Thursday, November 13, 2025
Kbank Laos โอน รับ จ่าย

ປ່ຽນກ້ວຍນ້ຳທຳມະດາ ໃຫ້ມີຄຸນຄ່າ ຈົນສາມາດສົ່ງອອກໄດ້.

ໝາກກ້ວຍນ້ຳຂອງລາວ ເປັນໝາກໄມ້ອີກຊະນິດໜຶ່ງທີ່ມີຄຸນຄ່າທາງສານອາຫານຫຼວງຫຼາຍ ເຊິ່ງເປັນໝາກໄມ້ທີ່ປູກງ່າຍ ແລະ ມີຫຼາຍຢູ່ບ້ານເຮົາ ແຕ່ເພື່ອເປັນການສ້າງມູນຄ່າເພີ່ມໃຫ້ກັບໝາກກ້ວຍນ້ຳລາວ ຈຶ່ງໄດ້ມີການຍົກລະດັບຈາກໝາກກ້ວຍນ້ຳທຳມະດາ ມາເປັນ ຜະລິດຕະພັນໝາກກ້ວຍນ້ຳລາວເຄືອບຊ໊ອກໂກແລັດ ທີ່ມີຄຸນນະພາບ ແລະ ໄດ້ມາດຕະຖານ ຈົນສາມາດສົ່ງອອກຂາຍຕ່າງປະເທດໄດ້.

ທ່ານ ມານະ ແຈ້ງມຸກ, ເຈົ້າຂອງຜະລິດຕະພັນ ກ້ວຍນ້ຳລາວເຄືອບຊ໋ອກໂກແລັດ ສະຫວັນນາລາວ ກ່າວວ່າ: ຈຸດເລີ່ມຕົ້ນ ຂອງການແປຮູບເພື່ອຍົກລະດັບ ໝາກກ້ວຍນ້ຳລາວໃຫ້ອອກສູ່ຕ່າງປະເທດ ດ້ວຍການປັບປ່ຽນປະສົມປະສານ ລະຫວ່າງສິນຄ້າລາວ ກັບຕ່າງປະເທດ ຈາກໝາກກ້ວຍນ້ຳລາວ ມາເປັນໝາກກ້ວຍນ້ຳ ເຄືອບຊ໋ອກໂກແລັດ ໂດຍມີແນວຄິດນຳສິນຄ້າລາວໃຫ້ເປັນທີ່ຮູ້ຈັກກວ້າງໄກ ໄປສູ່ຕ່າງປະເທດ.

ປະຊາຊົນລາວ ສ່ວນໃຫຍ່ຈະປູກໝາກກ້ວຍນ້ຳຫຼາຍ ບໍ່ວ່າຈະເປັນພາກເໜືອ, ພາກກາງ ແລະພາກໃຕ້ ໄປທາງໃດກໍຈະສັງເກດເຫັນ ແລະ ວາງຂາຍໃນລາຄາທີ່ຂ້ອນຂ້າງຕ່ຳ ຈຶ່ງຄິດວ່າ ການນຳຈຸດດ້ອຍໃຫ້ກາຍມາເປັນຈຸດເດັ່ນ ເພາະໝາກກ້ວຍມີຣົດຊາດ ໃນຕົວຂອງມັນຢູ່ແລ້ວ ບໍ່ຈຳເປັນຕ້ອງປັບປ່ຽນຫຍັງຫຼາຍ.

ທ່ານ ມານະ ແຈ້ງມຸກ

ນອກຈາກນີ້, ໝາກກ້ວຍຍັງມີຄຸນປະໂຫຍດຄື ນ້ຳນົມແມ່ຜູ້ທີ່ສອງ ແລະ ເຫັນວ່າໃນຕ່າງປະເທດ ເຂົາເຈົ້າຈະມັກກິນກ້ວຍນ້ຳ ຫຼາຍກວ່າໝາກກ້ວຍຊະນິດອື່ນ ເຊິ່ງກ້ວຍນ້ຳນອກຈາກຈະໃຫ້ຄຸນຄ່າທາງອາຫານ, ໃຫ້ນ້ຳຕານທີ່ມີຄຸນຄ່າສຳລັບຮ່າງກາຍແລ້ວ ກ້ວຍນ້ຳ ຍັງມີວິຕາມິນ, ມີແຮ່ທາດຕ່າງໆ ທີ່ສຳຄັນ ຊ່ວຍໃຫ້ລະບົບຂັບຖ່າຍສະດວກຂຶ້ນ.

ທ່ານ ມານະ ກ່າວວ່າ ຍ້ອນເຫັນວ່າໝາກກ້ວຍນ້ຳ ທີ່ປະຊາຊົນປູກຂາຍຕາມທ້ອງຕະຫຼາດ ຍັງບໍ່ທັນພຽງພໍທີ່ຈະຕອບສະໜອງໃຫ້ເຮົາ ເລີຍຖືເອົາຄວາມຮູ້ ທີ່ໄດ້ມາຈາກພໍ່ແມ່ ຜູ້ທີ່ເຄີຍພາເຮົາປູກກ້ວຍມາແຕ່ນ້ອຍ ຫັນມາປູກກ້ວຍນ້ຳເອງເລີຍ ເປົ້າໝາຍຫຼັກໆຂອງເຮົາກໍຄື: ປູກຢູ່ລາວ, ຜະລິດຢູ່ລາວ ໃຫ້ສົມກັບວ່າ ເປັນຜະລິດຕະພັນລາວແທ້. ເຮົາຈະເນັ້ນປູກຢູ່ ເມືອງ ໄຊທານີ ເປັນຫຼັກ ປັດຈຸບັນມີ 22 ສວນ, ປະມານ 1 ແສນຕົ້ນ.

ຈຸດປະສົງຂອງການປູກກ້ວຍນໍ້າເອງ ກໍເພື່ອສົ່ງເສີມໃຫ້ພໍ່ແມ່ປະຊາຊົນ ໄດ້ມີວຽກເຮັດງານທຳເປັນຫຼັກ, ໝາຍຄວາມວ່າ ໃຊ້ແຮງງານຄົນ ຮ່ວມກັບເທັກໂນໂລຢີ ພ້ອມທັງພັດທະນາບຸກຄະລາກອນ ເປັນຫົວໃຈຫຼັກຂອງການພັດທະນາທຸລະກິດ ເຮັດໃຫ້ເຂົາເຈົ້າໄດ້ມີກິນມີໃຊ້ ໃຫ້ຮູ້ຈັກລະບຽບຂອງການໃຊ້ຊີວິດ.

ກ່ອນຈະເຮັດເປັນຜະລິດຕະພັນອອກມາ ຕ້ອງໄດ້ສຶກສາຮຽນຮູ້ ແລະ ເຂົ້າໃຈ ກ່ຽວກັບສິ່ງທີ່ເຮົາຈະເຮັດໃຫ້ລະອຽດ ບໍ່ວ່າຈະເປັນ ການປູກກ້ວຍ, ການຕັດກ້ວຍ, ການບົ່ມກ້ວຍ, ຕາກກ້ວຍດ້ວຍແສງແດດໃນເຮືອນແກ້ວ ຈົນຮອດການເຄືອບຊ໋ອກໂກແລັດ ເຊິ່ງໃຊ້ເວລາປີກວ່າຈຶ່ງສາມາດດຳເນີນການຜະລິດໄດ້ ແລະ ຜະລິດຕະພັນຂອງເຮົາ ແມ່ນບໍ່ມີນ້ຳຕານ, ບໍ່ມີສານກັນບູດ ແຕ່ສາມາດຢູ່ໄດ້ຫຼາຍເດືອນ.

ສ່ວນການຫຸ້ມຫໍ່ແມ່ນ ໄດ້ແນວຄວາມຄິດມາຈາກຫຼາຍປະເທດ ບໍ່ວ່າຈະເປັນ ຫວຽດນາມ, ຈີນ ເພາະເຂົາເຈົ້າເກັ່ງເລື່ອງການອອກແບບ ຜະລິດຕະພັນ ເລີຍຄິດວ່ານຳເອົາວິທີການຫຸ້ມຫໍ່ ຈາກຕ່າງປະເທດ ມາປະສົມປະສານກັບແບບຂອງລາວ ເພື່ອໃຫ້ມັນອອກມາກົມກືນກັນ.

ເມື່ອເວົ້າເຖິງສິ່ງທີ່ທ້າທາຍທີ່ສຸດຂອງສິນຄ້າ ໜ້າຈະເປັນເລື່ອງຂອງການຕະຫຼາດ ເພາະຜະລິດຕະພັນຂ້ອນຂ້າງແພງ ລູກຄ້າສ່ວນຫຼາຍຈະເປັນ ນັກທ່ອງທ່ຽວຊາວຕ່າງຊາດ ແລະ ຄົນລາວຈຳນວນໜ້ອຍ ທີ່ມັກກິນຊ໋ອກໂກແລັດ ແຕ່ກໍມີບາງຫ້ອງການ, ບາງບໍລິສັດທີ່ນຳເອົາສິນຄ້າ ໄປເປັນຂອງຝາກຂອງຕ້ອນ ແລະ ເຮົາຈະເນັ້ນການສົ່ງອອກໄປຕ່າງປະເທດເປັນຫຼັກ.

ສຳລັບສິນຄ້າ ແມ່ນຈະມີຣົດຊາດທີ່ແຕກຕ່າງກັນ ແຕ່ມີພື້ນຖານຂອງ ຊ໋ອກໂກແລັດ ເປັນຫຼັກ ເຊັ່ນ ນົມຊອກໂກແລັດ, ໝາກນ໋ອດຊ໋ອກໂກແລັດ, ໂກໂກ້ຊ໋ອກໂກແລັດ, ສະຕໍເບີຣີຊ໋ອກໂກແລັດ ແລະ ໃນອານະຄົດຈະມີ ຣົດໝາກຂາມ, ໝາກມ່ວງ, ໝາກຖົ່ວລຽນ ແລະ ຣົດຊາດອື່ນໆອີກ.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.