ການແຂ່ງຂັນຮູບເງົາສັ້ນລະດັບພາກພື້ນ Digicon6 Asia ຄັ້ງທີ 3 ຈັດໂດຍ ມູນນິທິຍີ່ປຸ່ນ ແລະ ກົມຮູບເງົາ, ກະຊວງຖະແຫຼງຂ່າວ,ວັດທະນະທຳ ແລະ ທ່ອງທ່ຽວ. ງານແຂ່ງຂັນຄັ້ງນີ້ໄດ້ມີການເປີດຮັບສະໝັກຜົນງານຕັ້ງແຕ່ 15 ສິງຫາ 2022 ທີ່ຜ່ານມາ ແລະ ໄດ້ປະກາດຜົນໃນ 3 ກັນຍາ 2022 ທີ່ກົມຮູບເງົາ, ຜົນປະກົດວ່າ ນັກສຶກສາຈາກ ພາກວິຊາອອກແບບ ນິເທດສິນ, ສະຖາບັນວິຈິດສິນແຫ່ງຊາດ ສາມາດ ຍາດລາງວັນມາໄດ້ທັງ 3 ລາງວັນ.
ອັນດັບທີ 1 ເລື່ອງ “Water spirit” ໂດຍນາງ ທິດາວັນ ອຸດົມວິໄລ, ນັກສຶກສາ ປີທີ 4.
ອັນດັບທີ 2 ເລື່ອງ “Sound wave” ໂດຍນາງ ສິລິຍຸພາ, ນັກສຶກສາ ປີທີ 3.
ອັນດັບທີ 3 ເລື່ອງ “ນໍ້າຕາຍັກ” ໂດຍທ້າວ ອານຸພົງ ຂຸນພິທັກ, ນັກສຶກສາ ປີທີ 3.
ຜົນງານທັງ 3 ເລື່ອງ ແມ່ນຈະໄດ້ຖືກສົ່ງໄປແຂ່ງຂັນຕໍ່ເພື່ອຊິງລາງວັນໃນລະດັບສາກົນ ທີ່ປະເທດຍີ່ປຸ່ນໃນເດືອນ ພະຈິກ ນີ້ ແລະ ນາງ ທິດາວັນ ອຸດົມວິໄຊ ຜູ້ທີ່ອັນດັບທີ 1 ຈະໄດ້ເດີນທາງໄປຮ່ວມງານດັ່ງກ່າວດ້ວຍ.