Monday, February 10, 2025

ລົງທຶນຜະລິດເອງ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.

ໃນໄລຍະທີ່ຜ່ານມາ ທົ່ວໂລກປະເຊີນກັບວິກິດກັບພະຍາດລະບາດ ໂຄວິດ-19 ລວມທັງປະເທດລາວເຮົາ ເຊິ່ງເຮັດໃຫ້ຫຼາຍໆທຸລະກິດຕ້ອງປະສົບກັບບັນຫາຫຼາຍໆຢ່າງ ເປັນຕົ້ນແມ່ນການນຳເຂົ້າສິນຄ້າມາຈຳໜ່າຍຢູ່ປະເທດລາວ ທີ່ມີຕົ້ນທຶນການນຳເຂົ້າສູງຂຶ້ນ ຈົນເຮັດໃຫ້ນັກທຸລະກິດລາວຫຼາຍທ່ານ ເລືອກທີ່ຈະຫັນມາຜະລິດສິນຄ້າຈຳໜ່າຍເອງ ໂດຍອາໄສການຮຽນຮູ້ ແລະ ປະສົບການຈາກຕ່າງປະເທດ.

ທ່ານ ທອງສະຫວັນ ກິຕິຄຳມູນ

ເຊັ່ນດຽວກັນກັບ ທ່ານ ທອງສະຫວັນ ກິຕິຄຳມູນ, ເຈົ້າຂອງ ບໍລິສັດ ປັງທອງ ເບເກີຣີ ຈຳກັດຜູ້ດຽວ ທີ່ຕັດສິນໃຈຕັ້ງໂຮງງານຜະລິດເຂົ້າໜົມປັງ ຈຳໜ່າຍເອງ ໂດຍຫຼຸດຜ່ອນການນຳເຂົ້າສິນຄ້າຈາກາຕ່າງປະເທດ ທີ່ມີຕົ້ນທຶນການຜະລິດ ແລະ ຄ່າຂົນສົ່ງທີ່ສູງຂຶ້ນ.

ທ່ານ ທອງສະຫວັນ ກ່າວວ່າ: ກ່ອນໜ້າທີ່ພະຍາດ ໂຄວິດ-19 ຈະເຂົ້າມາແຜ່ລະບາດຢູ່ປະເທດລາວ ເພິ່ນເຮັດທຸລະກິດກ່ຽວກັບມິນິມາດ ແລະ ໄດ້ນຳເຂົ້າຂະໜົມປັງ ຈາກຕ່າງປະເທດມາຈຳໜ່າຍຢູ່ທີ່ມິນິມາດຂອງເພິ່ນ, ແຕ່ພາຍຫຼັງທີ່ ໂຄວິດ ເລີ່ມລະບາດໜັກ ແລະ ໄດ້ລ໊ອກດາວພພື້ນທີ່ຕ່າງໆທົ່ວປະເທດລວມທັງໂຈະການນຳເຂົ້າສິນຄ້າຈາກຕ່າງປະເທດ ເຮັດໃຫ້ການນຳເຂົ້າໜົມຈາກຕ່າງປະເທດຫຼຸດລົງເຮັດໃຫ້ສິນຄ້າຂາດຕະຫຼາດ ຈຶ່ງມາຄິດວ່າເຮັດແນວໃດຈະມີສິນຄ້າມາຈຳໜ່າຍໃຫ້ກັບລູກຄ້າ.

ດ້ວຍຄວາມທີ່ມັກໃນການເຮັດເຂົ້າໜົມຢູ່ແລ້ວ ເພິ່ນຈຶ່ງໄດ້ໄປສຶກສາຕື່ມກ່ຽວກັບການເຮັດເຂົ້າໜົມປັງຊະນິດຕ່າງໆຢູ່ຕ່າງປະເທດ ແລ້ວມາປັບສູດໃຫ້ແທດເໝາະກັບຕະຫຼາດຢູ່ບ້ານເຮົາ ແລະ ໄດ້ເພີ່ມເມນູເຂົ້າໜົມປັງໃໝ່ໆ ອອກມາເພື່ອເປັນອີກທາງເລືອກໃຫ້ກັບລູກຄ້າ.

ຈາກນັ້ນເພິ່ນຈຶ່ງຕັດສິນໃຈທົດລອງຜະລິດເຂົ້າໜົມປັງທອງອອກຈຳໜ່າຍຢູ່ມິນິມາດ ເພິ່ນເອງ ເພື່ອທົດແທນສິນຄ້າທີ່ນຳເຂົ້າມາບໍ່ໄດ້ ແລະ ເຫັນວ່າໄດ້ຮັບການຕອບຮັບດີຈາກລູກຄ້າ ເພິ່ນຈຶ່ງເລີ່ມຂະຫຍາຍການຜະລິດອອກມາເລື້ອຍໆ ຈາກທີ່ມີພະນັກງານພຽງແຕ່ 3 ຄົນ ກໍເພີ່ມຂຶ້ນເປັນ 20 ກວ່າຄົນໃນ ປັດຈຸບັນ ເພື່ອເປັນການຕອບສະໜອງກັບຄວາມຕ້ອງການຂອງລູກຄ້າທີ່ເພີ່ມຂຶ້ນ.

ທ່ານ ທອງສະຫວັນ ກ່າວວ່າ: ປັດຈຸບັນ ເຂົ້າໜົມປັງທີ່ເຄີຍນຳເຂົ້າຈາກຕ່າງປະເທດມາຈຳໜ່າຍ ແມ່ນສາມາດຜະລິດເອງໄດ້ເກືອບທຸກເມນູ ຕາມທີ່ຕະຫຼາດຕ້ອງການ ເປັນຕົ້ນແມ່ນເຂົ້າໜົມປັງແຜ່ນ, ເຂົ້າໜົມປັງແຊນວິດ, ຄົວຊອງ ແລະ ອື່ນໆ ອີກຫຼາກຫຼາຍເມນູ.

ສຳລັບການແຂ່ງຂັນກັບຕະຫຼາດຂະໜົມທີ່ນຳເຂົ້າຈາກຕ່າງປະເທດ ບອກໄດ້ເລີຍວ່າ ຜະລິດຢູ່ບ້ານເຮົາໄດ້ປຽບກວ່ານຳເຂົ້າມາຂາຍ ເຖິງວ່າຕົ້ນທຶນການຜະລິດຈະສູງຂຶ້ນກໍຕາມ ແຕ່ເຮົາກໍຍັງສາມາດກຳນົດລາຄາທີ່ສົມເຫດສົມຜົນໄດ້ ໂດຍສະເພາະໃນໄລຍະທີ່ອັດຕາແລກປ່ຽນທີ່ສູງຂຶ້ນ ແລະ ການບໍລິການຫຼັງການຂາຍທີ່ມີຄວາມສະໝ່ຳສະເໝີ, ເພາະການຜະລິດເຂົ້າໜົມປັງປະເພດນີ້ແມ່ນເນັ້ນຄວາມສົດໃໝ່ທຸກມື້ ແລະ ເຂົ້າໜົມປັງກໍມີອາຍຸສັ້ນ ສະນັ້ນ, ນອກຈາກຈະຜະລິດເຂົ້າໜົມປັງທີ່ມີຄຸນນະພາບອອກມາແລ້ວ ການບໍລິການກໍເປັນສິ່ງສຳຄັນ ຖ້າຫາກວ່າສິນຄ້າຂາຍບໍ່ໝົດ ຫຼື ໃກ້ຈະໝົດອາຍຸ ເຮົາກໍຈະເກັບຄືນໂດຍເອົາໂຕທີ່ຜະລິດອອກມາໃໝ່ໄປແທນ ເພື່ອສ້າງຄວາມໝັ້ນໃຈໃຫ້ກັບລູກຄ້າ.

ຍ້ອນຈຸດພິເສດໃນການບໍລິການ ແລະ ການສ້າງສັນຜະລິດຕະພັນໃໝ່ໆ ອອກມາ ພາໃຫ້ເຂົ້າໜົມ ປັງທອງ ມີຖານລູກຄ້າ ທີ່ຫຼາກຫຼາຍກຸ່ມຂຶ້ນ ແລະ ຊ່ວຍເພີ່ມອັດຕາສ່ວນການຕະຫຼາດໃນການຈຳໜ່າຍຜະລິດຕະພັນເຂົ້າໜົມປັງທອງໃນສັງຄົມ ໂດຍສະເພາະ ການຈຳໜ່າຍໃນຮ້ານມິນິມາດ ຢູ່ ນະຄອນຫຼວງ ວຽງຈັນ ແມ່ນກວມ 50% ໃນເວລານີ້ ແລະ ອັດຕາສ່ວນຕະຫຼາດໃນການຈຳໜ່າຍເຂົ້າໜົມປັງພາຍໃນປະເທດ ແມ່ນກວມ 10%.

ທັງນີ້, ປັງທອງ ຍັງບໍ່ທັນເນັ້ນການຕະຫຼາດ ແບບກະຈາຍສິນຄ້າລົງຕາມຮ້ານ ຂາຍຍົກ-ຂາຍຍ່ອຍ ຫຼື ຕາມຕະຫຼາດທົ່ວໄປເທື່ອ ເພາະຈະເນັ້ນກະຈາຍສິນຄ້າລົງຕາມຮ້ານສະດວກຊື້ເປັນຫຼັກ; ເຊິ່ງໃນປັດຈຸບັນມີຕົວແທນຈຳໜ່າຍທີ່ເປັນຮ້ານສະດວກຊື້ຫຼາຍກວ່າຮ້ອຍຫົວໜ່ວຍ; ໃນນີ້ແມ່ນມີຮ້ານວາງສະແດງຜະລິດຕະພັນເຂົ້າໜົມປັງທອງ ຢູ່ 3 ແຫ່ງຄື: ສູນການຄ້າພາກຊັນ, ອາຄານລາວໂທລະຄົມ ແລະ ຢູ່ທີ່ ບ້ານ ສວນມອນ.

ທ້າຍນີ້ ທ່ານ ທອງສະຫວັນ ກໍຢາກໃຫ້ຄົນລາວເປີດໃຈຍອມຮັບກັບສິນຄ້າທີ່ຜະລິດໂດຍຄົນລາວ ແລະ ຢາກໃຫ້ຊ່ວຍສະໜັບສະໜຸນສິນຄ້າລາວ ໃຫ້ມີຊື່ສຽງຢູ່ໃນຕະຫຼາດ ເພື່ອແຂ່ງຂັນກັບສິນຄ້າຕ່າງປະເທດໄດ້. ນອກຈາກນີ້, ກໍຍັງເປັນການສ້າງວຽກເຮັດງານທຳ ແລະ ສ້າງລາຍຮັບໃຫ້ກັບຄົນລາວນຳອີກ.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: