ປັດຈຸບັນ ຮ້ານກາເຟຫຼາຍໆຮ້ານ ກຳລັງປັບປຸງຈອກກາເຟໃໝ່ ໂດຍການໃຊ້ເຈ້ຍເຮັດຈອກກາເຟ ເພື່ອຫຼຸດຜ່ອນການໃຊ້ຈອກກາເຟ ທີ່ຜະລິດຈາກພລາສຕິກ ແລະ ເພື່ອເປັນການຊ່ວຍຫຼຸດພາວະໂລກຮ້ອນນຳອີກ.

ແຕ່ສຳລັບນ້ອງ ລັດດາວັນ ແກ້ວດາລາ ຫຼື ມາຣິນາ ສາວນ້ອຍໄວ 18 ປີ ຈາກແຂວງ ສາລະວັນ ໄດ້ມີແນວຄວາມຄິດໃນການຜະລິດຈອກກາເຟແບບໃໝ່ອອກມາ ເຊິ່ງບໍ່ພຽງແຕ່ຊ່ວຍຫຼຸດພາວະໂລກຮ້ອນໄດ້ ແຕ່ຈອກທີ່ເຂົາຜະລິດຂຶ້ນມາ ສາມາດກິນໄດ້ນຳອີກ.
ເຊິ່ງແນວຄວາມຄິດໃນການເຮັດຈອກກາເຟກິນໄດ້ຂອງ ມາຣິນາ ເກີດຂຶ້ນໄດ້ແນວໃດ ແລະ ເຮັດຂຶ້ນມາເພື່ອຫຍັງ ໄປຟັງຄຳຕອບຈາກເຂົາກັນເລີຍ

ອິນໄຊລາວ: ຈອກກາເຟກິນໄດ້ນີ້ ແມ່ນຜະລິດຈາກຫຍັງ? ໄດ້ແນວຄວາມຄິດນີ້ມາຈາກໄສ?
ມາຣິນາ: “ຈອກກາເຟນີ້ ຫຼັກໆເເມ່ນເຮັດມາຈາກເເປ້ງສາລີ ເຊິ່ງໄດ້ຄວາມຄິດຢາກເຮັດຕັ້ງເເຕ່ສະໄໜຮຽນຢູ່ມັດທະຍົມຕອນປາຍ ເນື່ອງຈາກມີຄວາມຝັນທີ່ຈະເປັນຜູ້ປະກອບການເພື່ອສັງຄົມ ເຊິ່ງປະສົບການເປັນອາສາສະໝັກຕ່າງໆ ເເລະ ສ່ວນໂຕເປັນຄົນມັກດື່ມກາເຟ ເຮັດໃຫ້ເຮົາເຫັນຊ່ອງວ່າງຂອງບັນຫາທີ່ຢາກເຫັນມັນຖືກເເກ້ໄຂ”.

ອິນໄຊລາວ: ຈຸດປະສົງທີ່ຜະລິດຈອກນີ້ຂຶ້ນມາແມ່ນເພື່ອຫຍັງ?
ມາຣິນາ: “ຜະລິດຕະພັນທີ່ນ້ອງໄດ້ຄິດຄົ້ນ ເເລະ ສ້າງຂຶ້ນມາ ເເມ່ນ “ຈອກກິນໄດ້” ເຊິ່ງເປັນ ຈອກຄຸກກີ້ຊັອກໂກແລັດ ເເລະ ຊາຂຽວ ທີ່ເປັນ plant-based ໂດຍບໍ່ນຳໃຊ້ໄຂ່ ຫຼື ເນີຍ ເເລະ ທຸກຄົນສາມາດກິນໄດ້ ບໍ່ວ່າຈະເປັນ vegan ຫຼື ເປັນພູມເເພ້. ຈອກຄຸກກີ້ກິນໄດ້ ເເມ່ນສາມາດຮັບນໍ້າທີ່ມີຄວາມຮ້ອນໄດ້ເຖີ່ງ 100 ອົງສາ ເເລະ ຄວາມເຢັນໄດ້ເຖີ່ງ -20c ເປັນໄລຍະເວລາບໍ່ຕໍ່າກ່ອນຊົ່ວໂມງໜື່ງ ເຊິ່ງຈຸດດີຂອງການໃຊ້ ຈອກກິນໄດ້ ກໍຄືທ່ານສາມາດດື່ມເຄື່ອງດື່ມຂອງຫວານທີ່ທ່ານມັກ ເເລ້ວຍັງສາມາດກິນຄຸກກີ້ພາຍຫຼັງ ນອກຈາກມັນຈະເຮັດໃຫ້ທ່ານອີ່ມເເລ້ວ ມັນກໍຍັງຊ່ວຍລົດຈຳນວນຂີ້ເຫຍື້ອທີ່ເປັນຈອກເຈ້ຍ ຫຼື ພລາສຕິກ ເຊິ່ງມັນກໍຍັງດີສໍາລັບການຍ່ອຍສະລາຍອີກດ້ວຍ”.
ອິນໄຊລາວ: ມີໃຜ ຫຼື ໂຄງການໃດບໍ່ ທີ່ໃຫ້ການສະໜັບສະໜຸນແນວຄວາມຄິດນີ້ຂອງນ້ອງ?
ມາຣິນາ: “ຊ່ວງເເລກໆທີ່ເລີ່ມຕົ້ນເເມ່ນທາງຄອບຄົວໄດ້ລົງທຶນໃຫ້ນ້ອງໜົດ ເເຕ່ໄດ້ຮັບຄຳປຶກສານຳ ຜູ້ກໍຕັ້ງ Zero Waste Laos ເເລະ ອ້າຍກົກຢູ່ຍີ່ປຸ່ນ ເຊີ່ງເດືອນທີ່ຜ່ານມານ້ອງໄດ້ຮັບທືນການສະໜັບສະໜູນຈາກ ບໍລິສັດ Toyota ພ້ອມກັບທີ່ປຶກສາຈາກ Econoxlaos ເເລະ ໜື່ງໃນທີມງານທີ່ເຮັດວຽກກ່ຽວກັບການພັດທະນາເເຫ່ງອົງການສະຫະປະຊາຊາດ”.

ອິນໄຊລາວ: ໃນການເຮັດທົດລອງອອກມາທຳອິດ ໄດ້ຮັບຄວາມສົນໃຈ ຫຼື ຜົນຕອບຮັບແນວໃດແດ່?
ມາຣິນາ: “ຕອນນ້ອງເຮັດລົງໃນ Facebook ຊ່ວງນີ້ມັນເປັນຈອກກທີ່ບໍ່ສົມບູນ ເເຕ່ກໍຍັງໄດ້ຮັບຫຼາຍກຳລັງໃຈ ເຊິ່ງຕອນປ່ອຍສີນຄ້າຫຼ້າສຸດອອກມາ ເເມ່ນມີຫຼາຍຄົນໃຫ້ຄວາມສົນໃຈ ເເລະ ຕິດຕໍ່ມາຫຼາຍ”.
ອິນໄຊລາວ: ໄດ້ມີການຕິດຕໍ່ພົວພັນກັບບັນດາຮ້ານກາເຟຕ່າງໆ ບໍ່ ເພື່ອຜະລິດສົ່ງຂາຍໃຫ້ເຂົາເຈົ້າ?.
ມາຣິນາ: “ນ້ອງກຳລັງຢູ່ໃນຊ່ວງເຈລະຈາ ເເລະ ທົດລອງພົວພັນນຳຮ້ານ Café ທີ່ເຂົ້າຮ່ວມ Plastic Free Laos”.

ອິນໄຊລາວ: ຖ້າເຮັດອອກມາຂາຍ ແມ່ນຈະຂາຍໃນລາຄາ ຈອກ 1 ເທົ່າໃດ? ຜະລິດອອກມາຈັກຣົດຊາດ?
ມາຣິນາ: “ນ້ອງພາຍາຍາມເຕັມທີ່ເພື່ອໃຫ້ຈອກມີລາຄາທີ່ເໜາະສົມ ເເລະ ບໍ່ເເພງເກີນໄປເພື່ອໃຫ້ທຸກເພດທຸກໄວໄດ້ເຂົ້າເຖິງ ເຊິ່ງລາຄາທີ່ນ້ອງກະໄວ້ເເມ່ນຈະປະມານ 6.000-7.000 ກີບ ຕໍ່ຈອກ ເຊິ່ງຣົດຊາດປັດຈຸບັນໃນຊ່ວງທົດລອງເເມ່ນມີ ໂກ້ໂກ້ ເເລະ ຊາຂຽວ“.

ອິນໄຊລາວ: ແຜນໃນອະນາຄົດແມ່ນຢາກຕໍ່ຍອດສິ່ງນີ້ແນວໃດ?
ມາຣິນາ: “ນ້ອງຢາກພັດທະນາທາງດ້ານລົດຊາດໃຫ້ມີຫຼາຍຂື້ນ ພ້ອມກັບການກໍຕັ້ງບໍລິສັດຈອກກີນໄດ້ ນອກຈາກນີ້ເເລ້ວນ້ອງຍັງຕ້ອງການເເບ່ງທຸກ 10 ເປີເຊັນຂອງກຳລັງເຂົ້າໃນໂຄງການພັດທະນາໄວໜຸ່ມ ໂດຍສະເພາະໃນດ້ານການອ່ານ, ຜູ້ປະກອບການ ເເລະ ການເປັນຜູ້ນຳ”.
ອິນໄຊລາວ: ແລ້ວປັດຈຸບັນນີ້ເດ້ ແມ່ນກຳລັງສຶກສາ ຫຼື ປັບປຸງຫຍັງແດ່ ເພື່ອໃຫ້ໄດ້ຈອກທີ່ມີຄຸນນະພາບຕື່ມ?
ມາຣິນາ: “ປັດຈຸບັນ ເເມ່ນມິີວິທີ່ຮັກສາຈອກເພື່ອໃຫ້ເກັບໄວ້ໄດ້ດົນ, ເພາະຈອກກິນໄດ້ ທີ່ເຮັດອອກມາເເມ່ນບໍ່ຄວນປະໄວ້ໃນຕູ້ freezer ຫຼື ຈຸດທີ່ມີຄວາມຊຸ່ມຊື່ນ, ແຕ່ວ່າໃນອຸນຫະພູມປົກກະຕິ ຖ້າທ່ານບໍ່ກິນມັນທັນທີ ເມື່ອທ່ານໄດ້ຮັບຈອກ ກໍຄວນເອົາໃສ່ໄວ້ໃນກ່ອງໃສ ຫຼື ກ່ອງທີ່ອາກາດບໍ່ສາມາດເຂົ້າໄປໄດ້, ເພາະວ່າມັນຈະເຮັດໃຫ້ texture ຂອງຈອກ chewier ແທນທີ່ຈະເປັນ crispy ທ່ານສາມາດຮັກສາຄຸນນະພາບຂອງຈອກໄດ້ເຖິງໜຶ່ງອາທິດຖ້າຮັກສາໄວ້ໃນກ່ອງທີ່ລົມເຂົ້າໄປບໍ່ໄດ້”.