Saturday, April 26, 2025
Kbank Laos โอน รับ จ่าย

97 ຄອບຄົວ ລຽບແຄມນໍ້າພາກ ແຂວງຜົ້ງສາລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເສຍຫາຍຫຼາຍກວ່າ 5 ຕື້ກີບ

ພາຍຫຼັງທີ່ເກີດມີຝົນຕົກໜັກຕິດຕໍ່ກັນ ເຮັດໃຫ້ນໍ້າພາກ ມີລະດັບປະລິມານນໍ້າສູງຂຶ້ນ ພ້ອມທັງເກີດມີນໍ້າປ່າໄຫຼສຸແຮງ ເຮັດໃຫ້ເກີດມີນໍ້າອັ່ງຖ້ວມຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງຫຼວງ 2E ແລະ 1B ແຕ່ບ້ານສະຫຼອງໄຊຫາບ້ານຫາດນາງ ແລະ ບ້ານສິນໄຊ ຫາ ບ້ານບວມພັນ.

ນອກຈາກນິ້, ກໍ່ຍັງຖ້ວມບ້ານເຮືອນຂອງປະຊາຊົນຢູ່ແຄມນໍ້າພາກເຂດພື້ນທີ່ຕໍ່າ, ຕໍ່ກັບສະພາບການດັ່ງກ່າວດ້ວຍ ໃນວັນທີ 27 ສິງຫາ ທີ່ຜ່ານມາ ທ່ານວົງເດືອນພູມີທຳ ຮອງເຈົ້າເມືອງ ໄດ້ລົງຊີ້ນຳຂົງເຂດ ເສດຖະກິດຂັ້ນເມືອງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ຕິດຕາມສະພາບການຢ່າງໃກ້ຊິດ.

ພ້ອມທັງລົງກວດກາຜົນກະທົບຢູ່ 4 ບ້ານດັ່ງກ່າວ ເກີດມີນໍ້າພາກໄຫຼສຸແຮງພັດເຂົ້າບ້ານເຮືອນ, ໄຮ່, ນາຮົ້ວ, ສ່ວນ, ສັດລ້ຽງ ແລະ ເຄື່ອງຂອງອື່ນໆ ຂອງປະຊາຊົນ ເຮັດໃຫ້ມີເຮືອນພັດໄຫຼຈຳນວນຫຼາຍ ແລະ ມີດິນເຊາະເຈື່ອນພົບຄວາມຫຍຸ້ງຍາກໃນການສັນຈອນ ຕໍ່ກັບບັນຫາດັ່ງກ່າວນິ້, ທ່ານຮອງເຈົ້າເມືອງກໍ່ໄດ້ແນະນຳໃຫ້ອົງການປົກຄອງບ້ານເອົາໃຈໃສ່ຊ່ວຍເຫຼືອເຊີ່ງກັນ ແລະ ກັນ ໂດຍສະເພາະແມ່ນອາຫານ, ເຄື່ອງໃຊ້ຊອຍ ຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບເບືອງຕົ້ນ.

ປະຈຸບັນ ທາງເມືອງໄດ້ລະດົມກຳລັງຊາວໜຸ່ມ ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມອ້ອມຂ້າງເມືອງ ແລະ ແຮງງານພໍ່ແມ່ປະຊາຊົນບ້ານອ້ອມຂ້າງເມືອງລົງຊ່ວຍເຫຼືອຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ພ້ອມທັງລົງກວດກາ ແລະ ປະເມີນຜົນເສຍຫາຍໃນເບື່ອນຕົ້ນ

ໃນນີ້ບ້ານທີ່ຖືກໄພພິບັດນໍ້າຖ້ວມມີ 4 ບ້ານ, ມີຈຳນວນຄອບຄົວທີ່ຖືກຜົນກະທົບທັງໝົດຈຳ 97 ຄອບຄົວ, ມີຜົນລະເມືອງທີ່ໄດ້ຮັບຜົນກະທົບ 583 ຄົນ, ຍິງ 269 ຄົນຄາດຄະເນຜົນເສຍຫາຍເບື່ອງຕົ້ນປະມານ 5,680,000,000 ກີບ. ນອກຈາກນິ້, ຍັງມີບ້ານໄດ້ຮັບຜົນກະຈາກຈາກນໍ້າຖ້ວມ ນາ, ຊົນລະປະທານ, ໜອງປາ, ຄອງເໝືອງ, ເສັ້ນທາງແຕ່ບ້ານຫາບ້ານ ແລະ ເສັ້ນທາງເຂົ້າເຂດຜະລິດຈຳນວນ 34 ບ້ານ, ໃນ 9 ກຸ່ມບ້ານໃນທົ່ວເມືອງ.​

ຂ່າວຈາກ: ສອນໄຊ ແສງມະນີ

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.