Saturday, April 26, 2025
Kbank Laos โอน รับ จ่าย

ສິ້ນລາຍແຕງໂມ ແລະ ສິ້ນໝີ່ ເອກະລັກການນຸ່ງຖືຂອງແມ່ຍິງ ເຜົ່າໄຕດຳ.

“ການນຸ່ງສິ້ນ” ຖືເປັນເອກະລັກໜຶ່ງໃນການນຸ່ງຖື ຂອງແມ່ຍິງລາວຫຼາຍໆ ຊົນເຜົ່າ, ແຕ່ສຳລັບແມ່ຍິງ ຊົນເຜົ່າໄຕດຳ ແລ້ວຕ່າງກໍມີປະເພນີການນຸ່ງສິ້ນມາແຕ່ບູຮານນະການທີ່ມີລວດລາຍທີ່ເປັນເອກະລັກ ແລະ ເຊິ່ງສ່ວນໃຫຍ່ມັກຈະນຸ່ງສິ້ນທີ່ຕ່ຳເອງ, ແມ່ຍິງທຸກເຮືອນ ຈະເປັນຜູ້ຕ່ຳຜ້າຂຶ້ນມາໃຊ້ເອງ ເປັນຜ້າຝ້າຍຕ່ຳມື ປະກອບໄປດ້ວຍຫົວສິ້ນ, ຜືນສິ້ນ ແລະ ຕີນສິ້ນ ຍ້ອມຄາມ ຈົນເປັນສີຄາມເຂັ້ມເກືອບດຳ, ນຳມາຕໍ່າສະຫຼັບລວດລາຍ ເປັນເອກະລັກສະເພາະຂອງຊົນເຜົ່າໄຕດຳ ເຊິ່ງມີ 2 ລາຍທີ່ເປັນເອກະລັກສະເພາະຄື: ສິ້ນລາຍແຕງໂມ ແລະ ສິ້ນໝີ່.

ໃນຊີວິດປະຈຳວັນແມ່ຍິງເຜົ່າໄຕດຳ ມັກຈະນຸ່ງສິ້ນລາຍແຕງໂມເປັນສ່ວນໃຫຍ່, ສຳລັບສິ້ນທີ່ນຸ່ງຈະມີຢູ່ 2 ປະເພດຄື: ສິ້ນສຳລັບນຸ່ງໃນຊີວິດປະຈຳວັນ ແລະ ສິ້ນທີ່ນຸ່ງໃນງານບຸນປະເພນີ.

ຕາມການບອກເລົ່າຂອງຄົນສະໄໝກ່ອນ ໃຫ້ຮູ້ວ່າ: ສີ້ນລາຍແຕງໂມ ນິຍົມໃຊ້ເຄືອສີແດງເປັນຫຼັກ, ເສັ້ນຝ້າຍທີ່ໃຊ້ຕ່ຳເປັນສີດຳ ຫຼື ຄາມເຂັ້ມເກືອບດຳ, ນັ້ນເປັນທຳນຽມມາຕັ້ງແຕ່ບູຮານນະການ ຜູ້ຊາຍທີ່ເປັນຜົວ ເປັນຜູ້ນຳຂອງຄອບຄົວ ມີໜ້າທີ່ອອກຈາກບ້ານເຂົ້າປ່າ ເພື່ອຖາງປ່າໃຫ້ເປັນບ່ອນທຳມາຫາກິນ, ເຮັດໄຮ່ເຮັດນາ, ປ່ອຍໃຫ້ຜູ້ເປັນເມຍຢູ່ເຝົ້າເຮືອນ ຕ່ຳຫູກ ຈົນກວ່າຜົວຈະກັບບ້ານມາ; ສ່ວນແມ່ຍິງທີ່ຕ່ຳຜ້າ ໃນໃຈກໍຈະຄິດຮອດຜົວ ທີ່ເຂົ້າປ່າໄປຫຼາຍມື້ ອັນເປັນຄວາມຮັກ, ຄວາມຄິດຮອດ ເຊິ່ງຈະມີຢູ່ໃນໂຕຂອງທຸກຄົນ.

ສິ້ນລາຍແຕງໂມ

ການທີ່ໃຊ້ສີແດງ ເປັນເຄືອຫູກ ເພາະວ່າສີແດງເປັນສີທີ່ໃຊ້ແທນໃຈ, ໂຫຍຫາອາລົມໃນຄວາມຮັກ ທີ່ຈາກກັນ ສ່ວນເສັ້ນພຸ່ງໃຊ້ສີຄາມເກືອບດຳ ແທນຕົວເອງ ຜູ້ທີ່ເຝົ້າຄອຍ, ໃຊ້ຕ່ຳທັບເປັນເສັ້ນຂັດ ໃຫ້ເກີດເປັນເນື້ອຜ້າ ໂດຍເຊື່ອງເສັ້ນສີແດງເອົາໄວ້, ເມື່ອນຸ່ງສິ້ນລາຍແຕງໂມ ລໍຖ້າຜົວ ເວລາແສງແດດຊ່ອງໃສ່ ຈະເຫັນຄວາມແວວວັບ ຂອງໄໝສີແດງ ສະທ້ອນອອກມາ ປຽບເໝືອນການສື່ສັນຍານ ແຫ່ງຄວາມຮັກ ທີ່ມີຕໍ່ກັນ ເຖິງຈະເຫັນພຽງຫ່າງໆ ກໍຕາມ ທີ່ເປັນແບບນັ້ນ ກໍເພື່ອປົກປິດຄວາມອາຍ ທີ່ເປັນຄຸນສົມບັດຂອງຍິງສາວ ຊົນເຜົ່າໄຕດຳ ໂດຍແທ້.

ສິ້ນໝີ່

ສ່ວນສີ້ນນາງພະຍາ ຫຼື ສິ້ນໝີ່ ມີຕຳນານ ເລົ່າວ່າ: ແມ່ຍິງຊົນເຜົ່າໄຕດຳ ທີ່ຕ່ຳ ມີພີ່ນ້ອງທີ່ເປັນແມ່ຍິງ 3 ຄົນ, ແມ່ຍິງຄົນທຳອິດ ເປັນຜູ້ຄິດຄົ້ນ ການມັດລາຍໝີ່ ແລະ ຕ່ຳ ແຕ່ຕ່ຳຍັງບໍ່ທັນແລ້ວ ກໍເສຍຊີວິດລົງ, ຄົນທີ່ສອງ ຈຶ່ງຕ່ຳຕໍ່ໃນລະຫວ່າງຕ່ຳກໍເສຍຊີວິດ ຕາມກັນໄປເປັນຄົນທີສອງ, ຍິງຄົນທີ່ສາມ ຈຶ່ງໄດ້ບອກເລົ່າຜີເຮືອນ ກ່ອນຈະຕ່ຳສິ້ນຕໍ່ວ່າ: “ຫາກຕ່ຳສິ້ນຜືນນີ້ແລ້ວ ເມື່ອມີງານບຸນເສັນເຮືອນ ຈະນຸ່ງໃນງານເສັນເຮືອນ”  ເຮັດໃຫ້ຍິງຄົນທີ່ສາມ ສາມາດຕ່ຳສິ້ນດັ່ງກ່າວໄດ້ສຳເລັດ.

ຕັ້ງແຕ່ນັ້ນມາ ຊົນເຜົ່າໄຕດຳ ຈຶ່ງນິຍົມນຸ່ງສິ້ນໝີ່ ຫຼື ສິ້ນນາງພະຍາ ປະກອບໃນພິທີ ການເສັນເຮືອນ ມາຈົນເຖິງປັດຈຸບັນ ຄຳວ່າ: “ນາງພະຍາ”  ໝາຍເຖິງ ຄວາມກ້າ, ຄວາມເດັດດຽວ ເຊິ່ງໝາຍເຖິງ ຍິງໃນຕຳນານ ຍິງຄົນທີ່ສາມທີ່ກ້າຕ່ຳສິ້ນຜືນດັ່ງກ່າວ ໄດ້ຈົນສຳເລັດຢ່າງເດັດດ່ຽວນັ້ນເອງ.

ສິ້ນໝີ່ ຖືເປັນເອກະລັກຂອງຊົນເຜົ່າໄຕດຳ ມາແຕ່ສະໄໝກ່ອນ ຈົນເຖິງປັດຈຸບັນ ຊົນເຜົ່າໄຕດຳ ຈະນຸ່ງສິ້ນໝີ່ ໃນງານບຸນເສັນເຮືອນ, ປັດຈຸບັນນີ້ ສິ້ນໝີ່ຂອງຊົນເຜົ່າໄຕດຳ ຖືວ່າເປັນທີ່ນິຍົມຫຼາຍ ໃນແຂວງ ຫຼວງນ້ຳທາ ຖືເປັນສິ້ນທີ່ຊົນເຜົ່າໄຕດຳ ນຸ່ງອອກງານ ບຸນປະເພນີຕ່າງໆ ເຊິ່ງມີລວດລາຍ ແລະ ຄວາມງົດງາມແຕກຕ່າງກັນໄປ ຖືເປັນສິ້ນທີ່ມີລາຄາສູງພໍສົມຄວນ ໃນ ປັດຈຸບັນ.

More from author

Related posts

Latest posts

ປະຫວັດຄວາມເປັນມາ “ພຣະກິ່ວ” ແຫ່ງນະຄອນຫຼວງພະບາງ

"ພຣະກິວ" ຕາມປະຫວັດຄວາມເປັນມາ ໄດ້ມາຈາກ ລຳນ້ຳກິວ ທີ່ຫລວງນ້ຳທາ ຊົນເຜົ່າລາວເທິງໄດ້ໄປຂຸດມັນ ຢູ່ນ້ຳກິວ ຫລວງນ້ຳທາ ໄດ້ເອົາສຽມໄປຂຸດ ແລະ ໄປທັ່ງໃສ່ແທ່ນພຼະ ແລະ ໄດ້ພົບເຫັນພຼະ ຫລັງຈາກນັ້ນໄດ້ຫາເອົາຜ້າຫໍ່ໄວ້.

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.