ໂຄງການທຶນສົມທົບ! ຈະເປັນອີກໜຶ່ງເຄື່ອງມືແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ

ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ (ຈນກ) ທີ່ບໍ່ສາມາດເຂົ້າເຖີງແຫຼ່ງທຶນຕາມທີ່ຕ້ອງການ ເພື່ອນຳມາຕໍ່ຍອດ ແລະ ປັບປຸງທຸລະກິດຂອງຕົນ ກໍ່ຈະພາໃຫ້ເສຍໂອກາດດ້ານທຸລະກິດ ແລະ ໃນທີ່ສຸດກໍ່ບໍ່ສາມາດແຂ່ງຂັນໃນຕະຫຼາດ ຕໍ່ໄປໄດ້.

ດ້ວຍເຫດນີ້, ໂຄງການ ທຶນສົມທົບ (ແບບຊ່ວຍເຫຼືອລ້າ) ເພື່ອຍົກລະດັບເຕັກໂນໂລຊີ ໃຫ້ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ ຈະເປັນອີກເຄື່ອງມືດ້ານນະໂຍບາຍໜຶ່ງ ທີ່ຈະມາຊ່ວຍ ຈນກ ເຫຼົ່ານັ້ນ ຊຶ່ງໂຄງການດັ່ງກ່າວແມ່ນສ້າງຂື້ນບົນພື້ນຖານຂອງການຜັນຂະຫຍາຍ ກົດໝາຍວ່າດ້ວຍການສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ດໍາລັດວ່າດ້ວຍກອງທຶນສົ່ງ ເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ສະບັບເລກທີ 299/ລບ, ລົງວັນທີ 04 ກັນຍາ 2019 ແລະ ແຜນພັດທະນາ ຈນກ 2021–2025.

ຈຸດປະສົງ ເພື່ອນໍາສະເໜີ ເປົ້າໝາຍ, ວິທີການ, ຂັ້ນຕອນ ແລະ ເງື່ອນໄຂຕ່າງໆ ກ່ຽວກັບການສະເໜີຂໍທຶນສົມທົບ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ເເລະ ກາງ ໃຫ້ແກ່ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ ແລະ ກຸ່ມການຜະລິດ ແລະ ສະມາຄົມທຸລະກິດ ເພາະວຽກງານສົ່ງເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ ກໍໍ່ເປັນວຽກໜຶ່ງທີ່ໄດ້ຖືກບັນຈຸເຂົ້າໃນ ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 2021-2023 ໂດຍເນັ້ນໃຫ້ມີການກໍານົດນະໂຍບາຍສົ່ງ ເສີມ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ເເລະ ກາງ ໃຫ້ຈະແຈ້ງ ແລະ ເປັນຮູບປະທໍາຫຼາຍຂຶ້ນ ເປັນຕົ້ນແມ່ນການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ແລະ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າໃຫ້ໄດ້ຫຼາຍຂື້ນ.

ຂໍ້ມູນຈາກ: ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...