Friday, April 18, 2025

ຜູ້ຜະລິດພາຍໃນບອກ ຢາກໃຫ້ຄົນລາວໃຊ້ຜະລິດຕະພັນລາວ “ຄຸນນະພາບຕ້ອງສະເໝີຕົ້ນສະເໝີປາຍ”

ໃນປັດຈຸບັນ ຫຼາຍໆຜະລິດຕະພັນຂອງຄົນລາວ ທີ່ຜະລິດຂຶ້ນມາ ແມ່ນໄດ້ມີການພັດທະນາຂຶ້ນເລື້ອຍໆ ບໍ່ວ່າຈະເປັນທາງດ້ານຄຸນນະພາບ, ການຫຸ້ມຫໍ່ ແລະ ການສ້າງຄວາມຫຼາກຫຼາຍໃຫ້ກັບຜະລິດຕະພັນ ຈົນເປັນທີ່ຍອມຮັບຈາກຜູ້ບໍລິໂພກ, ເຖິງວ່າ ຜະລິດຕະພັນບາງຢ່າງ ອາດຈະມີລາຄາສູງກວ່າສິນຄ້ານຳເຂົ້າ ແຕ່ກໍຮັບປະກັນໄດ້ເຖິງຄຸນນະພາບ ແລະ ການຫຸ້ມຫໍ່ ທີ່ສາມາດແຂ່ງຂັນກັບສິນຄ້າຕ່າງປະເທດໄດ້ ເວົ້າງ່າຍໆ ກໍຄື ມີຄວາມສະເໝີຕົ້ນສະເໝີປາຍ ທາງດ້ານຄຸນນະພາບ ທີ່ເຮັດໃຫ້ຜູ້ບໍລິໂພກມີຄວາມເຊື່ອໝັ້ນ.   

ທ່ານ ນາງ ບຸນທະວີ ຈຸນລະມະນີ, ເຈົ້າຂອງ ໂຮງງານຜະລິດ ເກືອເວີນຄຳ

ທ່ານ ນາງ ບຸນທະວີ ຈຸນລະມະນີ, ເຈົ້າຂອງ ໂຮງງານຜະລິດ ເກືອເວີນຄຳ ໃຫ້ສຳພາດວ່າ: ໃນໄລຍະທີ່ຜ່ານມາ ລັດຖະບານ ລາວ ໄດ້ໃຫ້ຄວາມສຳຄັນ ແລະ ສົ່ງເສີມໃຫ້ມີການຜະລິດສິນຄ້າພາຍໃນຫຼາຍຂຶ້ນ ເຊິ່ງເກືອເວີນຄຳ ເອງກໍເປັນໜຶ່ງໃນຜະລິດຕະພັນຂອງລາວ ທີ່ໄດ້ຮັບການພັດທະນາທາງດ້ານຄຸນນະພາບມາຢ່າງຕໍ່ເນື່ອງ ນັບຕັ້ງແຕ່ເລີ່ມມີການຜະລິດມາໃນປີ 1996 ຈົນຮອດປັດຈຸບັນ.

ເວົ້າເຖິງກະແສການນຳໃຊ້ສິນຄ້າລາວໃນໄລຍະຜ່ານມາ ໂດຍສະເພາະ ໃນໄລຍະທີ່ມີການແຜ່ລະບາດຂອງ ພະຍາດ ໂຄວິດ-19 ຖືວ່າເພີ່ມຂຶ້ນຈາກເມື່ອກ່ອນ ແຕ່ກໍມີສິນຄ້າຫຼາຍໆ ອັນທີ່ຜະລິດຢູ່ພາຍໃນ ຍັງບໍ່ເປັນທີ່ຍອມຮັບຈາກສັງຄົມ ເຊິ່ງອາດຈະມີຜົນກະທົບຕໍ່ຜູ້ຜະລິດ ໃນການຈຳໜ່າຍສິນຄ້າ .

ທ່ານ ນາງ ບຸນທະວີ ກ່າວຕື່ມວ່າ ໃນເມື່ອສິນຄ້າທີ່ຜະລິດຢູ່ພາຍໃນຫຼາຍໆ ອັນ ມີຕົ້ນທຶນການຜະລິດສູງ ເຮັດໃຫ້ມີລາຄາທີ່ແພງກວ່າສິນຄ້ານຳເຂົ້າ ອາດຈະເປັນອຸປະສັກໃນການພັດທະນາສິນຄ້າຂອງຜູ້ຜະລິດບາງເຈົ້າ, ແຕ່ຖ້າຢາກແຂ່ງຂັນກັບສິນຄ້າຕ່າງປະເທດ ແລະ ຄອງໃຈຜູ້ບໍລິໂພກແລ້ວ ສິ່ງທີ່ຜູ້ຜະລິດຕ້ອງໄດ້ຄຳນຶງ ແລະ ເອົາໃຈໃສ່ທີ່ສຸດ ຄືຄວາມມີມາດຕະຖານທາງດ້ານການຜະລິດທີ່ໄດ້ຄຸນນະພາບ, ສະເໝີຕົ້ນສະເໝີປາຍ ບໍ່ແມ່ນເຮັດດີແຕ່ເບື້ອງຕົ້ນ, ນອກຈາກນີ້ ກໍຕ້ອງມີການກະຈາຍສິນຄ້າອອກໄປໃຫ້ກວ້າງຂຶ້ນ ໂດຍການໂຄສະນາໃຫ້ຜູ້ບໍລິໂພກໄດ້ຮັບຮູ້ ແລະ ໄດ້ທົດລອງໃຊ້ ເພື່ອສ້າງຄວາມໝັ້ນໃຈກັບຜະລິດຕະພັນນັ້ນໆ.

ສຳລັບ ເກືອເວີນຄຳ ແລ້ວ ຕະຫຼອດໄລຍະເວລາເກືອບ 30 ປີ ທີ່ໄດ້ຜະລິດເກືອອອກມາ ແມ່ນຈະເນັ້ນປັບປຸງເລື່ອງຄຸນນະພາບໃນການຜະລິດເປັນຫຼັກ ແລະ ມີການພັດທະນາຢູ່ເລື້ອຍໆ ບໍ່ວ່າຈະເປັນການພັດທະນາຜະລິດຕະພັນໃຫ້ມີຄວາມຫຼາກຫຼາຍ ເພື່ອຕອບສະໜອງ ແລະ ເປັນທາງເລືອກໃຫ້ຜູ້ບໍລິໂພກຫຼາຍຂຶ້ນ, ປັບປຸງເລື່ອງການຫຸ້ມຫໍ່ໂດຍການອອກແບບໃຫ້ມີຄວາມສວຍງາມຂຶ້ນ, ເຫັນແລ້ວສະດຸດຕາ.

ທ່ານ ນາງ ບຸນທະວີ ບອກວ່າ ຢູ່ໃນປະເທດລາວ ມີຜູ້ຜະລິດເກືອທັງໝົດ 9 ໂຮງງານໃນທົ່ວປະເທດ ເຊິ່ງມີກຳລັງການຜະລິດເກືອອອກມາຮັບໃຊ້ສັງຄົມບໍ່ຕ່ຳກວ່າ 30.000 ໂຕນຕໍ່ປີ ແລະ ເກືອເວີນຄຳ ແມ່ນນອນຢູ່ໃນອັນດັບທີ 3 ທີ່ຜະລິດເກືອອອກມາຫຼາຍ 4,800 ໂຕນຕໍ່ປີ ຮອງຈາກ ໂຮງງານຜະລິດເກືອ ໂຄກສະອາດ (ຫຼັກ21 ນະຄອນຫຼວງ ວຽງຈັນ) ທີ່ມີກຳລັງການຜະລິດ 6,900 ໂຕນຕໍ່ປີ ແລະ ໂຮງງານ ຜະລິດເກືອ ນາເຕີຍ (ແຂວງ ສະຫວັນນະເຂດ) 6,500 ໂຕນຕໍ່ປີ.  

ແຕ່ສຳລັບ ເກືອເວີນຄຳ ຈະມີເອກະລັກ ແລະ ຈຸດເດັ່ນ ຢູ່ບ່ອນວ່າ ເປັນເກືອທີ່ບໍລິສຸດ ຜະລິດຈາກທຳມະຊາດ, ຕົ້ມແບບບູຮານ, ເພາະຈະເຮັດໃຫ້ເກືອຣົດຊາດກົມກ່ອມ ແທດເໝາະກັບຄວາມຕ້ອງການຂອງຄົນລາວ, ບໍ່ເຄັມຈັດຈົນເກີນໄປ ທີ່ເປັນເອກະລັກສະເພາະ ຕ່າງຈາກເກືອນຳເຂົ້າ ເຊິ່ງຖືວ່າເປັນເກືອທີ່ມີຄຸນນະພາບ ທີ່ໄດ້ຮັບ ເຄື່ອງໝາຍ GMP ໃນປີ 2007 ເພື່ອໃຫ້ຄົນລາວໝັ້ນໃຈໄດ້ວ່າ ສິນຄ້າລາວ ຜະລິດຕະພັນລາວ ມີຄຸນນະພາບ ທຽບເທົ່າກັບຕ່າງປະເທດໄດ້ ເຊິ່ງສາມາດເວົ້າໄດ້ວ່າ ເກືອເວີນຄຳ ເປັນແບຣນອັນດັບ 1 ທີ່ຜູ້ບໍລິໂພກນິຍົມຊົມໃຊ້.

ທ່ານ ນາງ ບຸນທະວີ ຍັງກ່າວອີກວ່າ: ການເຮັດທຸລະກິດ ບໍ່ວ່າຈະເປັນທຸລະກິດນ້ອຍ ຫຼື ທຸລະກິດໃຫຍ່ກໍຕາມ ທຸກຢ່າງຕ້ອງພົບກັບບັນຫາ, ແຕ່ສໍາລັບໂຮງງານເກືອເວີນຄຳ ບັນຫາທີ່ພົບກໍຈະເປັນ ການສະໜອງສິນຄ້າ ບໍ່ພຽງກັບຄວາມຕ້ອງການຂອງຕະຫຼາດ ເພາະເຮົາຍຶດຖື ໃຫ້ຜະລິດຕະພັນຂອງເຮົາອອກມາມີ ຄຸນນະພາບ ແລະ ສະເໝີຕົ້ນ ສະເໝີປາຍ ເຊິ່ງກໍຖືເປັນອີກຢ່າງໜຶ່ງ ທີ່ສ້າງຄວາມເຊື່ອໝັ້ນໃຫ້ກັບລູກຄ້າໄດ້, ເມື່ອລູກຄ້າເກີດຄວາມເຊື່ອໝັ້ນໃນຜະລິດຕະພັນລາວຂອງເຮົາ ເຂົາກໍຈະຫັນມາຊົມໃຊ້ຜະລິດຕະພັນລາວຫຼາຍຂຶ້ນ.

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.