ສູນຫັດຖະກຳຄົນພິການ ແລະ ຊົນເຜົ່າ ທີ່ຕັ້ງຢູ່ ສວນກາບຊ້ອນ, ບ້ານ ສາລາຄໍາ, ເມືອງ ຫາດຊາຍຟອງ, ນະຄອນຫຼວງ ວຽງຈັນ ແມ່ນເປັນສູນໜຶ່ງທີ່ໄດ້ໃຫ້ໂອກາດຄົນພິການລາວ ໄດ້ເຂົ້າມາສຶກສາຮຽນຮູ້ໃນການສ້າງວຽກເຮັດງານທຳ ແລະ ສ້າງອາຊີບທີ່ໝັ້ນຄົງໃຫ້ກັບພວກເຂົາໄດ້ ໂດຍໃນໄລຍະຜ່ານມາ ສູນດັ່ງກ່າວສາມາດສ້າງອາຊີບໃຫ້ກັບຄົນພິການໄປແລ້ວ 45 ຄົນ ນັບຕັ້ງແຕ່ສ້າງຕັ້ງສູນຂຶ້ນມາໃນປີ 2017 ຈົນເຖິງປັດຈຸບັນ.
ທ່ານ ນາງ ພຸດທະລີ ວົງສະໄໝ, ໄວ 40 ປີ ຜູ້ກໍ່ຕັ້ງ ສູນຫັດຖະກຳຄົນພິການ ແລະ ຊົນເຜົ່າ ກ່າວວ່າ ຈຸດປະສົງໃນການສ້າງສູນແຫ່ງນີ້ຂຶ້ນມາ ກໍເພື່ອຢາກສ້າງຄວາມເຂັ້ມແຂງ, ສ້າງອາຊີບທີ່ໝັ້ນຄົງ ໃຫ້ກັບຄົນພິການ ທີ່ເລີ່ມຕົ້ນຈາກການໃຫ້ຄຳປຶກສາ, ສອນເລື່ອງຄຸນນະທຳ, ສອນໃຫ້ຮູ້ຈັກຄຸນຄ່າຂອງຕົນເອງ ໂດຍການໃຫ້ເບິ່ງຄົນພິການທີ່ມີຄວາມສາມາດ, ເປັນແບບຢ່າງ ເພື່ອໃຫ້ເຂົາເຈົ້າມີການຝຶກຝົນຕົນເອງ ເພາະເຮົາກໍຮູ້ດີຢູ່ແລ້ວວ່າ ການຮັບຮູ້ຂອງຄົນພິການ ຈະຊ້າກວ່າຄົນປົກກະຕິ ແຕ່ກໍຕ້ອງໄດ້ຄ່ອຍໆສອນ ເທື່ອລະໜ້ອຍ ແລະ ເຄີຍບອກກັບເຂົາເຈົ້າຢູ່ເລື້ອຍໆວ່າ: “ຄົນເຮົາເລືອກເກີດບໍ່ໄດ້ ແຕ່ເມື່ອເກີດມາແລ້ວກໍຕ້ອງສູ້ໃຫ້ສຸດ”.
ທ່ານ ນາງ ພຸດທະລີ ກ່າວວ່າ ຍ້ອນຄວາມຮັກມັກ ໃນງານຫັດຖະກຳ ຈຶ່ງແນມເຫັນວິທີການປະຍຸກ ສີໄມ້ລາຍມືຂອງຄົນລາວ ໃຫ້ເຂົ້າກັບເຄື່ອງໃຊ້ປະຈຳວັນ ແລະ ຄິດວ່າ ຫັດຖະກໍາຂອງລາວ ຍັງສາມາດສ້າງສັນໄດ້ອີກຫຼາຍໆຢ່າງ ຈຶ່ງຊອກຫາຄົນທີ່ມັກໃນດ້ານນີ້ ມາຊ່ວຍກັນປະຍຸກຫັດຖະກຳລາວ ແລະ ຄົນພິການ ທີ່ເຮົາເຄີຍໄປຊ່ວຍເຫຼືອຕະຫຼອດ ເຊິ່ງຖືເປັນເປົ້າໝາຍຫຼັກ ທີ່ຢາກໃຫ້ເຂົາສາມາດສ້າງອາຊີບເປັນຂອງຕົນເອງ, ຫາລ້ຽງຕົນເອງໄດ້ ເພາະວ່າບໍ່ມີໃຜ ຈະໃຫ້ການຊ່ວຍເຫຼືອເຂົາເຈົ້າໄດ້ຕະຫຼອດ.
ໃນເບື້ອງຕົ້ນ ທາງສູນມີສະມາຊິກພຽງແຕ່ 5 ຄົນ ແຕ່ເຂົາເຈົ້າກໍເຮັດໃຫ້ເຫັນເຖິງຄວາມຕັ້ງໃຈ, ຄວາມເປັນໄປໄດ້ ກໍເລີ່ມຄ່ອຍໆ ຮັບສະມາຊິດເຂົ້າມາເທື່ອລະ 5 ຄົນ, ເຊິ່ງປັດຈຸບັນ ສູນມີສະມາຊິກທັງໝົດ 35 ຄົນ ແລະ ຄາດວ່າໃນເດືອນ ພະຈິກ 2022 ນີ້ ຈະມາເພີ່ມອີກ 15 ຄົນ.
ໂດຍທາງສູນຈະຮັບຄົນພິການທຸກປະເພດ ພຽງແຕ່ມີໃຈສູ້ ແລະ ຢາກມີອາຊີບ ທີ່ສາມາດລ້ຽງຕົນເອງໄດ້ ບໍ່ເປັນພາລະໃຫ້ກັບຄອບຄົວ ສູນເຮົາໃຫ້ໂອກາດທຸກຄົນ ແລ້ວແຕ່ວ່າທຸກຄົນ ຈະມີພອນສະຫວັນ ແລະ ຖະນັດໃນດ້ານໃດ.
ສິນຄ້າທີ່ນຳມາຜະລິດ ສ່ວນຫຼາຍກໍຈະເປັນ ຜ້າຕ່ຳມືຂອງລາວ ຈາກກຸ່ມຊາວບ້ານ ແລະຍັງມີການຊ່ວຍກັນຄົ້ນຄິດນຳສິ່ງເສດເຫຼືອເຊັ່ນ: ຖົງຢາງ, ກັບໂຟມ, ທໍ່ດູດ ແລະຢາງຕີນລົດ ມາປະດິດ ເພື່ອໃຫ້ມັນບໍ່ກາຍເປັນຂີ້ເຫຍື້ອ, ອີກຢ່າງຍັງຊ່ວຍຮັກສາສີ່ງແວດລ້ອມໄປໃນຕົວອີກດ້ວຍ, ເຮົາຈະມີການລົງໄປເກັບຕາມຮ້ານຄ້າ ແລະ ພາຍໃນໂຮງຮຽນ ແລະຕ້ອງຜະລິດອອກມາໃຫ້ເປັນສິນຄ້າ ທີ່ໃຊ້ງານໄດ້ດີ, ໃຊ້ງານໄດ້ຈິງ ແລະທົນທານ.
ກ່ອງໂພມ ຈະເອົາມາເຮັດຊັບໃນກະເປົາ ແລະເຮັດເປັນນວມເກີບ ສ່ວນຢາງຕີນລົດ ກໍເອົາມາເປັນຊັບໃນເກີບ ເພື່ອໃຫ້ສົ້ນແຂງຂຶ້ນ ຜະລິດຕະພັນສ່ວນໃຫຍ່ ເຮົາຈະເປັນຜູ້ອອກແບບໃຫ້ເຂົາເຈົ້າ
ຢູ່ພາຍໃນສູນ ຈະມີການຜະລິດທຸກປະເພດ ທີ່ເປັນເຄື່ອງໃຊ້ໃນຊີວິດປະຈຳວັນ ເປັນຕົ້ນແມ່ນເກີບ, ເຄື່ອງນຸ່ງ, ກະເປົາ, ເຄື່ອງປະດັບ, ສີ່ງທ້າທາຍ ໃນການສ້າງຕັ້ງສູນກໍຈະມີຢູ່ 2 ຢ່າງຄື: ເຮັດວຽກກັບຄົນພິການ ທີ່ຄວາມຮັບຮູ້ຊ້າ, ບໍ່ໄດ້ຮຽນໜັງສື ແລະ ສົ່ງເສີມການພັດທະນາ ທຸລະກິດ ຄຽງຄູ່ໄປກັບຄົນພິການ
ສຳລັບຖານລູກຄ້າ ຈະເປັນປະຊາຊົນທຸກປະເພດ, ສ່ວນຕ່າງປະເທດ ນິຍົມຫຼາຍທີ່ສຸດຈະເປັນ ກະເປົາ, ເຄື່ອງປະດັບ ແລະເກີບ, ສ່ວນຄົນລາວ ຈະເປັນປະເພດ ກະເປົາ, ເກີບ ແລະ ຊຸດຣາຕີ, ປັດຈຸບັນ 95% ແມ່ນເຮັດຂາຍຢູ່ຮ້ານຂອງຕົນເອງສ່ວນ 5 % ແມ່ນເອົາໄປຝາກຂາຍ ສະເພາະຮ້ານທີ່ເປັນລູກຄ້າປະຈໍາ.
ສ່ວນລາຍໄດ້ຂອງຄົນພິການ ແມ່ນຈະໄລ່ໃຫ້ຕາມການຜະລິດຂອງເຂົາເຈົ້າ ຖ້າຫາກວ່າເຂົາຜະລິດໄດ້ຫຼາຍ ກໍຈະໄດ້ຜົນຕອບຮັບຫຼາຍ ອີກຢ່າງທີ່ເຮັດແບບນີ້ ກໍເພື່ອໃຫ້ເຂົາເຈົ້າ ມີຄວາມກະຕືລືລົ້ນ ແລະ ມີຄວາມຮັບຜິດຊອບໃນໜ້າວຽກຂອງຕົນເອງຫຼາຍຂຶ້ນ.
ພາຍຫຼັງທີ່ເຮົາຮັບ ກຸ່ມຄົນພິການ ເຂົ້າມາໃນສູນແລ້ວ ທຸກຢ່າງຈະເປັນຄວາມຮັບຜິດຊອບຂອງເຮົາເອງໝົດ ນັບແຕ່ອາຫານການກິນ, ເຄື່ອງໃຊ້ຕ່າງໆ ລວມໄປເຖິງຄ່າປິ່ນປົວເຂົາເຈົ້າ ເວລາເຈັບປ່ວຍ ທາງສູນຈະເປັນຜູ້ຮັບຜິດຊອບທັງໝົດ, ແຕ່ຖ້າຫາກເຖິງຂັ້ນປ່ວຍໜັກ ແລະຕ້ອງໃຊ້ຄ່າຮັກສາສູງ ກໍຈະຂໍຄວາມຊ່ວຍເຫຼືອ ຈາກສັງຄົມ.
ການສ້າງແຮງບັນດານໃຈ ໃຫ້ເຂົາເຈົ້າ ເຮົາຈະເອົາສິນລະທຳເຂົ້າມາຊ່ວຍ, ສ້າງໃຫ້ມີກຳລັງໃຈໃນການພັດທະນາສີມື, ໃຫ້ເຂົາເຫັນວ່າ ສັງຄົມຕ້ອງການຜົນງານເຂົາເຈົ້າ ຫຼາຍປານໃດ ແລະມີໂອກາດ ກໍພາອອກນອກ ເພື່ອເປີດຫູເປີດຕາ ໄປທ່ອງທ່ຽວໃນສະຖານທີ່ຕ່າງໆ ໃນມື້ທີ່ເຮົາມີກຳໄລຫຼາຍ.
ຜ່ານມາ ເຄີຍມີທຶນການສະໜັບສະໜູນຈາກ: ສະຖານທູດສີງກະໂປ, ສະຖານທູດອອດສະເຕເລຍ, ສະມະຄົມເກົາຫຼີ, GIZ ແລະອື່ນໆ ຈະມາຊ່ວຍໃນການຕົບແຕ່ງ, ສ້າງອາຄານ ແລະ ອຸປະກອນໃຫ້ກັບສູນເຮົາ.
ໃນອານະຄົດແລ້ວ ຫຼັກໆຢາກໃຫ້ຊ່ວຍກັນສົ່ງເສີມ ອາຊີບຂອງຄົນພິການ ໃຫ້ເກີດຄວາມຍືນຍົງ, ບໍ່ວ່າຈະເປັນອົງກອນຈັດຕັ້ງສາກົນ ແລະ ສັງຄົມ, ກໍຂໍໃຫ້ຄວາມຊ່ວຍເຫຼືອ, ສະໜັບສະໜູນ ນຳໃຊ້ຜະລິດຕະພັນຄົນພິການຂອງລາວທຸກຢ່າງ.
ອີກອັນໜຶ່ງ ກໍຢາກໃຫ້ຄົນໃນສັງຄົມ ຊ່ວຍເຫຼືອຄົນພິການ ບໍ່ວ່າໃນສະຖານທີ່ໃດ ເພາະຄົນພິການ ເປັນຄົນຂີ້ອາຍ, ເວລາໄປນອກ ເຂົາກໍຕ້ອງການຄວາມຊ່ວຍເຫຼືອ ບາງເທື່ອ ການຫີ້ວເຄື່ອງຫີ້ວຂອງ ຊ່ວຍຄົນພິການ, ຊ່ວຍໃນເວລາຂຶ້ນຂັ້ນໄດ ກໍຖືເປັນນ້ຳໃຈອັນໜຶ່ງ ທີ່ເຮັດໃຫ້ເຂົາເຈົ້າຮູ້ສຶກວ່າ ສັງຄົມບໍ່ລັງກຽດເຂົາເຈົ້າ.
ນອກນັ້ນ ທາງສູນຍັງມີການຊຸກຍູ້ ໃຫ້ເຂົາເຈົ້າໄດ້ອອກສູ່ສັງຄົມ, ໄດ້ສະແດງຄວາມສາມາດ ໃຫ້ຄົນພາຍນອກໄດ້ເຫັນ, ໃຫ້ເຂົາເຈົ້າມີສ່ວນຮ່ວມໃນສັງຄົມໃນຫຼາຍໆ ກິດຈະກຳ ເພື່ອສ້າງຄວາມລຶ້ງເຄີຍໃຫ້ເຂົາເຈົ້າໄດ້ໃຊ້ຊີວິດແບບຄົນປົກກະຕິ, ນອກຈາກນີ້ ຍັງມີຊ່ອງທາງໃນການສ້າງລາຍໄດ້ເສີມ ໂດຍການຫັນມາເຮັດສວນດອກອັນຊັນ ເພື່ອເກັບດອກອັນຊັນ ມາຕາກແຫ້ງເພື່ອເຮັດຊາ ເຊິ່ງເປັນການຫາລາຍໄດ້ ອີກຊ່ອງທາງໜຶ່ງໃຫ້ກັບເຂົາເຈົ້າ.
ອານະຄົດກໍຢາກສ້າງແບບໃໝ່ໆ ແລະ ເລັ່ງໃສ່ໂຄງການເກີບ, ທ້າຍນີ້ກໍຢາກຝາກເຖິງທຸກຄົນ ທີ່ຮູ້ສຶກວ່າທໍ້ ລອງຫັນມາເປັນອາສາສະໝັກຢູ່ສູນ ເມື່ອໄດ້ພົບໝູ່ເພື່ອນໃໝ່ໆ ທີມີຈຸດດ້ອຍຄືກັບຕົນເອງ ອາດຈະເຮັດໃຫ້ເຮົາມີແຮງສູ້ ກັບຊີວິດຕໍ່ໄປ ເພາະຊີວິດຂອງທຸກຄົນມີຄ່າ ແລ້ວແຕ່ວ່າຈະເລືອກ ໃຫ້ຊີວິດມີຄ່າແບບໃດ, ຄົນເຮົາ ເມື່ອມີໂອກາດເກີດມາເປັນຄົນແລ້ວ, ມີບຸນມີວາດສະໜາ, ຕ້ອງຮັກສາຊີວິດຂອງຕົນເອງ ແລະ ໃຊ້ຊີວິດໃຫ້ຄຸ້ມຄ່າທີ່ສຸດ ເພາະວ່າຊີວິດແຕ່ລະຊີວິດ ມີຄ່າສະເໝີ ເວລາເຮົາພົບກັບບັນຫາ ທີ່ເຮັດໃຫ້ເຮົາຫາທາງອອກບໍ່ພົບ ພະຍາຍາມຫັນໜ້າ ອອກມາຈາກຈຸດນັ້ນກ່ອນ ເມື່ອເຮົາຜ່ານຈຸດນັ້ນມາ ຈະຮູ້ວ່າ ບັນຫາມີທາງອອກສະເໝີ ພຽງແຕ່ເຮົາປ່ອຍວາງ.