Monday, May 19, 2025
Kbank Laos โอน รับ จ่าย

3 ບໍລິສັດຮ່ວມມື ພັດທະນາສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຈິສຕິກ ນະຄອນຫຼວງວຽງຈັນ

ບໍລິສັດ ພີທີແອວ ໂຮນດິ້ງ, ບໍລິສັດ ມູຮິບບາ ເອັນຈິເນຍລິ້ງ ແລະ ບໍລິສັດ ໂອເອັດດີ ໂຮນດິ້ງ ໄດ້ຈັບມືກັນເຊັນສັນຍາຂາຮຸ້ນຮ່ວມສ້າງຕັ້ງບໍລິສັດ ພີແອວເຮັດ ພັດທະນາສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຊິດສະຕິກ, ນະຄອນຫຼວງວຽງຈັນ ເຊິ່ງພິທີເຊັນສັນຍາຂາຮຸ້ນ ເພື່ອຮ່ວມສ້າງຕັ້ງບໍລິສັດ ພີແອວເຮັດ ຈຳກັດ (PLH Co., LTD) ວ່າດ້ວຍການພັດທະນາ ສາງເກັບນ້ຳມັນເຊື້ອໄຟ ທີ່ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ແມ່ນໄດ້ຈັດຂຶ້ນໃນວັນທີ 9 ກັນຍາ 2022 ທີ່ໂຮມແຮມແລນມາກ, ນະຄອນຫຼວງວຽງຈັນ.

ການຮ່ວມມືໃນຄັ້ງນີ້ ມີຈຸດປະສົງຫຼັກເພື່ອປະກອບສ່ວນໃນການຕອບສະໜອງຄວາມຕ້ອງການຂອງປະເທດຊາດໃນປັດຈຸບັນ ເພື່ອຊ່ວຍແກ້ໄຂບັນຫາວິກິດການນໍ້າມັນແພງໃນໄລຍະນີ້ ແລະ ສ້າງຄວາມໝັ້ນຄົງດ້ານພະລັງງານໃນໄລຍະຍາວ, ຮັບປະການສະໜອງພະລັງງານເຊື້ອໄຟໃຫ້ແກ່ສັງຄົມຢ່າງສະໝໍ່າສະເໝີ, ຮັບປະກັນການປະກອບພັນທະເຂົ້າງົບປະມານຢ່າງຄົບຖ້ວນ.

ເຊິ່ງຄາດວ່າຈະສຳເລັດການກໍ່ສ້າງ ພາຍໃນ 1 ປີ, ຈະສາມາດຮັບຮອງສິນຄ້ານ້ຳມັນເຊື້ອໄຟຕາມແຜນໄດ້ 100 ລ້ານລິດ ເຊິ່ງຈະສາມາດຮັບຮອງ ແລະ ສະໜອງນ້ຳມັນເຊື້ອໄຟໃຫ້ທົ່ວປະເທດພຽງພໍໄດ້ໃນໄລຍະ 2 ເດືອນ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້