ອະດີດຮອງນາຍົກ ເນັັ້ນໃຫ້ແກ້ໄຂບັນຫາລາຄາສິນຄ້າ ໂດຍການສົ່ງເສີມການຜະລິດເປັນສິນຄ້າພາຍໃນ.

ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລົດຖະມົນຕີ ໄດ້ໃຫ້ຄຳເຫັນ ໃນການຄຸ້ມຄອງລາຄາສິນຄ້າ ໃນເງື່ອນໄຂທີ່ ເສດຖະກິດ-ການເງິນ ທີ່ມີຄວາມຫຍຸ້ງຍາກ ວ່າ: ການປະຕິບັດພາລະບົດບາດການຄຸ້ມຄອງລາຄາ, ການປົກປ້ອງຜູ້ຊົມໃຊ້ ແລະ ການສ້າງສະພາບແວດລ້ອມໃນການແຂ່ງຂັນທຸລະກິດ ຄວນຖືເປັນບັນຫາສຳຄັນ ເຮັດໃຫ້ຕໍ່ເນື່ອງ ປົກກະຕິ ແລະ ແກ້ໄຂໄດ້ບັນຫາຕົວຈິງ; ແກ້ໄຂຂອດຂັ້ນລະບົບ, ລະບຽບການບໍລິຫານຄຸ້ມຄອງຂອງລັດ ແລະ ສືບຕໍ່ແກ້ໄຂບັນຫາຂອດການກະຕຸກຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າພາຍໃນໃຫ້ຫຼາຍຂຶ້ນ.

ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຈັດກອງປະຊຸມ ສຳມະນາວິທະຍາສາດ ຫົວຂໍ້: “ການຄຸ້ມຄອງລາຄາສິນຄ້າໃນເງື່ອນໄຂທີ່ເສດຖະກິດ-ການເງິນມີຄວາມຫຍຸ້ງຍາກ” ຂຶ້ນໃນວັນທີ 6 ກັນຍາ ນີ້ ທີ່ຫ້ອງປະຊຸມຂອງກະຊວງ ອຄ ໂດຍການເປັນປະທານຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ອະດີດຮອງນາຍົກລົດຖະມົນຕີ ແລະ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ; ມີບັນດາຮອງລັດຖະມົນຕີ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຄ ຍັງໄດ້ໃຫ້ຮູ້ວ່າ: ບັນຫາລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເພີ່ມຂຶ້ນໃນປັດຈຸບັນ ແມ່ນໄດ້ຮັບຜົນກະທົບ ຈາກທັງປັດໄຈພາຍໃນ ແລະ ປັດໄຈພາຍນອກ ຊຶ່ງປັດໄຈພາຍນອກເຮົາບໍ່ສາມາດຄວບຄຸມໄດ້ ແຕ່ປັດໄຈພາຍໃນ ເປັນສິ່ງທີ່ເຮົາສາມາດປະກອບສ່ວນທາງດ້ານນະໂຍບາຍສະເພາະ ເພື່ອຊຸກຍູ້, ສົ່ງເສີມ ແລະ ແກ້ໄຂໄດ້ໃນລະດັບໜຶ່ງ ເຊິ່ງກະຊວງ ອຄ ໄດ້ເຮັດຢູ່ສອງບົດບາດ ຫຼັກ ຄື: ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ຂຶ້ນກັບຂະແໜງການຕົນ ແລະ ເປັນໃຈກາງປະສານງານວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ທີ່ຂຶ້ນກັບຂະແໜງການອື່ນໆ.

ເຖິງແນວໃດກໍຕາມ, ກະຊວງ ອຄ ກໍຍັງໄດ້ແກ້ໄຂບັນຫາລາຄາສິນຄ້າທີ່ເພີ່ມຂຶ້ນສູງໃນປັດຈຸບັນ ໂດຍໄດ້ຜັນຂະຫຍາຍ ດໍາລັດ 474/ນຍ (2010), ຂໍ້ຕົກລົງ 71/ນຍ (2017) ແລະ ຂໍ້ຕົກລົງ 36/ນຍ (2022) ອອກເປັນນິຕິກໍາລູກໃນການຊີ້ນໍາ ແລະ ເປັນບ່ອນອີງໃຫ້ພະແນກການ ໃນສາຍຕັ້ງຂອງຕົນຢູ່ຂັ້ນແຂວງ. ນອກນີ້, ຍັງຮ່ວມກັນປຶກສາຫາລື ແລະ ຄົ້ນຄວ້າ ສ້າງເງື່ອນໄຂສະດວກ ໃຫ້ແກ່ວຽກງານການຄຸ້ມຄອງລາຄາສິນຄ້າ ເພື່ອເຮັດໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໜ້ອຍທີ່ສຸດ.

ຂໍ້ມູນຈາກ: ໜັງສືພິມປະຊາຊົນ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...