ຜ້າໄໝ ແລະ ຝ້າຍລາວ ຖືວ່າເປັນສິລະປະລາຍມືຊະນິດໜຶ່ງທີ່ມີຄວາມລະອຽດອ່ອນ ແລະ ປານີດ, ທີ່ມາຈາກພູມປັນຍາຂອງຄົນລາວ ຕັ້ງແຕ່ບູຮານນະການ ເຊິ່ງໄດ້ມີການຮັກສາ, ພັດທະນາ ແລະ ສືບທອດກັນມາຈົນມາເຖິງປັດຈຸບັນ. ສະນັ້ນ, ການທີ່ເຮົາເລືອກຊົມໃຊ້ຜະລິດຕະພັນລາວ ນອກຈາກຈະເປັນການສະໝັບສະໜູນຄົນລາວແລ້ວ ຍັງເປັນການກະຈາຍລາຍໄດ້ໃຫ້ກັບທ້ອງຖິ່ນນຳອີກ.

ທ່ານ ນາງ ທອງສະຫວັນ ບຸນເລີດ, ເຈົ້າຂອງຜະລິດຕະພັນ “ຜ້າໄໝລາວ ແລະ ຝ້າຍລາວ” ບ້ານ ໂພນຕ້ອງ ຈອມມະນີ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ກ່າວວ່າ: ຈຸດເລີ່ມຕົ້ນແມ່ນມີຄວາມມັກຮັກໃນເລື່ອງຂອງຜ້າໄໝ ມາຕັ້ງແຕ່ນ້ອຍ ທັງມີຄວາມຮູ້ເລື່ອງຕໍ່າຫູກທໍຜ້າໄໝ ແລະ ເຫັນວ່າ ມີການຕະຫຼາດດີ ທັງພາຍໃນ ແລະ ຕ່າງປະເທດ ຈຶ່ງຕັດສິນໃຈສ້າງຜະລິດຕະພັນດັ່ງກ່າວນີ້ຂຶ້ນມາ.

ສຳລັບຝ້າຍທີ່ນໍາມາຜະລິດ ສ່ວນຫຼາຍນໍາມາຈາກ ຊໍາເໜືອ, ຫຼວງນ້ໍາທາ, ອຸດົມໄຊ ແລະ ຈາກບ່ອນອື່ນໆ ອີກຫຼາຍແຫ່ງໃນປະເທດລາວ; ຜ້າສ່ວນຫຼາຍທີ່ນຳເຂົ້າມາ ແມ່ນອອກແບບເອງ, ໃຊ້ມືຫຍິບເອງທັງໝົດ; ມີການນໍາໃຊ້ລວດລາຍທີ່ມີມາຕັ້ງແຕ່ອະດີດມາປະຍຸກຄືນ, ມີການປະສົມປະສານກັນ ບໍ່ວ່າຈະເປັນລວດລາຍຂອງຜ້າ, ການນໍາໃຊ້ໄໝປະສົມຝ້າຍ; ເຊິ່ງສິ່ງເຫຼົ່ານີ້ສາມາດນໍາໄປຜະລິດເຄື່ອງນຸ່ງ, ສິ້ນ, ເສື້ອ, ຜ້າແພ, ກະເປົາ, ໝອນ ລວມໄປເຖິງການຜະລິດເຄື່ອງໃຊ້ສອຍຕ່າງໆ ໃນເຮືອນອີກດ້ວຍ.

ຜ້າໄໝລາວ ແລະ ຝ້າຍລາວ ທັງສອງແມ່ນໄດ້ຮັບຄວາມນິຍົມຕ່າງກັນ ແລ້ວແຕ່ຕະຫຼາດທົ່ວໂລກ; ປັດຈຸບັນ ແມ່ນມີການສົ່ງອອກຂາຍທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ນາງ ທອງສະຫວັນ ບຸນເລີດ ກ່າວຕື່ມວ່າ: ການນໍາຜ້າມາປະຍຸກແບບນີ້ ແມ່ນບໍ່ໄດ້ຊື້ນໍາປະຊາຊົນທົ່ວໄປ ແຕ່ຈະມີການລົງໄປສົ່ງເສີມ, ຕິດຕາມ, ກວດກາ ແລະ ສຶກສາເບິ່ງໃນເຂດຊົນນະບົດ ໂດຍສະເພາະ ແມ່ຍິງຊົນເຜົ່າ ເພື່ອເປັນການສົ່ງເສີມເຂົາເຈົ້າໂດຍສະເພາະ.
Hits: 18