Sunday, January 19, 2025

ລະວັງ! ຢ່າໂຫຼດ Google Translate ປອມໃນ PC ເພາະສ່ຽງມີໄວຣັສຂຸດຫຼຽນ Crypto

Google Translate ແອັບແປພາສາ ຍອດນິຍົມທັງໃນ iOS ແລະ Android ແຕ່ເມື່ອບໍ່ດົນມານີ້ມີການພົບແອັບ ແປພາສາດັ່ງກ່າວ ມີໃຫ້ສາມາດໂຫລດຢູ່ PC ໄດ້ ເຊິ່ງສ່ຽງມີໄວຣັສຝັງໄວ້ໃນນັ້ນ.

ບໍລິສັດດ້ານຄວາມປອດໄພ Checkpoint Research (CRP) ໄດ້ໃຫ້ຮູ້ເຖິງການຄົ້ນພົບແຄມເປນໄວຣັສຂຸດເໝືອງ Crypto ທີ່ເຊື່ອງຢູ່ໃນແອັບທີ່ໜ້າເຊື່ອຖືເຊັ່ນ Google Translate ເຊິ່ງໂປແກຣມຈະດາວໂຫຼດໄວຣັສໃນຂະນະທີ່ເຮົາຕິດຕັ້ງສຳເລັັດ.

ນອກຈາກນັ້ນ, ຍັງພົບອີກຫຼາຍແອັບທີ່ເຊື່ອງໄວຣັສໄວ້ຄື Yandex Translate, Microsoft Translator, YouTube Music, ໂປແກຣມດາວໂຫລດ mp3 ແລະ ແອັບປີດຄອມອັດຕະໂນມັດ, ສຳລັບວິທີການເຮັດວຽກຂອງໄວຣັສໂຕນີ້ ຈະບໍ່ເຮັດວຽກທັນທີຫຼັງທີ່ຕິດຕັ້ງ ແຕ່ຈະລີ້ແບບນຽນໆ ເພື່ອໃຫ້ຜູ້ໃຊ້ງານຕາຍໃຈ ວ່າແອັບນັ້ນປອດໄພກ່ອນ ເຊິ່ງໄວຣັສຈະລະມັດລະວັງ ລໍຖ້າຈົນກວ່າຜູ້ໃຊ້ຈະໃຊ້ຕຄອມໄປຫຼາຍອາທິດຈຶ່ງຈະຕີນຽນລັກໃຊ້ຄອມພິວເຕີເພື່ອຂຸດຫຼຽນ Crypto.

ຂໍ້ມູນຈາກ: Techspot

More from author

Related posts

Latest posts

Airline Ratings ຢືນຢັນ Vietjet ເປັນສາຍການບິນທີີ່ປອດໄພທີີ່ສຸດໃນໂລກປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ມັງກອນ 2025) – Vietjet ໄດ້ຮັບການຍອມຮັບອີກຄັັ້ງວ່າເປັນໜື່ງໃນສາຍການບິນທີີ່ ປອດໄພທີີ່ສຸດໃນໂລກໂດຍ Airline Ratings ເວັບໄຊຈັດອັນດັບຄວາມປອດໄພ ແລະ ຜະລິດຕະພັນສາຍການບິນຊືີ່ ດັງ ໃນການຈັດອັນດັບປະຈໍາປີ 2025

Vietjet ຂະຫຍາຍເຮືອບິນສຳເລັດໃນປີ 2024 ຄົບ 10 ລໍາ ພ້ອມກ້າວຂຶ້ນສູ່ປີ 2025

(ນະຄອນຫຼວງວຽງຈັນ, ມັງກອນ ວັນທີ 14.2025) – Vietjet ຕ້ອນຮັບເຮືອບິນ A321neo ACF (Airbus Cabin Flex) ໃໝ່ 2 ລໍາ ຈາກ Airbus ຮອດທ້າຍປີ 2024. ສາຍການບິນຍັງໄດ້ເພີ່ມເຮືອບິນ Charter ຕື່ມອີກ 4 ລຳ ໃຫ້ແກ່ຝູງເຮືອບິນໃນວັນທີ 8 ມັງກອນນີ້ ເພື່ອຮອງຮັບຄວາມຕ້ອງການການເດີນທາງທີ່ສູງໃນຊ່ວງເທດສະການກຸດຈີນ ເຊິ່ງ​ແມ່ນ​ງານ​ເທດສະການທີ່ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ. ຄວາມສໍາເລັດນີ້ກວມເອົາປີຂອງການຂະຫຍາຍຕົວຢ່າງຕໍ່ເນື່ອງແລະການຂະຫຍາຍຕົວຂອງເຄືອຂ່າຍເສັ້ນທາງຂອງພວກເຮົາ. ​ເຊິ່ງຈະ​ຊຸກຍູ້​ສາຍ​ການບິນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່​ໃນ​ປີ 2025.

ທ່ຽວຊ່ວງທ້າຍປີ ດີແນວໃດ?

ເຈົ້າເປັນຄົນໜຶ່ງບໍ ທີ່ມັກວາງແຜນການທ່ອງທ່ຽວໃນຊ່ວງທ້າຍປີ? ເຊື່ອວ່າຫຼາຍຄົນຈະຕອບວ່າ “ແມ່ນ” ເພາະຊ່ວງທ້າຍປີ ແມ່ນຊ່ວງທີ່ມີຄວາມພິເສດຫຼາຍຢ່າງ ທັງເທສະການ, ຄວາມງາມຂອງບັນຍາກາດ ບວກກັບອາກາດທີ່ດີເໝາະແກ່ການເດີນທາງໄປພັກຜ່ອນຢ່ອນໃຈທີ່ສຸດ; ແຕ່ຮູ້ບໍ່ວ່າ ມັນມີຫຼາຍເຫດຜົນກວ່ານັ້ນ ທີ່ເຮັດໃຫ້ຄົນສ່ວນຫຼາຍມັກພາຕົນເອງອອກເດີນທາງທ່ອງທ່ຽວໃນຊ່ວງທ້າຍປີ ລອງມາເບິ່ງນຳກັນວ່າມີຫຍັງແດ່: