Monday, May 19, 2025
Kbank Laos โอน รับ จ่าย

ກອງປະກວດ ສາວປະເພດສອງ ໄດ້ປະກາດຢຸດກິດຈະກຳທັງໝົດແລ້ວ

ກອງປະກວດ Miss Fabulous Laos ໄດ້ໃຫ້ຮູ້ວ່າ: ໂຄງການປະກວດ Miss Fabulous Laos 2022 ທີ່ເປີດໂອກາດໃຫ້ສາວງາມຂ້າມເພດ (ສາວປະເພດສອງ) ສາມາດຮ່ວມປະກວດໄດ້ກັບແມ່ຍິງແທ້ໂດຍກຳເນີດ ແມ່ນຕ້ອງໄດ້ຖືກຢຸດຕິການເຄື່ອນໄຫວ ແລະ ໂຈະກິດຈະກຳທັງໝົດລົງ.

ໂດຍອີງຕາມໜັງສືແຈ້ງການຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບເລກທີ 766 / ຫກ, ລົງວັນທີ 24 ສິງຫາ 2022 ແລະ ສະບັບເລກທີ 830 / ຫກ, ລົງວັນທີ 09 ກັນຍາ 2022

ກົມຂະບວນການຊາວໜຸ່ມ ໄດ້ໃຫ້ຮູ້ວ່າ ໂຄງການທີ່ໄດ້ຮັບລິຂະສິດຈາກຕ່າງປະເທດມາຄັດເລືອກເອົາຊາວໜຸ່ມລາວ ທັງເພດຍິງ ແລະ ເພດຊາຍ ທີ່ຈະປະກວດທັງພາຍໃນປະເທດ, ລະດັບພາກພື້ນ ແລະ ສາກົນ ແມ່ນຕ້ອງໄດ້ຂໍອະນຸມັດຈາກສູນກາງຊາວໜຸ່ມ ກ່ອນຕາມລະບຽບ ແລະ ຮັບປະກັນໃຫ້ແກ່ໂຄງການປະກວດ.

ນອກນັ້ນ, ສູນກາງຊາວໜຸ່ມ ຍັງບໍ່ໃຫ້ມີການຈັດງານເວທີການປະກວດທີ່ບໍ່ແມ່ນການຄັດເລືອກເອົາ ຍິງແທ້ ແລະ ຊາຍແທ້ ໂດຍກຳເນີດ ຫຼື ງານປະກວດຂອງ LGBTQ+.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້