ງານສິລະປະໂລຫະ ກໍເປັນອີກວຽກງານໜຶ່ງ ທີ່ຕ້ອງໃຊ້ຄວາມລະອຽດອ່ອນ ແລະ ຄວາມປານີດ ທີ່ຕິດພັນກັບຄົນລາວມາແຕ່ອະດີດຈົນເຖິງປັດຈຸບັນ.
ເຊິ່ງງານໂລຫະ ເປັນວຽກງານທີ່ຕ້ອງໄດ້ໃຊ້ຄວາມສາມາດສູງ ບໍ່ວ່າຈະເປັນການວາດລວດລາຍເສັ້ນ, ການສັບລວດລາຍ, ການຈອດແຕ່ລະສ່ວນ ລົງໃນແຜ່ນໂລຫະ ແລະ ແຜ່ນທອງແດງ. ເຊິ່ງມາຮອດປັດຈຸບັນ ສາຂາໂລຫະ ເປັນສາຂາ ທີ່ບໍ່ຄ່ອຍມີນັກສຶກສາ ໃຫ້ຄວາມສົນໃຈຮຽນ ແລະ ສ່ຽງຕໍ່ການຂາດຜູ້ສືບທອດໃນສາຂາວິຊານີ້.
ທ້າວ ພອນວິໄລ ບຸນຍະວົງ, 24 ປີ, ຈາກເມືອງ ສົບເບົາ, ແຂວງ ຫົວພັນ ນັກສຶກສາ ປີ 4 ສາຂາສິລະປະໂລຫະ, ພາກປະຕິມະກຳ, ສະຖາບັນວິຈິດສິນແຫ່ງຊາດ, ເປັນນັກສຶກສາ ພຽງຄົນດຽວ ທີ່ສຶກສາ ກ່ຽວກັບລິລະປະໂລຫະ. ຍ້ອນຄວາມຕ້ອງການຂອງພໍ່ແມ່ ທີ່ຢາກໃຫ້ລູກຮູ້ວິທີຕີເງິນ-ຕີຄຳ ແລະ ຕົນເອງກໍມັກ ໃນເລື່ອງຂອງການຕີເງິນຕີຄຳຢູ່ແລ້ວ ຈຶ່ງເລືອກສາຂານີ້ ໂດຍບໍ່ໄດ້ຄິດວ່າ ຈະມີພຽງແຕ່ເຂົາຜູ້ດຽວທີ່ຮຽນສາຍນີ້.
ພອນວິໄລ ບອກວ່າ: ສາເຫດທີຄົນບໍ່ຄ່ອຍຢາກຮຽນວິຊານີ້ ອາດຈະເປັນເພາະວ່າ ງານໂລຫະ ຕ່າງຈາກງານອື່ນ ເພາະຕ້ອງໄດ້ໃຊ້ຄວາມພະຍາຍາມ ແລະ ຄວາມປານີດ ຫຼາຍກວ່າງານອື່ນໆ ບໍ່ວ່າຈະເປັນການນຳເສດເຫຼັກ, ເສດທອງແດງ ທີ່ເຮົາບໍ່ໃຊ້ແລ້ວ ນຳມາຈອດ ປະຕິດປະຕໍ່ກັນ ໃຫ້ມັນອອກມາເປັນຮູບນາມມະທຳ, ເຮັດໃຫ້ເປັນຜົນງານໜຶ່ງໄດ້ບໍ່ແມ່ນເລື່ອງງ່າຍ, ອີກຢ່າງກໍຕ້ອງໄດ້ໃຊ້ພອນສະຫວັນ ໃນການອອກແບບງານ ແຕ່ລະງານຢ່າງລະອຽດອ່ອນ.
ສຳລັບ ຈຸດທີ່ຍາກທີ່ສຸດ ຂອງສາຂານີ້ ຈະເປັນການແຕ້ມໂຄງ ຫຼື ລວດລາຍຂອງເສັ້ນ, ການສັບລາຍ ລົງໃນແຜ່ນໂລຫະ ແລະ ແຜ່ນທອງແດງ. ສ່ວນຫຼາຍແລ້ວ ຈະແຕ້ມແບບມາຕິດໃສ່ແຜ່ນທອງ ສະຫຼັບເສັ້ນໃຫ້ໄດ້ໂຄງລວມກ່ອນ ແລ້ວຈຶ່ງສັບຕາມເສັ້ນທີ່ລົງໄວ້ ແລະ ການສັບໃສ່ແຜ່ນໂລຫະ ກັບແຜ່ນທອງແດງ ກໍຈະຕ່າງກັນ.
ການສັບໃສ່ແຜ່ນທອງແດງ ຈະຍາກກວ່າ ເພາະມັນແຂງ, ສ່ວນແຜ່ນໂລຫະ ຈະເປັນຄືລັກສະນະກົ່ວ ເປັນແຜ່ນອ່ອນບາງ ຈະເຮັດໃຫ້ສັບໄດ້ງ່າຍ. ແຜ່ນໂລຫະ ທີ່ເປັນຜົນງານ ບາງເທື່ອອາຈານກໍນຳມາໃຫ້ ແຕ່ສ່ວນຫຼາຍ ແຜ່ນທອງແດງ ທີ່ໃຊ້ສັບເປັນພາບຈະແມ່ນເຮົາຊື່ເອງ.
ປັດຈຸບັນ ພອນວິໄລ ມີຜົນງານອອກມາ 45 ຜົນງານ, ໂດຍມີ 2 ຜົນງານທີ່ເຄີຍຖືກວາງສະແດງ ຢູ່ສະຖາບັນວິຈິດສິນແຫ່ງຊາດ ໃນປີ 2020 ແລະ ອີກ 4 ຜົນງານ ເປັນທີ່ຍອມຮັບຂອງສັງຄົມຄື: ພະຍານາກ, ນາກສອງຫົວ, ຊ້າງ ແລະ ເຄື່ອງໝາຍຊາດລາວ.
ຜົນງານທີ່ໃຊ້ເວລາເຮັດດົນກວ່າໝູ່ຈະເປັນ “ພະພານຂັນ” ເພາະມີຈຸດພິເສດຂອງລວດລາຍ ສິລະປະລາວທີ່ໂດດເດັ່ນ ຈຶ່ງເຮັດຍາກ, ສ່ວນຜົນງານທີ່ເຮັດອອກມາແລ້ວ ມັກຫຼາຍຈະເປັນ “ພະຍານາກ” ເພາະມັນເປັນຄວາມເຊື່ອຕັ້ງແຕ່ໃດມາ ແລະ ມັນເປັນເລື່ອງເລົ່າຂານ ຂອງຜູ້ເຖົ້າຜູ້ແກ່ ກ່ຽວກັບປະຫວັດຂອງພະຍານາກ ມາຫຼາຍແບບ ແຕ່ບໍ່ເຄີຍມີໃຜເຄີຍເຫັນຕົວຈິງ ວ່າມັນເປັນແບບໃດ ພຽງແຕ່ຄາດເດົາວ່າ ມັນມີຮູບຊົງແບບນີ້ ເລີຍຢາກສ້າງຮູບພາບຈຳລອງ ໄວ້ໃນແຜ່ນທອງ.
ສ່ວນ “ພະລາຫູອົມຈັນ” ເປັນຜົນງານລ່າສຸດ ທີ່ມີລັກສະນະອົມດວງຈັນເຄິ່ງໜຶ່ງ ທີ່ມີດ້ານໜຶ່ງໃຫ້ຄວາມສະຫວ່າງ ອີກດ້ານໜຶ່ງມີຄວາມມືດມົວ ເຊິ່ງປຽບເໝືອນກັບຄົນທີ່ມີດ້ານດີ ແລະ ບໍ່ດີ.
ເຖິງວ່າເຂົາຈະເປັນພຽງຄົນດຽວທີ່ເລືອກຮຽນສາຂານີ້ ແຕ່ເຂົາກໍຄິດວ່າວຽກງານນີ້ຈະສາມາດສ້າງອາຊີບໃຫ້ເຂົາໄດ້ໃນອະນາຄົດ, ຫຼັງຈາກທີ່ເຂົາຮຽນຈົບສາຂານີ້ແລ້ວ ເຂົາວາງແຜນໄວ້ວ່າ ຈະສ້າງຜົນງານໄວ້ເລື່ອຍໆ ເພື່ອວາງຂາຍຕາມກຸ່ມງານສິລະປະຕ່າງໆ ແລະ ຢູ່ໃນສື່ອອນລາຍ ເພື່ອສ້າງລາຍຮັບໃຫ້ກັບຕົນເອງ.