ໃນໄລຍະຜ່ານມາ ວຽກງານສື່ມວນຊົນຢູ່ ສປປ ລາວ ຖືວ່າໄດ້ຮັບການພັດທະນາຂຶ້ນຢູ່ເລື້ອຍໆ ໂດຍສະເພາະແມ່ນການກະຈາຍຂໍ້ມູນຂ່າວສານ ໃນຍຸກປັດຈຸບັນ ທີ່ມີຫຼາຍຊ່ອງທາງ ເພື່ອສົ່ງຕໍ່ຂໍ້ມູນຂ່າວສານໃຫ້ກັບສັງຄົມໄດ້ໄວຂຶ້ນ ແລະ ຖືກຕ້ອງຕາມຄວາມເປັນຈິງ.

ທ່ານ ເກີດຂວັນໃຈ ມາລີຈັນສີ, ຮອງຫົວໜ້າພະແນກ ບັນນາທິການຂ່າວ ໜັງສືພີມປະເທດລາວ ກ່າວວ່າ: ເຖິງວ່າການພັດທະນາສື່ຢູ່ບ້ານເຮົາ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ ແຕ່ກໍຍັງບັນຫາມີຫຼາຍ ກ່ຽວກັບການນຳສະເໜີຂໍ້ມູນຂ່າວສານອອກສູ່ສັງຄົມ ໂດຍສະເພາະແມ່ນສື່ອອນລາຍ ຄວາມເປັນມາດຕະຖານ, ຄວາມເປັນມືອາຊີບຂາດຫາຍໄປ ສະຫຼຸບງ່າຍໆຄື ຄວາມເປັນເອກະລັກຂອງແຕ່ລະອົງກອນຂອງສື່ຍັງໜ້ອຍ ສ່ວນຫຼາຍການນຳສະເໜີກໍຈະຄ້າຍໆ ຄືກັນໝົດ ມີແຕ່ປັບປ່ຽນຂໍ້ມູນເລັກນ້ອຍ ແລ້ວອອກ, ມັນເຮັດໃຫ້ສື່ຂອງເຮົາບໍ່ມີສີສັນ, ຄວາມເປັນເອກະລັກບໍ່ມີ, ເຖິງວ່າຈະເປັນຫົວຂໍ້ດຽວກັນ ແຕ່ວິທີນຳສະເໜີມັນບໍ່ແຕກຕ່າງ ຖ້າເປັນຫົວຂໍ້ດຽວກັນການນຳສະເໜີສື່ ເປັນອີກມູມໜຶ່ງທີ່ແຕກຕ່າງອອກໄປ ຈະເຮັດໃຫ້ສື່ເຮົາມີຣົດຊາດຫຼາຍຂຶ້ນ.

ອີກຈຸດໜຶ່ງທີ່ສື່ບ້ານເຮົາຍັງຂາດ ແມ່ນສີສັນຂອງການວາງຫົວຂໍ້ຂ່າວ, ວາງຮູສອດແຊກ ຫົວຂໍ້ໃຫຍ່, ຫົວຂໍ້ນ້ອຍ ແນວໃດເພື່ອດຶງໃຫ້ມີຄວາມສົນໃຈເຮົາຍັງເຮັດບໍ່ໄດ້.
ຖ້າເວົ້າເລື່ອງຄວາມກະຕືລືລົ້ນ, ການຊອກສະແຫວງຫາ ເລື່ອງຂໍ້ມູນຂ່າວສານໃໝ່ໆ ທີ່ຄົນຢາກຮູ້ ແມ່ນຍັງມີໜ້ອຍ ໂດຍສະເພາະ ສັງເກດເບິ່ງເວັບໄຊແຕ່ລະກະຊວງ ຂ້ອນຂ້າງບໍ່ອຸດົມສົມບູນ ເວລາເຮົາເຂົ້າໄປເບິ່ງຂໍ້ມູນການລົງທຶນ ໂຕອັບເດັດຂໍ້ມູນໃໝ່ລ້າສຸດນີ້ຍາກ ນີ້ຄືບັນຫາ.
ທ່ານ ເກີດຂວັນໃຈ ກ່າວອີກວ່າ ນັກຂ່າວ ນັກຂຽນສ່ວນໃຫຍ່ ເຮັດຂ່າວທຸກມື້ ແມ່ນເຮັດໄປຕາມກະແສ, ກະແສເກີດຂຶ້ນແລ້ວເຮັດຕາມກະແສ ເຮົາບໍ່ສາມາດຈະກ້າວຂ້າມຜ່ານ, ແຫວກແນວ ບາງເທື່ອສິ່ງທີ່ບໍ່ເປັນກະແສມັນໜ້າສົນໃຈກວ່າ, ຕົວຢ່າງ ເຫດການທີ່ເກີດຂຶ້ນເລື່ອງລົດໄຟມັນເປັນກະແສແລ້ວ ຖ້າວ່າເຮົາຫັນເລື່ອງກະແສພວກນີ້ໄປເປັນເລື່ອງມູມໃໝ່ໜ້າຈະສົນໃຈ ແລະ ຄົນໜ້າຈະຕິດຕາມຫຼາຍກວ່າ ມັນມີຄວາມຫຼາກຫຼາຍ.

ເນື່ອງໃນໂອກາດຄົບຮອບ 72 ປີ ວັນສື່ມວນຊົນລາວ ແລະ ການພິມຈຳໜ່າຍ ໃນນາມທີ່ເປັນນັກຂ່າວສື່ມວນຊົນ ແມ່ນມີຄວາມຮູ້ສຶກພາກພູມໃຈ ເພາະມັນເປັນວັນອາຊີບຂອງເຮົາ ເພາະເຮົາໄດ້ເດີນທາງສາຍນີ້ ມັນແມ່ນບ່ອນທຳມາຫາກິນ ມັນແມ່ນອາຊີບທີ່ເຮົາມັກຮັກ ເພາະວ່າສື່ກໍຄືກັບກະບອກສຽງ ບໍ່ແມ່ນພຽງແຕ່ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ ຊ່ວຍພັກຊ່ວຍລັດ ມັນຍັງເປັນຫູເປັນຕາໃຫ້ພໍ່ແມ່ປະຊາຊົນ ກວດສອບການປະຕິບັນຂອງເຈົ້າໜ້າທີ່ບໍ່ຖືກບໍ່ຕ້ອງ ເຖິງຈະບໍ່ໄດ້ເງິນຫຼາຍ ແຕ່ຢ່າງໜ້ອຍເຮົາກໍເປັນຫູເປັນຕາ ເປັນສ່ວນໜຶ່ງທີ່ໄດ້ຊ່ວຍສັງຄົມ ຊ່ວຍພັກ ຊ່ວຍລັດ ຕ້ານປະກົດການຫຍໍ້ທໍ້ ໃຫ້ມີຄວາມຢຸດຕິທຳຕໍ່ສັງຄົມສະເໜີອອກໄປແນວໃດມີຜົນປະໂຫຍດ ການຜະລິດ, ເສດຖະກິດ ອອກສູ່ສັງຄົມ ອັນນັ້ນຄືຄວາມພາກພູມໃຈເຮົາ ໄດ້ໃຊ້ສະໝອງໄດ້ໃຊ້ປາຍປາກການຳສະເໜີຂ່າວນີ້ແມ່ນສິ່ງສຳຄັນ

ມີຄວາມພາກພູມໃຈ ເຖິງແມ່ນວ່າ ເຮົາເກີດໃໝ່ໃຫຍ່ລຸນ ເຮົາເປັນຄົນລຸ້ນໃໝ່ທີ່ບໍ່ໄດ້ຢູ່ໃນຍຸກ ຂອງການຕໍ່ສູ້ກູ້ຊາດ ບໍ່ໄດ້ແລ່ນນຳກົ້ນລົດ ແຕ່ເຮົາໄດ້ເກີດໃນຍຸກນີ້ເຮົາກໍພາກພູມໃຈ ຍຸກທີ່ທັນສະໄໝ ແຕ່ກີ້ແມ່ນໃຊ້ບິກໃຊ້ສໍຂຽນນຳສະເໜີຂ່າວ ຊົ່ວຊີໄປຮອດພໍ່ແມ່ປະຊາຊົນກໍຕ້ອງໃຊ້ເວລາ; ແຕ່ປັດຈຸບັນ ເຮົາມີເຄື່ອງມືຄົບແລ້ວ ມີໂທລະສັບ, ມີອິນເຕີເນັດ ມັນກໍເປັນອີກມູມໜຶ່ງ ທີ່ສະທ້ອນໃຫ້ເຫັນມູມການປ່ຽນແປງຂອງສື່ສະໄໝກ່ອນ ການສົ່ງຂ່າວຈະສົ່ງຜ່ານມ້າ ແລະນົກ ມັນຕ້ອງໃຊ້ເວລາກ່ອນຂ່າວຈະຮອດ, ດຽວນີ້ໝາຍຄວາມວ່າ ຂຽນແລ້ວກໍສາມາດສົ່ງໄດ້ເລີຍ ໃຊ້ຄອມພິວເຕີ ແຕ່ກ່ອນພີ່ນ້ອງໄປຕ່າງປະເທດ ຢາກເຫັນໜ້າກັນກໍບໍ່ເຫັນ ດຽວນີ້ສາມາດສື່ສານເຫັນໜ້າກັນໄດ້ສະດວກສະບາຍ ອັນນີ້ຄືການປ່ຽນແປງ ທີ່ສຳຄັນສື່ເຮົາຕ້ອງນຳໃຊ້ເຄື່ອງທັນສະໄໝ ຖືກຕ້ອງສອດຄ່ອງແນວໃດຮູ້ຈັກນຳສະເໜີແນວໃດ.