Monday, March 24, 2025

14 ວຽກງານ ສໍາລັບແຜນວຽກຈຸດສຸມເດືອນກັນຍາ 2022 ຂອງລັດຖະບານ

ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳ ນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຂ່າວຜົນຂອງກອງປະຊຸມລັດຖະບານ ປະຈໍາເດືອນສິງຫາ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 24 ແລະ ອັດລົງວັນທີ 25 ສິງຫາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດ ຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ

ສໍາລັບແຜນວຽກຈຸດສຸມເດືອນກັນຍາ 2022 ນີ້ ກໍແມ່ນເປັນການຜັນຂະຫຍາຍແຜນວຽກຈຸດສຸມ ຂອງລັດຖະບານ ໃນ 6 ເດືອນທ້າຍປີ 2022 ທີ່ໄດ້ຮັບຮອງ ໃນກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ຜ່ານມາ, ຕາມມະຕິ 07/ລບ ແລະ ມະຕິ 08/ລບ, ຊຶ່ງວຽກຈຸດສຸມຕົ້ນຕໍຕ້ອງໄດ້ກໍ່ຍັງແມ່ນການສຸມໃສ່ປະຕິບັດແຜນດຳເນີນງານ ຂອງລັດຖະບານ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ, ສໍາລັບແຜນວຽກລະອຽດ ໃນແຕ່ລະຂົງເຂດ ມີດັ່ງນີ້:

  1. ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມຢ່າງຕໍ່ເນື່ອງ ໃນນີ້ ບ່ອນໃດທີ່ບໍ່ທັນເປັນລະບຽບ ກໍໍໃຫ້ຈັດເຂົ້າສູ່ລະບຽບຕື່ມ ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ;
  2. ສືບຕໍ່ຈັດຕັ້ງປະຕິບັດ ແຜນດໍາເນີນງານຂອງລັດຖະບານ ໃຫ້ປະສົບຜົນສໍາເລັດ ໂດຍສະເພາະການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ມະຕິກອງປະຊຸມ ສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດຊຸດທີ IX ກ່ຽວກັບການປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2022 ໃຫ້ບັນລຸຄາດໝາຍທີ່ວາງໄວ້ ຕາມການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດທີ່ກຳນົດໃນມະຕິ ເລກທີ 08 ຂອງລັດຖະບານ, ໄປຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ພ້ອມທັງກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2023 ໂດຍສະເພາະແຜນການລົງທຶນຂອງລັດ ໃຫ້ສໍາເລັດຕາມເວລາທີ່ກໍານົດໄວ້.
  3. ສືບຕໍ່ເລັ່ງແກ້ໄຂສະພາບຄວາມບອບບາງດ້ານເສດຖະກິດມະຫາພາກ ໃຫ້ກັບສູ່ສະພາບປົກກະຕິ ໂດຍສຸມໃສ່ການຄຸ້ມຄອງອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ອັດຕາເງິນເຟີ້ ໃຫ້ຢູ່ໃນລະດັບທີ່ສາມາດຄວບຄຸມໄດ້. ພ້ອມກັນນັ້ນ, ຕ້ອງສຸມໃສ່ແກ້ໄຂບັນຫາການສະໜອງນໍ້າມັນເຊື້ອໄຟໃຫ້ພຽງພໍ ດ້ວຍຫຼາຍມາດຕະການ ໂດຍຖືເອົາມາດຕະການເສດຖະກິດ ແລະ ກົນໄກຕະຫຼາດເປັນຕົ້ນຕໍ ໄປຄຽງຄູ່ກັບການກຳນົດມາດຕະການແກ້ໄຂໃນໄລຍະກາງ ແລະ ຍາວ.
  4. ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ບໍ່ລັ່ງເລການປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານ, ດໍາລັດ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ດໍາລັດ ວ່າດ້ວຍລົດຂອງລັດ ແລະ ນິຕິກຳລຸ່ມກົດໝາຍ ທີ່ກ່ຽວຂ້ອງຕ່າງໆ ໃຫ້ເຂັ້ມງວດ ແລະ ເປັນຮູບປະທຳຫຼາຍຂຶ້ນ, ພ້ອມທັງສຸມໃສ່ກວດກາ-ຕິດຕາມ ການເກັບລາຍຮັບຈາກໂຄງການຂຸດຄົ້ນແຮ່ທາດ ໄລຍະທົດລອງ ເລີ່ມຈາກຂອດການຂຸດຄົ້ນ, ຂົນສົ່ງ ແລະ ຈຳໜ່າຍ.
  5. ສືບຕໍ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດ ໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ສຸມໃສ່ໂຄງການລົງທຶນ ເພື່ອແກ້ໄຂຄວາມທຸກຍາກ ເປັນບູລິມະສິດ.
  6. ສືບຕໍ່ແກ້ໄຂໜີ້ສິນສາທາລະນະດ້ວຍຫຼາຍຮູບແບບ ໂດຍສະເພາະ ບັນຫາໜີ້ສິນຂອງລັດວິສາຫະກິດໃຫ້ສາມາດແກ້ໄຂໄດ້ໂດຍໄວ, ຫຼຸດການສ້າງໜີ້ໃໝ່ທີ່ບໍ່ຈຳເປັນ ແລະ ອື່ນໆ, ເດັດຂາດບໍ່ໃຫ້ຕົກເຂົ້າສູ່ສະພາບທີ່ບໍ່ສາມາດຊໍາລະໜີ້ໄດ້.
  7. ສືບຕໍ່ປະຕິຮູບລັດວິສາຫະກິດ ທີ່ນອນໃນແຜນປະຕິຮູບ ຂອງລັດຖະບານ ແລ້ວນັ້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ ໂດຍສະເພາະ ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດຫວຍພັດທະນາລາວ, ລັດວິສາຫະກິດການບິນລາວ.
  8. ໃຫ້ເລັ່ງສ້າງກົນໄກການພິຈາລະນາການລົງທຶນຂອງພາກເອກະຊົນໃຫ້ສຳເລັດໂດຍໄວ. ພ້ອມກັນນັ້ນ, ກໍໃຫ້ເລັ່ງຊຸກຍູ້ ແລະ ສົ່ງເສີມບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ອະນຸມັດແລ້ວ ໃຫ້ສາມາດຈັດຕັ້ງປະຕິ ບັດ ໂດຍໄວ. ໃນເວລາດຽວກັນ, ກໍ່ຕ້ອງເລັ່ງກວດກາ, ຕິດ ຕາມ ບັນດາໂຄງການລົງທຶນທີ່ມີສັນຍາແລ້ວ ໃຫ້ໄດ້ຈັດຕັ້ງປະຕິບັດ ເພື່ອບໍ່ໃຫ້ມີການຈັບຈ່ອງໄວ້ ໂດຍບໍ່ປະຕິບັດເຊິ່ງຖ່ວງດຶງການພັດທະນາ. ນອກນັ້ນ, ຕ້ອງຊຸກຍູ້ໃຫ້ມີການນຳເຂົ້າເງິນຕາຕ່າງປະເທດ ມາສູ່ເສດຖະກິດຂອງ ສປປ ລາວ ໃຫ້ໄວຂຶ້ນ ດ້ວຍການກວດກາການສິ້ນສຸດສັນຍາຊຳລະໜີ້ສິນຕ່າງປະເທດ ຂອງບັນດາໂຄງການ, ກໍ່ຄືຈຸດກຸ້ມທຶນ ແລະ ການມີຜົນກຳໄລຂອງເຂົາເຈົ້າ.
  9. ໃຫ້ຮີບຮ້ອນປັບປຸງຂອດການບໍລິການທາງລົດໄຟໃຫ້ດີຂຶ້ນ ໂດຍສະເພາະ ການຂາຍປີ້ລົດໄຟ, ການຈັດສັນສະຖານທີ່ພາຍໃນສະຖານີລົດໄຟ ໂດຍໃຫ້ມີເຂດການບໍລິການປິ່ນອ້ອມສະຖານີ ແລະ ອື່ນໆ.
  10. ສືບຕໍ່ແກ້ໄຂຜົນກະທົບຈາກໄພພິບັດຝົນຕົກໜັກ ຢູ່ບາງແຂວງ ໃຫ້ກັບມາສູ່ປົກກະຕິໂດຍໄວ, ໃນນັ້ນ, ໃຫ້ເອົາໃຈໃສ່ແກ້ໄຂບາງວຽກດັ່ງນີ້: ທ້ອງຖິ່ນໃດ ທີ່ຖືກຜົນກະທົບໜັກ ກໍ່ໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮີບຮ້ອນສົມທົບອົງການປົກຄອງທ້ອງຖິ່ນ ຊ່ວຍເຫຼືອບັນເທົາທຸກໃຫ້ທັນການ, ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງຂອງທ້ອງຖິ່ນ ທີ່ເປ່ເພ, ຕິດຕາມບັນດາລະດັບນ້ຳຂອງເຂື່ອນໄຟຟ້າຕ່າງໆ ຢ່າງໃກ້ຊິດ ແລະ ມີແຜນການບໍລິຫານຈັດການນ້ຳທີ່ລະອຽດ.
  11. ສືບຕໍ່ຕິດຕາມ, ເຝົ້າລະວັງ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19, ເຖິງວ່າການແຜ່ລະບາດຈະຜ່ອນລົງແລ້ວກໍຕາມ ແຕ່ກໍບໍ່ໃຫ້ລະເຫຼີງ ໂດຍສະເພາະການປະຕິບັດມາດຕະການປ້ອງກັນຂັ້ນພື້ນຖານ, ລວມທັງ ພະຍາດລະບາດຕາມລະດູການ.
  12. ກະກຽມຮອບດ້ານໃຫ້ແກ່ການເປີດສົກຮຽນໃໝ່ ສຳລັບການສຶກສາທຸກຊັ້ນ, ທຸກສາຍ ໃຫ້ມີຄວາມພ້ອມ ແລະ ບໍ່ໃຫ້ມີປະກົດການຫຍໍ້ທໍ້.
  13. ໃຫ້ຮີບຮ້ອນກະກຽມຈັດກອງປະຊຸມວຽກງານແຂ່ງຂັນຍ້ອງຍໍທົ່ວປະເທດໃຫ້ດີ ໂດຍສະເພາະການກະກຽມທາງດ້ານເນື້ອໃນ ຕ້ອງໃຫ້ມີລັກສະນະບຸກທະລຸ ເພື່ອແກ້ໄຂບັນຫາຄົງຄ້າງຂອງວຽກງານແຂ່ງຂັນຍ້ອງຍໍໃນໄລຍະຜ່ານມາ ໃຫ້ສາມາດເລືອກໄດ້ ບຸກຄົນ, ນິຕິບຸກຄົນ ທີ່ດີເດັ່ນແທ້;
  14. ສືບຕໍ່ຈັດຕັ້ງປະຕິບັດແນວທາງການຕ່າງປະເທດ ຂອງພັກຢ່າງສະເໝີຕົ້ນສະເໝີປາຍ. ອັນພິເສດ ສືບຕໍ່ຊີ້ນໍາການສ້າງຂະບວນການຮອບດ້ານ ເພື່ອຈັດຕັ້ງສະເຫຼີມສະຫຼອງສອງວັນປະຫວັດສາດ ລະຫວ່າງລາວ-ຫວຽດນາມ ໃຫ້ເປັນຂະບວນການຟົດຟື້ນ ບົນຈິດໃຈປະຢັດມັດທະຍັດ, ຖືເອົາເນື້ອໃນເປັນຕົ້ນຕໍ ແລະ ຮູບການເປັນອັນສໍາຄັນ; ພ້ອມກັນນີ້ ກໍກະກຽມຮອບດ້ານໃຫ້ແກ່ການນຳຂັ້ນສູງ ໃນການໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ. ນອກນັ້ນ ກໍ່ໃຫ້ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ເປັນຮູບປະທຳ; ຈັດລຽງບູລິມະສິດ ໃນການໄປເຄື່ອນໄຫວຕ່າງປະເທດ ເພື່ອປະຢັດງົບປະມານທີ່ຈຳເປັນ.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.