Tuesday, September 10, 2024
Lenovo

ອົດສະຕຣາລີ ມອບເຄື່ອງຟອກໝາກໄຂ່ຫຼັງ 4 ເຄື່ອງມູນຄ່າ 1 ຕື້ກີບ ໃຫ້ກັບ ສປປ ລາວ.

ລັດຖະບານອົດສະຕຣາລີ ໄດ້ມອບເຄື່ອງຟອກໝາກໄຂ່ຫຼັງ ໃຫ້ ສປປ ລາວ ເຊິ່ງມີເຄື່ອງຟອກໝາກໄຂ່ຫຼັງທັງໝົດຈຳນວນ 4 ໜ່ວຍ, ມຸນຄ່າ 1 ຕື້ກີບ ເຊິ່ງໄດ້ຮັບຈາກ ລັດຖະບານອົດສະຕຣາລີ ເພື່ອທີ່ຈະສາມາດປິ່ນປົວຄົນເຈັບຈາກພະຍາດ ໝາກໄຂ່ຫຼັງ ແລະ ເບົາຫວານ ໄດ້ຫຼາຍພັນຄົນ.

ທ່ານ ແດນ ເຮວເດິນ, ຮອງເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ, ແລະ ທ່ານ ນາງ ໂລ ຢິງ ຣູ ແຈັກເກີລີນ, ຜູ້ຕາງໜ້າ ອົງການອະນາໄມໂລກ ໄດ້ມອບເຄື່ອງຟອກໝາກໄຂ່ຫຼັງໃຫ້ແກ່ ສປປ ລາວ, ຊຶ່ງຮັບໂດຍ ດຣ. ບຸນແຝງ ພູມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກເປັນຜູ້ຮັບ ແລະ ເຄື່ອງຟອກໝາກໄຂ່ຫຼັງ ທີ່ໄດ້ຮັບໃນຄັ້ງນີ້ ຈະສົ່ງຕໍ່ໃຫ້ ໂຮງໝໍແຂວງ ຄຳມ່ວນ, ສາລະວັນ ແລະ ຈຳປາສັກ.

ການຊ່ວຍເຫຼືອໃນຄັ້ງນີ້ແມ່ນສ່ວນໜຶ່ງຂອງເງິນຊ່ວຍເຫຼືອຈຳນວນ 2 ລ້ານ ໂດລາສະຫະລັດ ທີ່ລັດຖະບານ ອົດສະຕຣາລີ ໄດ້ຊ່ວຍເຫຼືອຜ່ານອົງການອະນາໄມໂລກປະຈຳ ສປປ ລາວ ເພື່ອປັບປຸງແກ້ໄຂວຽກງານປ້ອງກັນ ແລະ ປິ່ນປົວພະຍາດ ໂຄວິດ-19, ວັກຊີນກັນພະຍາດໂຄວິດ-19 ແລະ ພະຍາດອື່ນໆ, ແລະ ບັນຫາທາງດ້ານສາທາ ລະນະສຸກອື່ນໆ ໃນທົ່ວປະເທດ.

ໃນໂອກາດດັ່ງກ່າວ, ດຣ. ບຸນແຝງ ພູມະໄລສິດ, ລັດຖະມົນຕີກະຊວງສາທາລະນະສຸກ ຍັງໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບ ລັດຖະບານ ອົດສະຕຣາລີ ທີ່ໃຫ້ການຊ່ວຍເຫຼືອ ສປປ ລາວ ແລະ ການຊ່ວຍເຫຼືອຄັ້ງນີ້ ຈະຊ່ວຍຮັກສາໄດ້ຫຼາຍຊີວິດໃນຫຼາຍຊຸມຊົນທັງໃນປະຈຸບັນ ແລະ ໃນອະນາຄົດ.

ຂໍ້ມູນຈາກ: Lao National Radio

More from author

Related posts

ຂໍຂອບໃຈນຳຜູ້ສະໜັບສະໜູນ

Latest posts

ເປີດແລ້ວ… ເຊເວັ່ນ ອີເລຟເວັ່ນ ສາຂາວັງວຽງ ຊິຕີ້ (VANGVIENG CITY)

ເມື່ອວັນທີ 10 ກັນຍາ 2024 ທ່ານ ປະລິນຍາເອກ ສີວຽງໄຊ ອໍລະບູນ, ຫົວໜ້າຫ້ອງວ່າການປົກຄອງແຂວງວຽງຈັນ ໄດ້ເປັນປະທານໃນພິທີເປີດເຊເວັ່ນ ອີເລຟເວັ່ນ ສາຂາ ວັງວຽງ ຊິຕີ້ (VANGVIENG CITY) ຢ່າງເປັນທາງການ ເຊິ່ງຕັ້ງຢູ່ທີ່ ບ້ານສະຫວ່າງ ເມືອງວັງວຽງ ແຂວງວຽງຈັນ ຖືເປັນຮ້ານສາຂາທີ 08 ໃນ ສປປ ລາວ ແລະ ເປັນອີກໜຶ່ງຮ້ານຕ່າງແຂວງສາຂາໃໝ່.

ຜົນປະກອບການດ້ານການເງິນ H1/2024 ຂອງ VietJet ສະແດງໃຫ້ເຫັນລາຍຮັບ ແລະ ຜົນກຳໄລທີ່ເພີ່ມຂຶ້ນ ທ່າມກາງການຂະຫຍາຍຕົວຢ່າງໄວວາ

(ນະຄອນຫຼວງວຽງຈັນ, ວັນທີ 9 ກັນຍາ 2024) - ບໍລິສັດຫ້າງຫຸ້ນສ່ວນການບິນ VietJet (HOSE: VJC) ໄດ້ອອກຖະແຫຼງການກວດກາການເງິນ ເຄິ່ງປີທຳອິດຂອງປີ 2024 (H1/2024) ລາຍງານຜົນລາຍຮັບ ແລະ ກຳໄລເພີ່ມຂຶ້ນຢ່າງເຕີບໃຫຍ່ເມື່ອທຽບໃສ່ປີຕໍ່ປີ (YoY).

“ດົນຕີ” ຄວນເປັນຫຼາຍກວ່າງານອາດິເຣກ

ຍອມຮັບວ່າ ໃນປັດຈຸບັນໄວໜຸ່ມລາວສ່ວນຫຼາຍໃຫ້ຄວາມສົນໃຈຕໍ່ສຽງດົນຕີ ທັງມີແນວຄິດ, ການປະດິດແຕ່ງທີ່ຫຼາກຫຼາຍ, ທັນສະໄໝ ແລະ ເປີດກວ້າງຂຶ້ນ; ແຕ່ຖ້າຖາມເຖິງສິລະປິນ ຄ້າຍເພງ ຫຼື ນັກຮ້ອງແທ້ໆ ເກືອບນັບໄດ້ເລີຍວ່າມີຈັກຄົນ, ມີຈັກຄ້າຍ ເພາະຫຍັງຈຶ່ງເປັນແບບນັ້ນ? ອາດຈະເປັນຍ້ອນຫຼາຍຄົນຍັງຄິດວ່າ ດົນຕີເປັນພຽງງານອາດີເຣກ ຫຼິ້ນແຕ່ໃນຍາມວ່າງ ເຮັດມັນເພາະມັກ ແຕ່ກໍຍັງຫາລາຍໄດ້ໃຫ້ຕົນເອງບໍ່ໄດ້ ຫຼື  ອີກຢ່າງໜຶ່ງອາດເປັນເພາະເຮົາຍັງຂາດການສະໜັບສະໜູນ ແລະ ຍົກສູງດ້ານດົນຕີບໍ?