ຜູ້ບໍລິຫານ Google ຢືນຢັນ Android 14 ຮອງຮັບການສື່ສານຜ່ານດາວທຽມ

Hiroahi Lockheimer ຜູ້ບໍລິຫານລະດັບສູງທີ່ຮັບຜິດຊອບລະບົບ Android, Chrome ແລະ Chrome OS ແລະ ຍັງເປັນໜຶ່ງໃນສະມາຊິກຮຸ້ນກໍ່ຕັ້ງຂອງທີມ Android ໄດ້ຢືນຢັນວ່າ ໃນອະນາຄົດ ລະບົບປະຕິບັດການ Android 14 ທີ່ກຳລັງຈະມາໃນເດືອນ ສິງຫາ ປີ 2023 ຈະຮອງຮັບການສື່ສານຜ່ານດາວທຽມແນ່ນອນ.

ນອກຈາກນັ້ນ, ຜູ້ໃຫ້ບໍລິການເຄືອຂ່າຍລາຍໃຫຍ່ ທີໂມບາຍ (T-Mobile) ໄດ້ປະກາດຄວາມຮ່ວມມືກັບສະເປສເອັກ (SpaceX) ຂອງ Elon musk ເພື່ອໃຫ້ບໍລິການໃນດ້ານການສື່ສານ ແລະ ການສົ່ງຂໍ້ຄວາມ ຜ່ານດາວທຽມ ໃນກໍລະນີເກີດເຫດສຸກເສີນທີ່ບໍ່ມີສັນຍານໂທລະສັບ ຫຼື ຕົກຢູ່ໃນໄພພິບັດ.

ປະຈຸບັນ, ຍັງບໍ່ມີການກຳນົດອັດຕາຄ່າບໍລິການເຄືອຂ່າຍດັ່ງກ່າວ ລວມໄປເຖິງຍັງບໍ່ມີກຳນົດແຜນວ່າຈະຄິດໄລ່ຄ່າບໍລິການແນວໃດ, ເຊິ່ງທັງສອງບໍລິສັດກຳລັງວາງແຜນຮ່ວມມືໃນເປີດການທົດສອບແບບເບຕ້າ (Beta) ໃນຊ່ວງທ້າຍປີ 2023.

ຂໍ້ມູນຈາກ: Android Central

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...