Monday, March 24, 2025

ສິ່ງທີ່ທ່ານຄວນຮູ້! ກ່ອນເບິ່ງຮູບເງົາ “ບໍ່ມີວັນຈາກ-The Long Walk”

ເປັນທີ່ໜ້າຍິນດີ ທີ່ຮູບເງົາລາວເລື່ອງ “ບໍ່ມີວັນຈາກ-The Long Walk” ເຊິ່ງເປັນຮູບເງົາເລື່ອງທຳອິດ ທີ່ໄດ້ເຂົ້າສາຍໃນ Netflix ເປັນຜົນງານການກຳກັບຈາກ ແມັດຕີ້ ໂດ ຜູ້ກຳກັບຮູບເງົາຍິງຄົນທຳອິດຂອງລາວ. ໂດຍຮູບເງົາເລື່ອງນີ້ໄດ້ສ້າງຂຶ້ນໃນປີ 2019  ແລະ ໄດ້ຮັບການຕອບຮັບເປັນຢ່າງດີຈາກທົ່ວໂລກ.

ສຳລັບເລື່ອງຫຍໍ້ຂອງຮູບເງົາເລື່ອງນີ້ ແມ່ນເວົ້າເຖິງຊາຍຊະລາທີ່ທຸກຈົນຄົນໜຶ່ງ (ຮັບບົດໂດຍ: ຊຽງຍານ ນະວຸດທິ ຈັນທະລັງສີ) ທີ່ໃຊ້ຊີວິດຕາມລຳພັງໃນເຮືອນຫຼັງເກົ່າ ທີ່ຊົນນະບົດ ເຂດຫ່າງໄກສອກຫຼີກ ທີ່ມີວິຖີຊີວິດ ແລະ ຄວາມເຊື່ອ ທີ່ຍັງຄົງດຳເນີນຕໍ່ໄປ ເຖິງວ່າຈະມີເຕັກໂນໂລຊີທີ່ທັນສະໄໝເຂົ້າມາປານໃດກໍຕາມ, ເຊິ່ງຊາຍຊະລາຄົນນີ້ ມີຄວາມສາມາດພິເສດ ທີ່ສາມາດເບິ່ງເຫັນບັນດາວິນຍານຄົນຕາຍໄດ້ ແລ້ວມື້ໜຶ່ງເຂົາກໍພົບກັບວິນຍານຜີສາວ (ຮັບບົດໂດຍ: ນຸດນະພາ ສ້ອຍດາລາ) ທີ່ຢູ່ກັບເຂົາມາ 50 ປີ ສາມາດພາເຂົາຍ້ອນເວລາໄປພົບກັບໂຕເຂົາໃນສະໄໝຍັງນ້ອຍໄດ້ (ເຊິ່ງເດັກນ້ອຍຄົນນັ້ນຮັບບົດໂດຍ: ປໍ ສີລັດສາ) ເຊິ່ງເຮັດໃຫ້ເຂົາຕ້ອງການທີ່ຈະຍ້ອນເວລາກັບໄປເພື່ອແກ້ໄຂຄວາມເຈັບປວດໃນອະດີດ ແຕ່ເຂົາບໍ່ຮູ້ເລີຍວ່າ ການແກ້ໄຂອະດີດທີ່ເຂົາຕ້ອງການ ຈະຍ້ອນກັບມາສົ່ງຜົນຕໍ່ເຂົາຢ່າງຮ້າຍແຮງແບບບໍ່ຄາດຄິດ.

ເຖິງວ່າເລື່ອງ “ບໍ່ມີວັນຈາກ-The Long Walk” ຈະເປັນຮູບເງົາທີ່ມີຜີອອກມາເກືອບໝົດເລື່ອງ ແຕ່ເປັນຜີທີ່ບໍ່ມີຄວາມເປັນຕາຢ້ານເລີຍ ແຕ່ກໍມີບາງສາກທີ່ມີເລືອດອອກມາແບບສົດ (ຄົນທີ່ຢ້ານເລືອດຄວນຫຼີກຫຼ່ຽງ) ເຊິ່ງນອກຈາກຈະບໍ່ມີຄວາມເປັນຕາຢ້ານແລ້ວ ຍັງເບິ່ງເປັນຕາຮັກອີກ ໂດຍສະເພາະໃນສາກທີ່ຊາຍຊະລາຕອນຍັງນ້ອຍ ແບ່ງໝາກກ້ຽງໃຫ້ຜີສາວກິນ, ເຊິ່ງໂດຍລວມຂອງຮູບເງົາຈະອອກແນວທີ່ມີສຽງປະກອບທີ່ຮູ້ສຶກເປັນຕາຢ້ານແດ່ ເຊິ່ງໃຫ້ຄວາມຮູ້ສຶກຄ້າຍຄືກັບເບິ່ງຮູບເງົາສາລະຄະດີ ຫຼາຍກວ່າຮູບເງົາຜີ.

ຮູບເງົາເລື່ອງນີ້ ມີຫຼາຍຕອນທີ່ບົ່ງບອກເບິ່ງອະນາຄົດ ເຖິງວ່າຈະບໍ່ແມ່ນອະນາຄົດທີ່ໄກຕົວ ແຕ່ກໍມີເຕັກໂນໂລຊີໃນເລື່ອງທີ່ພັດທະນາໄປຈົນເຖິງການຝັງຊິບໃນຮ່າງກາຍ, ໂດຍຊິບນີ້ຈະປະກົດຢູ່ເທິງແຂນທີ່ສາມາດລະບຸໂຕຕົນໄດ້, ບອກເວລາໄດ້ ແລະ ໃຊ້ສະແກນຈ່າຍເງິນໄດ້ ແຕ່ຕົວລະຄອນຫຼັກໃນເລື່ອງຊ້ຳພັດໃຊ້ຊີວິດຢູ່ໃນເຮືອນໄມ້ຫຼັງເກົ່າໆ ທີ່ບົ່ງບອກເຖິງຄວາມຫ່າງໄກຈາກຄວາມຈະເລີນໃນໂລກຄວາມເປັນຈິງ ເຊິ່ງຫຼາຍຄົນອາດບໍ່ເຂົ້າໃຈວ່າ ເປັນຫຍັງຈຶ່ງເອົາໂລກອະນາຄົດມາປະກອບໃສ່ນຳ ແລະ ຕຳຫຼວດຍັງຕ້ອງມາເພິ່ງຄົນທີ່ເຫັນຜີ ໃຫ້ຊ່ວຍຕາມຫາສົບຄົນຕາຍອີກ ທັ້ງໆທີ່ມີເຕັກໂນໂລຊີທີ່ທັນສະໄໝ ກ້າວໜ້າ ຈົນເຖິງຂັ້ນຝັງຊິບໄດ້ແລ້ວ.

ຖ້າໃຜໄດ້ເບິ່ງຮູບເງົາເລື່ອງນີ້ແລ້ວຈະສັງເກດເຫັນວ່າ ຕົວລະຄອນໃນເລື່ອງ ບໍ່ຄ່ອຍມີຊື່ ແລະ ມີບົດທີ່ຄົນເວົ້າໜ້ອຍສຸດ ແຕ່ນັກສະແດງແຕ່ລະຄົນ ຊ້ຳພັດສະແດງບົດບາດອອກມາໄດ້ດີຫຼາຍ ທັງຊາຍຊະລາ, ຜີສາວ, ເດັກນ້ອຍ ແລະ ຕົວລະຄອນອື່ນໆ ໂດຍສະເພາະບົດບາດຂອງຜີສາວ ທີ່ເກືອບໝົດເລື່ອງມີບົດເວົ້າພຽງປະໂຫຍກດຽວ ໃນຕອນຈົບ ແຕ່ການສະແດງສີໜ້າທ່າທາງໃນຕອນຈົບ ເຮັດໃຫ້ຮູ້ສຶກອິນໄປກັບເລື່ອງໄດ້ຢ່າງງ່າຍດາຍ.

ອີກໜຶ່ງຈຸດທີ່ໜ້າສົນໃຈຄື ຊື່ຂອງຮູບເງົາເລື່ອງນີ້ ແມ່ນເຂົ້າກັບເນື້ອໃນຂອງຮູບເງົາຫຼາຍ ທັງພາສາອັງກິດ The Long Walk” ເພາະມັນສື່ໃຫ້ເຫັນເຖິງການເດີນທາງໄກແບບບໍ່ມີຈຸດສິ້ນສຸດຂອງຕົວລະຄອນທີ່ ວົນກັບໄປບ່ອນເກົ່າສະເໝີ ລວມເຖິງ “ບໍ່ມີວັນຈາກ” ທີ່ຟັງແລ້ວເປັນຕາຢ້ານ ແຕ່ຄວາມຈິງແລ້ວໝາຍເຖິງ ການວຽນວາຍຕາຍເກີດ, ການຄຳນຶງຫາ ລວມທັງຄວາມຮູ້ສຶກທີ່ຕິດຢູ່ໃນໃຈທີ່ ບໍ່ມີວັນຈາກໄປໄສ ເຖິງເວລາຈະຜ່ານໄປດົນສ່ຳໃດກໍຕາມ.

ເຖິງວ່າ ຮູບເງົາເລື່ອງນີ້ຈະເຮັດອອກມາໄດ້ດີ ແຕ່ກໍຕ້ອງຍອມຮັບວ່າ ຮູບເງົາເລື່ອງນີ້ອາດເຂົ້າເຖິງແຕ່ຄົນບາງກຸ່ມ ເພາະເປັນການເລົ່າເລື່ອງຂອງມິຕິເວລາທີ່ສະຫຼັບສັບຊ້ອນ ແບບຂ້ອນຂ້າງເຈັບຫົວພໍສົມຄວນ, ລວມໄປເຖິງເລື່ອງລາວຕ່າງໆທີ່ຖິ້ມເອົາໄວ້ໃນຕອນຈົບແບບງົງໆ, ຫຼັງຈາກທີ່ເບິ່ງຈົບແລ້ວອາດຕ້ອງໄດ້ຫາບົດວິເຄາະກັນແບບໄວໆ ແຕ່ສຳລັບໃຜທີ່ມັກເບິ່ງຮູບເງົາທີ່ຕ້ອງໃຊ້ຄວາມຄິດ ຫຼື ໃຊ້ເວລາໃນການເບິ່ງ ກໍໜ້າຈະຖືກໃຈຮູບເງົາເລື່ອງນີ້ພໍສົມຄວນ ເວົ້າງ່າຍໆ ທີ່ຄົນມັກກໍຈະມັກເລີຍ ສ່ວນຄົນທີ່ບໍ່ມັກກໍຈະບໍ່ມັກເລີຍ ປະມານນີ້.

ແນວໃດກໍດີ ຮູບເງົາເລື່ອງນີ້ເປັນຮູບເງົາຂອງປະເທດລາວ ສ້າງຂຶ້ນໂດຍຄົນລາວ ເຮົາຄວນຈະສົ່ງເສີມ ແລະ ສະໜັບສະໜຸນຮູບເງົາລາວໃຫ້ຫຼາຍໆ ເພື່ອຈະໄດ້ເປັນກຳລັງໃຈໃຫ້ກັບທີມງານຜູ້ສ້າງ ໄດ້ມີແຮງກາຍ ແຮງໃຈໃນການພັດທະນາວົງການຮູບເງົາລາວໃຫ້ກ້າວໜ້າຕໍ່ໄປ.

ສຳລັບຜູ້ທີ່ຈະເບິ່ງຮູບເງົາເລື່ອງນີ້ ຄວນຈະອ່ານເບິ່ງເນື້ອເລື່ອງຫຍໍ້ໃຫ້ເຂົ້າໃຈສາກ່ອນ ຈະໄດ້ບໍ່ສັບສົນເວລາເບິ່ງຕົວຈິງ ແລະ ຫຼັງຈາກທີ່ເບິ່ງຮູບເງົາເລື່ອງນີ້ແລ້ວ ທ່ານໄດ້ຮັບຮູ້ ແລະ ສຳພັດໄດ້ເຖິງຫຍັງແດ່ ກ່ຽວກັບຮູບເງົາເລື່ອງນີ້ ບໍ່ວ່າຈະເປັນເນື້ອເລື່ອງຂອງຮູບເງົາ, ການນຳສະເໜີ, ການລຳດັບພາບ, ສຽງ ແລະ ຄຸນນະພາບຂອງຮູບເງົາ ເປັນແນວໃດ? ແຕ່ຖ້າທ່ານຈະໃຫ້ຄະແນນທ່ານຈະໃຫ້ຄະແນນແບບໃດ? ຢ່າລືມຄອມເມັ້ນບອກກັນແດ່ເດີ້!

ສາມາດເບິ່ງຮູບເງົາເລື່ອງ “ບໍ່ມີວັນຈາກ-The Long Walk” ໄດ້ແລ້ວທີ່ Netflix.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.