດການຮຽນ-ການສອນ ໃນຊ່ວງ ໂຄວິດ-19 ແຜ່ລະບາດ ເຊິ່ງມີຄູຂອງໂຮງຮຽນດັ່າງກ່າວຈຳນວນ 6 ຄົນ ໄດ້ຮັບຄັດເລືອກໃຫ້ສອນທາງໄກຜ່ານສື່ໂທລະພາບລາວ ໃຫ້ແກ່ນັກຮຽນ ແລະ ເພິ່ນຍັງໄດ້ຮັບມອບໝາຍໃຫ້ຈັດເຮັດແບບຮຽນນຳ ສ່ວນການເປີດຮຽນ ກໍມີການໃຊ້ຄູ່ມືການເບິ່ງແຍງສຸຂະພາບ ແລະ ການປ້ອງກັນ ໂຄວິດ-19 ແກ່ນັກຮຽນ, ສ່ວນການໄດ້ຮັບລາງວັນນັ້ນ ຄູເຈົ້າຟ້າມະຫາຈັກກຣີ ນັບວ່າເປັນກຽດປະຫວັດ ແລະ ເປັນກຳລັງໃຈໃນການຈັດການຮຽນການສອນໃຫ້ແກ່ນັກຮຽນ.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.