ນັກສຶກສາຈົບໃໝ່! ຄວນຮູ້ໄວ້ກ່ອນສະໝັກວຽກ CV ແລະ Resume ບໍ່ແມ່ນອັນດຽວກັນ

CV ແລະ Resume ແມ່ນຄົນລະອັນດຽວກັນ ມີຄວາມແຕກຕ່າງກັນໃນດ້ານຂອງຂໍ້ມູນ ເຊິ່ງຜູ້ທີ່ເຂົ້າສູ່ໄວເຮັດວຽກໜ້າຈະຮູ້ຈັກດີວ່າເປັນເອກະສານແນວໃດ ແຕ່ວ່າບໍ່ແມ່ນສຳລັບນັກສຶກສາຈົບໃໝ່.

ສະນັ້ນ, ມາທຳຄວາມເຂົ້າໃຈນໍາກັນວ່າ CV (Curriculum Vitae) ແລະ  Resume ມັນແມ່ນຫຍັງ? ແລະ ມີຄວາມແຕກຕ່າງກັນແນວໃດ?

CV (Curriculum Vitae)

CV ເປັນຂໍ້ມູນທີ່ມີຫຼາຍໜ້າ ເຊິ່ງແຕ່ລະໜ້າກໍຈະຂຽນປະຫວັດການເຮັດວຽກຂອງຕົນເອງຢ່າງລະອຽດ ລວມໄປເຖິງຄວາມສຳເລັດ ການໄດ້ຍອມຮັບທາງວິຊາການ ການເຮັດວຽກອາສາສະໝັກ ແລະ ຂໍ້ມູນສ່ວນໂຕຕ່າງໆ.

ວັດຖຸປະສົງ ແມ່ນເພື່ອໃຫ້ບໍລິສັດເຫັນພາບລວມ ແລະ ຂໍ້ມູນໃຫ້ໄດ້ຫຼາຍທີ່ສຸດ, ມີປະຫວັດໂດຍຫຍໍ້ແຕ່ວ່າ ເປັນຂໍ້ມູນຄົບຖ້ວນ, ຂຽນເນື້ອຫາທຸກຢ່າງໃນຊີວິດຂອງເຮົາຢ່າງລະອຽດ.

Resume

ແມ່ນປະຫວັດສະໝັກງານ ທີ່ສະຫຼຸບເນື້ອຫາປະຫວັດສ່ວນໂຕຂອງໂຕ ບໍ່ວ່າຈະເປັນ ປະຫວັດການສຶກສາ ປະຫວັດການເຮັດວຽກຕ່າງໆ ລົງບໍ່ໃຫ້ກາຍ 1 ໜ້າຄົບຖ້ວນ ເຊິ່ງແຕກຕ່າງຈາກ CV ທີ່ຈະໃສ່ຂໍ້ມູນທຸກຢ່າງລົງໄປຫຼາຍ ໂດຍບໍ່ສົນໃຈຈໍານວນໜ້າ.

ໂດຍວັດຖຸປະສົງ ແມ່ນເພື່ອໃຊ້ໂປຣໂໝດ ແລະ ສ້າງຄວາມໂດດເດັ່ນ, ຂຽນປະຫວັດຫຍໍ້ ທີ່ບໍ່ຕ້ອງລະອຽດເທົ່າ CV, ຄວາມຍາວ 1 ໜ້າ.

ເຊິ່ງສະຫຼຸບແລ້ວ ເຮົາຈະເຫັນຂໍ້ແຕກຕ່າງຫຼັກໆເລີຍກໍຄື: ຂໍ້ມູນທີ່ຈະຕ້ອງຂຽນ CV ແມ່ນຕ້ອງລະອຽດ ມີຫຼາຍໜ້າໄດ້, ສ່ວນ Resume ແມ່ນຂຽນຂໍ້ມູນໂດຍຫຍໍ້ ບໍ່ໃຫ້ກາຍ 1 ໜ້າ ແລະ ຫວັງວ່າຂໍ້ມູນດັ່ງກ່າວຈະເປັນປະໂຫຍດໃຫ້ກັບ ນັກສຶກສາທີ່ກຳລັງຈະຈົບໃຫມ່ ລວມໄປເຖິງຜູ້ທີ່ຈະສະໝັກວຽກທັງໝົດ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...