ກະຊວງພານິດໄທ – DITP ເປີດງານສະແດງສິນຄ້າໂລຈິສຕິກສະເໝືອນຈິງ TILOG VE 2022 ຊຸກຍູ້ຜູ້ປະກອບການສູ່ຕະຫຼາດໂລກ,  ເຊື່ອມຕໍ່ທຸລະກິດໂລຈິສຕິກໃນພາກພື້ນ

ກົມສົ່ງເສີມການຄ້າລະຫວ່າງປະເທດ (DITP) ກະຊວງພານິດໄທ ເປີດງານສະແດງສິນຄ້າ ໂລຈິສຕິກສະເໝືອນຈິງ ແລະ ເຈລະຈາທຸລະກິດອອນລາຍ (TILOG Virtual Exhibition : TILOG VE 2022) ເປັນປີທີ 2 ຕໍ່ຍອດຄວາມສຳເລັດໂດຍຈັດງານ 3 ມື້ ຕັ້ງແຕ່ ວັນທີ 24-26 ສິງຫາ 2022 ໂດຍນໍາທັບຜູ້ປະກອບການໂລຈິສຕິກໄທລະດັບແຖວໜ້າກວ່າ 50 ບໍລິສັດ ເຊື່ອມໂຍງເຄືອຂ່າຍ ສ້າງພັນທະມິດກັບຜູ້ປະກອບການໂລຈີສຕິກ ຜູ້ນໍາເຂົ້າຕ່າງປະເທດ ເທິງແພັດຟອມ www.tilog-ve.com ຕັ້ງເປົ້າໃຫ້ເກີດມູນຄ່າທາງການຄ້າ ສ້າງລາຍໄດ້ບໍ່ໜ້ອຍກວ່າ 200 ລ້ານບາດ.

ທ່ານພູສິດ ລັດຕະນະກຸນ ເສລີເລິງລິດ ອະທິການບໍດີ ກົມສົ່ງເສີມການຄ້າລະຫວ່າງປະເທດ ເປີດເຜີຍວ່າ: ກົມສົ່ງເສີມການຄ້າລະຫວ່າງປະເທດ ດໍາເນີນການຕາມນະໂຍບາຍຂອງຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງພານິດໄທ (ທ່ານ ຈຸລິນ ລັກສະນະວິສິດ) ໃນການພັດທະນາຊ່ອງທາງການຕະຫຼາດໃຫ້ກັບພາກບໍລິການ ໂດຍສະເພາະທຸລະກິດໂລຈີສຕິກທີ່ເປັນສ່ວນສຳຄັນໃນການພັດທະນາຂີດຄວາມສາມາດທາງການແຂ່ງຂັນຂອງປະເທດ ແລະ ຍົກລະດັບໃຫ້ປະເທດໄທເປັນສູນກາງໂລຈີສຕິກຂອງພາກພື້ນ. ເຊິ່ງທຸລະກິດບໍລິການໂລຈິສຕິກຂອງໄທມີສັກກະຍະພາບ ແລະ ຍັງມີໂອກາດຂະຫຍາຍຕົວໄດ້ຢ່າງຕໍ່ເນື່ອງ ກົມສົ່ງເສີມການຄ້າລະຫວ່າງປະເທດຈຶ່ງໄດ້ຈັດງານສະແດງສິນຄ້າໂລຈີສຕິກສະເໝືອນຈິງ ແລະ ເຈລະຈາທຸລະກິດອອນລາຍ (TILOG Virtual Exhibition : TILOG VE 2022) ຂື້ນເພື່ອສ້າງໂອກາດທາງການຄ້າສູ່ສາກົນ ຂະຫຍາຍເຄືອຂ່າຍລະຫວ່າງຜູ້ປະກອບການໂລຈີສຕິກໄທ ກັບຕ່າງປະເທດ ລວມເຖິງສະແດງຄວາມພ້ອມຂອງທຸລະກິດ ບໍລິການໂລຈີສຕິກໄທ ຜ່ານການນໍາສະເໜີສິນຄ້າ ແລະ ບໍລິການ ເທິງແພັດຟອມ www.tilog-ve.com

ກິດຈະກຳພາຍໃນງານ TILOG VE 2022 ນອກຈາກຈະມີການນໍາສະເໜີບູສສະແດງສິນຄ້າ ແລະ ບໍລິການຂອງຜູ້ປະກອບການໂລຈີສຕິກໄທກວ່າ 50 ບໍລິສັດ ທີ່ສາມາດເຂົ້າເບິ່ງໄດ້ຕະຫຼອດ 24 ຊົ່ວໂມງຈາກທົ່ວໂລກແລ້ວ ຍັງມີການຈັບຄູ່ເຈລະຈາທຸລະກິດອອນລາຍ (Online Business Matching) ທີ່ຮວບຮວມຜູ້ໃຫ້ບໍລິການໃນ 5 ກຸ່ມສິນຄ້າ/ບໍລິການໄວ້ນໍາກັນ ເພື່ອຕອບໂຈດທຸກຄວາມຕ້ອງການເຊັ່ນ: ກຸ່ມຂົນຖ່າຍວັດສະດຸ, ກຸ່ມບັນຈຸ, ກຸ່ມຄັງສິນຄ້າ, ກຸ່ມເຕັກໂນໂລຊີ ແລະ ນະວັດຕະກໍາໂລຈີສຕິກ ແລະ ກຸ່ມບໍລິການຂົນສົ່ງສິນຄ້າ.

“ງານTILOG VE 2022 ເປັນງານສະແດງສິນຄ້າໂລຈີສຕິກສະເໝືອນຈິງທີ່ໄດ້ຮັບການຕອບຮັບເປັນຢ່າງດີ ແລະ ເປັນງານແບບຄົບວົງຈອນສໍາລັບທຸລະກິດໂລຈີສຕິກແຫ່ງທໍາອິດໃນພາກພື້ນອາຊຽນ ລວມເຖິງເປັນສ່ວນໜຶ່ງທີ່ສາມາດສະໜັບສະໜູນໃຫ້ຜູ້ປະກອບການຕະຫຼອດຮອດຜູ້ຜະລິດທັງຂະໜາດນ້ອຍ ຂະໜາດກາງ ແລະ ຂະໜາດໃຫຍ່ມີເຄືອຂ່າຍພັນທະມິດກັບຕ່າງປະເທດໄດ້ຫຼາຍຂື້ນ ເຊິ່ງຈະຊ່ວຍສົ່ງເສີມປະສິດທິພາບໃນການດໍາເນີນທຸລະກິດ ທັງນີ້ຄາດວ່າຈະສ້າງມູນຄ່າທາງການຄ້າລະຫວ່າງການເຈລະຈາທຸລະກິດໄດ້ບໍ່ໜ້ອຍກວ່າ 200 ລ້ານບາດ” ທ່ານ ພູສິດ ລັດຕະນະກຸນ ເສລີເລິງລິດ ອະທິການບໍດີກົມສົ່ງເສີມການຄ້າລະຫວ່າງປະເທດ ກ່າວປີດທ້າຍ

ຜູ້ປະກອບການທີ່ສົນໃຈ ສາມາດລົງທະບຽນເຂົ້າຮ່ວມເບິ່ງງານ TILOG VE 2022 ເທິງ www.tilog-ve.com ໄດ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ໂດຍບໍ່ເສຍຄ່າໃຊ້ຈ່າຍ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...