Wednesday, March 26, 2025

ລາວໂທລະຄົມ ກັບ ໄຟຟ້າລາວ ຮ່ວມມືທາງທຸລະກິດ ຊໍາລະຄ່າໄຟຟ້າທົ່ວປະເທດຜ່ານແອັບ M-Money

ພິທີເຊັນບົດບັນທຶກການຮ່ວມມື ສຶກສາຄວາມເປັນໄປໄດ້ທາງທຸລະກິດ ແລະ ພິທີເຊັນສັນຍາ ການຊໍາລະຄ່າໄຟຟ້າທົ່ວປະເທດຜ່ານ M-Money Application ລະຫວ່າງ ກຸ່ມບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ (ລລທ) ລົງນາມໂດຍແມ່ນ ທ່ານ ອາລຸນນະເດດ ບານຈິດ ຮອງຜູ້ອໍານວຍການໃຫຍ່ ແລະ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ລົງນາມໂດຍ ທ່ານ ວິລະພອນ ວິຊຸນນະລາດ ຮອງຜູ້ອໍານວຍການໃຫຍ່

ການຮ່ວມມືກັນສຶກສາຄວາມເປັນໄປໄດ້ທາງທຸລະກິດໃນຄັ້ງນີ້ ປະກອບດ້ວຍໜ້າວຽກດັ່ງຕໍ່ໄປນີ້:

  1. ການສ້າງບົດວິພາກ ເສດຖະກິດ-ເຕັກນິກ ກ່ຽວກັບ ແຜນການດໍາເນີນທຸລະກິດ ໄລຍະສັ້ນ, ກາງ ແລະ ໄລຍະຍາວ ໂດຍນຳໃຊ້ໂຄງຂ່າຍລະບົບສາຍໄຍແກ້ວ OPGW ຂອງ ຟຟລ ໃນຂອບເຂດທົ່ວປະເທດ ເພື່ອໃຫ້ບໍລິການລູກຄ້າທັງພາຍໃນ ແລະ ຕ່າງປະເທດ.
  2. ສຶກສາການນໍາໃຊ້ເຕັກໂນໂລຊີ ຂອງ ລາວໂທລະຄົມ ເພື່ອສົ່ງຂໍ້ຄວາມສັ້ນ (SMS) ໃນການເເຈ້ງເຕືອນໄຟມອດ ຫຼື ເເຈ້ງຂ່າວສານຂໍ້ມູນຕ່າງໆ ໃຫ້ຜູ້ຊົມໃຊ້ໄຟຟ້າ ແລະ ສຶກສາ Package internet ມານໍາໃຊ້ໃນໝໍ້ນັບໄຟທັນສະໄໝ ແລະ ສໍາລັບໃຊ້ກັບອົງກອນ.
  3. ສຶກສາການນໍາໃຊ້ພື້ນຖານໂຄງລ່າງ ຂອງ ຟຟລ ທີ່ສາມາດໃຊ້ຮ່ວມກັບ ລລທ ໃນການຂະຫຍາຍອຸປະກອນ ຮັບ-ສົ່ງສັນຍານໂທລະຄົມ ແລະ ສຶກສາການນໍາໃຊ້ສາຍໄຍແກ້ວ ຂອງ ຟຟລ ທີ່ມີຢັ່ງຢາຍຢູ່ໃນນະຄອນຫຼວງ ເພືີ່ອໃຫ້ບໍລິການອິນເຕີເນັດ ຄວາມໄວສູງແກ່ສັງຄົມ.
  4. ຄົ້ນຄວ້າວິທີການເກັບມ້ຽນສາຍເກາະຫ້ອຍເສົາໄຟຟ້າ ຂອງ ບັນດາບໍລິສັດ ໂທລະຄົມຕ່າງໆ ຢູ່ຕາມເສົາໄຟຟ້າ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ.
  5. ສຶກສາຄວາມເປັນໄປໄດ້ຂອງການສ້າງລະບົບ Billing, ແລກປ່ຽນ ແລະ ຄົ້ນຄ້ວາ ການປະຕິບັດງານຂອງ ລະບົບສູນຄວບຄຸມເຄືອຂ່າຍ ຂອງ ລາວໂທລະຄົມ (Network Operation Center = NOC) ເພື່ອມາຮ່ວມມືໃນການນໍາໃຊ້ຮ່ວມກັບ ຟຟລ ແລະ ແລກປ່ຽນການຮ່ວມມື Call Center – ການປະຊາສໍາພັນລູກຄ້າ.
  6. ສຶກ​ສາຄວາມ​ເປັນ​ໄປ​ໄດ້ ​​ໃນການສ້າງສະຖານີສາກ​ລົດ​ໄຟ​ຟ້າ (EV Charging Station).
  7. ແລກປ່ຽນບົດຮຽນຂອງສູນຮຽນຮູ້ Learning Centers ຂອງ ລລທ, ແລກປ່ຽນວັດທະນະທໍາອົງກອນ ແລະ ການຝຶກອົບຮົມ ພັດທະນາບຸກຄະລາກອນດ້ານຕ່າງໆ ຂອງທັງສອງຝ່າຍ ເຊັ່ນ:  ດ້ານການບໍາລຸງຮັກສາ ແລະ ສ້ອມແປງລະບົບໂຄງຂ່າຍ, ດ້ານການເງິນ ແລະ ການບັນຊີ ຂອງ ລະບົບ SAP (Sytstem Application and Products).

ນອກຈາກ ການຮ່ວມມືສຶກສາຄວາມເປັນໄປໄດ້ທາງທຸລະກິດ ທີ່່ໄດ້ກ່າວມາຂ້າງເທິງແລ້ວ ໂດຍອີງໃສ່ທ່າແຮງ ຂອງ ບໍລິສັດ ລາວໂມບາຍມັນນີ ຈໍາກັດຜູ້ດຽວ ທີ່ເປັນບໍລິສັດໃນເຄືອ ຂອງ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ, ລັດວິສາຫະກິດໄຟຟ້າລາວແມ່ນເຫັນ​ດີ ​ເຊື່ອມຕໍ່​ລະ​ບົບການຊໍາລະສະສາງຄ່າໄຟຟ້າ ແລະ ຄ່າບໍລິການອື່ນໆ ຂອງ ຟຟລ ຜ່ານບໍລິການ ກະເປົາເງີນເອເລັກໂຕຣນິກ (Mobile Wallet) M-Money ແລະ ການເຊື່ອມຕໍ່ M-Money App ກັບ EDL App ເພື່ອເປັນການອຳນວຍຄວາມສະດວກ ໃນການຊຳລະຄ່າໄຟຟ້າໃຫ້ແກ່ຜູ້ໃຊ້ບໍລິການໃນທົ່ວປະເທດ.

ຂໍ້ມູນຈາກ: Lao Telecom

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ