ຂໍຂອບໃຈນຳຜູ້ສະໜັບສະໜູນ

“ຜ້າຍ້ອມນິນ” ເປັນອີກຜະລິດຕະພັນໜຶ່ງ ທີ່ຜະລິດມາຈາກພູມປັນຍາຂອງຊາວບ້ານທ້ອງຖິ່ນ ຂອງບ້ານ ວຽງແກ້ວ, ເມືອງ ຫົງສາ, ແຂວງ ໄຊຍະບູລີ ທີ່ສືບທອດກັນມາແຕ່ບູຮານນະການ ໂດຍມີການນໍາໃຊ້ຊັບພະຍາກອນທີ່ມີຢູ່ໃນທ້ອງຖິ່ນ ນຳມາປະຍຸກໃຫ້ເກີດເປັນຜະລິດຕະພັນທີ່ຫຼາກຫຼາຍ ແລະ ສາມາດສ້າງລາຍຮັບໄດ້ເປັນຢ່າງດີ.

ທ່ານ ນາງ ບົວລອຍ ແປງແສງແກ້ວ; ເຈົ້າຂອງຜະລິດຕະພັນ “ຜ້າຍ້ອມນິນ” ບ້ານ ວຽງແກ້ວ, ເມືອງ ຫົງສາ, ແຂວງ ໄຊຍະບູລີ ທີ່ໄດ້ຮັບກາໝາຍ ODOP ກ່າວວ່າ: ປັດຈຸບັນ ຫັດຖະກໍາຕໍ່າແຜ່ນ “ຜ້າຍ້ອມນິນ” ຂອງບ້ານ ວຽງແກ້ວ ມີຜະລິດຕະພັນຫຼັກໆ ເຖິງ 26 ຊະນິດ ເປັນຕົ້ນແມ່ນ ຝ້າຍໝໍ້ນິນ, ສິ້ນດອກລາຍເຕັມ, ສິ້ນລາຍກາງ, ສິ້ນລາຍດອກນ້ອຍ,  ສິ້ນລື້ທຳມະດາ, ສິ້ນທຸເລ (ດອກຕີ້ນ), ສິ້ນລື້ລາຍງາມ, ເສື້ອຜູ້ຊາຍ, ເສື້ອແມ່ຍິງ, ເສື້ອຄຸມ, ຜ້າພັນຄໍ, ຜ້າປູໂຕະໃຫຍ່ (ດອກຈົກ) ແລະ ຜະລິດຕະພັນອື່ນໆ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ເຊິ່ງຂະບວນການຜະລິດ ໃນເບື້ອງຕົ້ນກໍ່ມີການປູກຝ້າຍ, ການເກັບດອກຝ້າຍມາອິ້ວ, ການເຂັນຝ້າຍໃຫ້ເປັນເສັ້ນ, ການຍ້ອມນ້ຳນິນ (ສີທຳມະຊາດ), ການປັ່ນຝ້າຍ (ປັ່ນໃສ່ຫຼອດ,ໃສ່ກະສວຍ) ແລະ ການຕໍ່າຫູກ; ໂດຍແບ່ງອອກເປັນ 3 ກຸ່ມຄື: ກຸ່ມຕໍ່າຫູກ, ກຸ່ມຍ້ອມສີ ແລະ ກຸ່ມຕັດຫຍິບ. ເມື່ອຜະລິດແລ້ວ ສາມາດນໍາໄປຂາຍທັງພາຍໃນ ແລະ ຕ່າງປະເທດ; ເຊິ່ງຜະລິດຕະພັນພາຍໃນທີ່ໄດ້ຮັບຄວາມນິຍົມໄດ້ແກ່:  ສິິ້ນ, ເສື້ອ, ຜ້າພັນຄໍ, ຜ້າບ່ຽງ ແລະ ແຜ່ນຕັດເສື້ອ.

ສຳລັບຕ່າງປະເທດທີ່ໃຫ້ຄວາມນິຍົມແມ່ນ: ສິ້ນ, ເສື້ອ, ຜ້າພັນຄໍ, ຜ້າບ່ຽງ, ຜ້າປູໂຕະ, ຖົງ, ກະເປົາ, ຜ້າຮອງຈອກ, ຮອງຈານ, ຜ້າເຊັດມື ແລະ ຕຸກກະຕາ; ເຊິ່ງທີ່ຜ່ານມາ ຜະລິດຕະພັນ “ຜ້າຍ້ອມນິນ” ຂອງບ້ານ ວຽງແກ້ວ ກໍເຄີຍນຳໄປວາງສະແດງສິນຄ້າຢູ່ ປະເທດໄທ ແລະ ປະເທດຍີ່ປຸ່ນ.

ເຊິ່ງຜະລິດຕະພັນຕ່າງໆ ເຫຼົ່ານີ້ ເປັນສິ່ງທີ່ເຮົາຄວນຈະມີການສົ່ງເສີມຢູ່ເລື້ອຍໆ ໂດຍສະເພາະແມ່ນຜະລິດຕະພັນຂອງຄົນໃນທ້ອງຖິ່ນ ທີ່ນຳໃຊ້ຊັບພະຍາກອນຈາກທຳມະຊາດ, ເຊິ່ງສາມາດສ້າງວຽກເຮັດງານທໍາ, ສ້າງລາຍໄດ້ໃຫ້ປະຊາຊົນ, ອີກທັງເປັນມິດກັບສິ່ງແວດລ້ອມນຳອີກ, ສະນັ້ນ ພາກສ່ວນຕ່າງໆ ຄວນໃຫ້ການສົ່ງເສີມ ແລະ ໂຄສະນາ ໃຫ້ເປັນທີ່ຮູ້ຈັກ ທັງພາຍໃນ ແລະ ຕ່າງປະເທດ; ພ້ອມທັງເຮັດໃຫ້ວຽກງານດັ່ງກ່າວມີຄວາມຍືນຍົງ.

Hits: 23

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້