ກວດເບິ່ງດ່ວນ! ໄຟຟ້ານະຄອນຫຼວງ ແຈ້ງມອດໄຟ ໃນວັນທີ 7-9 ກັນຍາ ກະທົບຫຼາຍບ້ານ.

ສາຂາໄຟຟ້ານະຄອນຫຼວງ 1 ໄດ້ແຈ້ງວ່າ ໃນວັນທີ 07 ກັນຍາ 2022, ເລີ່ມຕັ້ງແຕ່ເວລາ 08:30-16:00ໂມງ (07 ຊົ່ວໂມງ 30 ນາທີ ) ຈະໄດ້ມີການມອດໄຟ ລະບົບຕາຂ່າຍ 22kV ສາຍແຈກ MSS 1.6, ເພື່ອບຳລຸງຮັກສາລະບົບຕາຂ່າຍ 22-0,4 kV ແລະ ຕັດຕົ້ນໄມ້ອອກຈາກແລວສາຍຕາຂ່າຍດັ່ງກ່າວ, ມອດເລີ້ມແຕ່ສະຖານີໂສກປ່າຫຼວງ ຫາ RCS ເບີ 10004 ໜ້າສະມາຄົມລາວ-ວຽດນາມ ບ້ານທົ່ງພານທອງ ແລະ LBS 10042 ໜ້າ ສະໜາມກ໋ອບ ບ້ານດອນນົກຂຸ້ມ, ເຊີ່ງຈະສົ່ງຜົນກະທົບຕໍ່ຜູ້ຊົມໃຊ້ໄຟຟ້າໃນບໍລິເວນດັ່ງລຸ່ມນີ້:

  1. ສູນຝຶກອົບຮົມໄຟຟ້າໂສກປ່າຫຼວງ.
  2. ໂຮງຮຽນແສງດາລາ.
  3. ໝໍ້ແປງສ່ວນຕົວ ທ່ານບຸນເລີດ.
  4. ໂຮງໝໍ 103.
  5. ຮ້ານຊີ້ນດາດເກົ່າຫຼີດອນນົກຂຸ້ມ
  6. ບໍລິສັດ ວຽງຈັນສາງເຢັນ.
  7. ສູນດົນຕີ NP3L.
  8. ຮ້ານອາຊໍຫູສະຫຼາມ.
  9. ອົງການອາຫານໂລກ.
  10. ໂຮງຮຽນກົດໝາຍບ້ານດອນນົກຂຸ້ມ.
  11. ບໍລິສັດ ລາວດີຊີໄອທີ.
  12. ບ້ານ-ເຮືອນປະຊາຊົນ ບ້ານ ທົ່ງກາງ, ບ້ານດອນ ນົກຂຸ້ມ, ບ້ານດົງສະຫວາດ ທີ່ຊົມໃຊ້ໄຟຟ້າໃນ
    ສາຍແຈກດັ່ງກ່າວ.

ໃນວັນທີ 08 ກັນຍາ 2022 ຈະເລີ່ມແຕ່ເວລາ 08:30-16:00 ໂມງ (07 ຊົ່ວໂມງ 30 ນາທີ) ຈະໄດ້ມີການມອດໄຟ ລະບົບຕາຂ່າຍ 22kV ສາຍແຈກ MSS 1.5, ເພື່ອໃຫ້ຫ້ອງການຄຸ້ມຄອງລະບົບ ແລະ ບໍລິການ ບຳລຸງຮັກສາລະບົບຕາຂ່າຍໄຟຟ້າ 22kV ແລະ ໝໍ້ແປງ ໄຟຟ້າ 22/0.4kV. ເຊິ່ງຈະມອດເລີ້ມແຕ່ VCB80040 ໂຮງຮຽນລາວທັອບ ຫາ SF6 ຕະຫຼາດສີຂຽວ ແລະ VCB80041 ປກສ ນະຄອນຫຼວງ. ຂອບເຂດບ້ານ ໂພນປາເປົ້າ, ບ້ານ ດອນກອຍ, ເມືອງສີສັດຕະນາກ, ນະຄອນຫຼວງວຽຈັນ. ເຊີ່ງອາດຈະກະທົບຕໍ່ຜູ້ຊົມໃຊ້ໄຟຟ້າໃນບໍລິເວນດັ່ງລຸ່ມນີ້:

  1. ຂອບເຂດບ້ານໂພນປ່າເປົ້າ,
  2. ຮ່ອມໜ້າປກສ ນະຄອນຫຼວງ
  3. ຮ່ອມປີ້ງແບ້ສີສະອາດ 2.
  4. ສະຖາບັນສິລະປະການສະແດງແຫ່ງຊາດ.
  5. ສູນສ້ອມແປງລົດຄົບວົງຈອນ.
  6. ໂຮງງານລາວຄວາລີຕີຈຳກັດຜູ້ດຽວ.
  7. ບໍລິສັດ ຄົນເຮັດບ້ານຈໍາກັດ,
  8. ບໍລິສັດຂັວນໃຈການຄ້າຂາອອກຂາເຂົ້າຈໍາກັດ
  9. ບໍລິສັດໄຊເສດຖາການຄ້າ,
  10. ບໍລິສັດເພັດມີໄຊກໍ່ສ້າງຈຳກັດ.
  11. PSI Laos.
  12. ປໍ້ານໍ້າມັນ plus.
  13. ທະວີໄຊການແກ້ວ.
  14. ສຳນັກງານ ໜັງສືພີມພາສາຕ່າງປະເທດ.
  15. ສະຖາບັນ ໂກນອິງລິດ.
  16. ບໍລິສັດ ເພັດມີໄຊກໍ່ສ້າງ-ຈຳກັດ.
  17. ບໍລິສັດ ໄຊເສດຖາການຄ້າ.
  18. ເວີຈິນພັດທະນາສິງຫາລີມະຫາຊົນ
  19. ໂຮງຮຽນລາວທອບ.
  20. ໂຮງຮຽນວຽງຈັນກໍຼລີ.
  21. ໝໍ້ແປງສ່ວນຕົວ ທ່ານ ຄຳເພ່ືອງ.

ສ່ວນວັນທີ 09 ກັນຍາ 2022 ເລີ່ມແຕ່ເວລາ 08:30-16:00 ໂມງ (07 ຊົ່ວໂມງ 30 ນາທີ) ຈະໄດ້ມີການມອດໄຟ ລະບົບຕາຂ່າຍ 22kV ສາຍແຈກ MSS 12.8 ເພື່ອບຳລຸງຮັກສາລະບົບຕາຂ່າຍ 22-0,4 kV ແລະ ຕັດຕົ້ນໄມ້ອອກຈາກແລວສາຍຕາຂາຍດັ່ງກ່າວ, ຂອບເຂດ ບ້ານ ໂພນທັນ ໃຕ້ ແລະ ບ້ານໂພນປ່າເປົ້າ, ມອດເລີ້ມແຕ່ LBS 10041 ໜ້າໂຕໂຢຕ້າລາວທານີສາຂາໂພນທັນ ຫາ VCB 8041 ໜ້າ ປກສ ນະຄອນຫຼວງ ບ້ານໂພນປ່າເປົ້າ. ເຊີ່ງອາດຈະສົ່ງຜົນກະທົບຕໍ່ຜູ້ຊົມໃຊ້ໄຟຟ້າໃນບໍລິເວນດັ່ງລຸ່ມນີ້:

  1. ພະແນກການເງິນກຳແພງນະຄອນວຽງຈັນ.
  2. ໂຕໂຢຕ້າລາວທານີສະຂາໂພນທັນ,
  3. ມັງກອນທອງ ໂອໂຕເຊີວິດ.
  4. ໂຊລູມ LANDROVER.
  5. ປໍ້ານໍ້າມັນພລັສ.
  6. ໂຮງງານເຈຍລະໄນເພັດ.
  7. ຕະຫຼາດຫຼັກຊັບ.
  8. ໂຮງແຮມວຽງຈັນແມ່ຂອງ.
  9. ສູນການຄ້າລາວ-ໄອເຕັກ.
  10. ບໍລິລສັດ CP Laos.
  11. ໂອໂຕເອເຊຍ.
  12. ໂຮງແຮມ ດວງສິລິປັນຍາ.
  13. ໂຮງແຮມໂດມ້ອນ.
  14. ອູ່ສ້ອມແປງລົດ LTS.
  15. ບໍລິສັດສັງກະສີລາວ.
  16. ເຂດເສດຖະກິດບຶງທາດຫຼວງ.
  17. ບ້ານເຮືອນປະຊາຊົນທີ່ຊົມໃຊ້ໄຟຟ້າໃນຂອບເຂດ
    ດັ່ງກ່າວ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...