ຕົ້ນຕຳຫຼັບຄວາມແຊບ “ບັນກວນ 40 ປີ” ບ້ານ ໜອງຈັນ.

“ບັນກວນ” ເປັນອາຫານຫວຽດນາມ ທີ່ຄົນລາວນິຍົມກິນກັນໃນຕອນເຊົ້າ ເຊິ່ງບັນກວນ ແຕ່ລະບ່ອນກໍມີທີ່ໄປທີ່ມາ ແລະ ມີສູດທີ່ບໍ່ຄືກັນ ໂດຍ Inside Laos ໄດ້ມີໂອກາດໄປສຳພາດເຈົ້າຂອງຮ້ານບັນກວນເຈົ້າເກົ່າ ທີ່ບ້ານ ໜອງຈັນ, ເມືອງ ສີສັດຕະນາກ, ນະຄອນຫຼວງ ວຽງຈັນ ເຊິ່ງເພິ່ນເປີດມາໄດ້ 40 ປີແລ້ວ.

ນາງ ສຸກສີ ຊຽນວິໄລທອງ, ອາຍຸ 52 ປີ ຜູ້ສືບທອດຮ້ານບັນກວນລຸ້ນທີ່ 3 ກ່າວວ່າ ເພິ່ນໄດ້ສືບທອດຮ້ານບັນກວນນີ້ຕໍ່ຈາກ ນາງ ພອນທິບ ຜູ້ເປັນລູກສາວຂອງແມ່ຕູ້ປີກ, ຫຼັງຈາກທີ່ເພີ່ນໄດ້ໄປເຮັດທຸລະກິດສ່ວນຕົວກັບຄອບຄົວຂອງເພິ່ນ ຮ້ານບັນກວນນີ້ເລີຍຕົກທອດ ມາຫາຜູ້ເປັນລູກໃພ້ ເຊິ່ງເປັນຜູ້ສືບທອດລຸ້ນທີ່ 3 ໃນປັດຈຸບັນ, ຈາກທີ່ແມ່ຕູ້ປີກ ເຄີຍເລົ່າໃຫ້ເພິ່ນຟັງວ່າ: ສູດຂອງ ບັນກວນ ມີເອກະລັກສະເພາະກຂອງມັນ, ເປັນສູດທີ່ແມ່ຕູ້ປິກເປັນຄົນຄິດຄົ້ນຂຶ້ນມາເອງ ແລະ ເພິ່ນເລີ່ມຕົ້ນຂາຍບັນກວນຢູ່ຈຸດນີ້ ເປັນຄົນທຳອິດ.

ແຕ່ກ່ອນຮ້ານເຮົາຈະເປີດແຕ່ 5:00 ໂມງ – 9:00 ໂມງ ເພາະໃນໄລຍະນັ້ນ ຈະໃຊ້ວິທີດັງໄຟດ້ວຍຟືນ ເພື່ອເຮັດບັນກວນໃຫ້ລູກຄ້າ, ມາໃນຊ່ວງ 2-3 ເດືອນກ່ອນໜ້ານີ້ ໄດ້ຫັນມາໃຊ້ເຕົາແກ໊ດແທນການດັງໄຟ ເພາະວ່າຄວນໄຟເຂົ້າເຮືອນ ແລະ ເຫັນວ່າການໃຊ້ແກ໊ດມີຜົນດີກວ່າ ເພາະມັນສາມາດເຮັດບັນກວນ ໃຫ້ລູກຄ້າໄດ້ຕະຫຼອດ ຕາມທີ່ລູກຄ້າສັ່ງ ຫຼື ຕອນທີ່ບໍ່ມີລູກຄ້າກໍສາມາດປິດໄວ້ໄດ້, ມັນສະດວກ ແລະເຮັດໃຫ້ເຮົາບໍ່ເສຍລູກຄ້າອີກ.

ຖ້າຈະທຽບໃສ່ຕອນທີ່ໃຊ້ຟືນດັງໄຟ ເມື່ອເວລາດັບໄຟແລ້ວ ລູກຄ້າມາຊ້າ ກໍຈະບໍ່ໄດ້ກິນ ເພາະກ່ອນຈະດັງໄຟຕິດ ຖ້າໃຫ້ໝໍ້ຮ້ອນ ກໍໃຊ້ເວລາໄປດົນເຕີບ ຈຶ່ງເຮັດໃຫ້ເສຍລູກຄ້າໄປ, ປັດຈຸບັນ ຮ້ານເຮົາເປີດແຕ່ 5:00 ໂມງ ຫາ 14:00 ໂມງ, ລູກຄ້າສ່ວນຫຼາຍຈະນິຍົມມາປະມານ 6:00 ໂມງ ຫາ 8:00 ໂມງ ແລະ 11:00 ໂມງ ຫາ 13:00 ໂມງ.

ຈຸດເດັ່ນຂອງຮ້ານເຮົາຈະເປັນການບໍລິການ, ຣົດຊາດ ແລະ ສູດທີ່ເປັນເອກະລັກ ຂອງຮ້ານທີ່ມີມາແຕ່ດົນນານ, ເຄີຍມີລູກຄ້າ ຖາມວ່າເປັນຫຍັງຄືບໍ່ໃສ່ເຫັດຫູໜູຄືຮ້ານອື່ນ ເພິ່ນບອກລູກຄ້າໄດ້ເລີຍວ່າ “ນີ້ເປັນສູດຂອງຮ້ານເຮົາ ທີ່ສືບທອດກັນມາ ແລະ ຈະເຮັດສູດນີ້ ສືບຕໍ່ໆໄປ ແບບສະເໝີຕົ້ນສະເໝີປາຍ ເພື່ອຮັກສາຄວາມເປັນເອກະລັກຂອງເຮົາໄວ້”.

ນາງ ສຸກສີ ຍັງເວົ້າອີກວ່າ: ສີ່ງທີ່ຍາກທີ່ສຸດໃນການຮຽນເຮັດບັນກວນເທື່ອທຳອິດ ຈະເປັນການປະສົມແປ້ງ, ຕີແປ້ງ; ຖ້າຫາກເຮົາຕີແປ້ງ ຫຼື ປະສົມແປ້ງບໍ່ຖືກວິທີ ຈະເຮັດໃຫ້ ແປ້ງແຂງ ຫຼື ແຫຼວເກີນໄປ, ຈະຕ້ອງປະສົມແປ້ງໃຫ້ຖືກຕາມສູດ ຈຶ່ງຈະເຮັດໃຫ້ແປ້ງໜຽວນຸ້ມ.

ຈາກການຂາຍບັນກວນ ມັນໄດ້ເຮັດໃຫ້ຊີວິດ ການເປັນຢູ່ຂອງຄອບຄົວດີຂຶ້ນ, ສາມາດສົ່ງລູກຮຽນຕ່າງປະເທດໄດ້ (ຮຽນຢູ່ປະເທດຫວຽດນາມ) ປັດຈຸບັນ ລູກຂອງ ເພິ່ນກໍຍັງຮຽນຢູ່ປີ 3.    

ປັດຈຸນັນນີ້ ເມນູຂອງຮ້ານເຮົາມີ: ບັນກວນທຳມະດາ, ບັນກວນໄຂ່ມ້ວນ, ບັນກວນໄຂ່ດາວ ແລະ ສ້າງເມນູໃໝ່ ເຂົາໃນຮ້ານເຊັ່ນ:  ເຂົ້າປຽກເຂົ້າ, ເຂົ້າປຽກເສັ້ນ ແລະ ເຂົ້າຈີ່ໄຂ່ດາວ ອານະຄົດ ກິດຈະການທີ່ເຮົາສືບທອດມາ ກໍຄົງຈະສົ່ງຕໍ່ໃຫ້ກັບລູກຊາຍ ແລະ ລູກໃພ້ ສືບທອດຕໍ່ໄປ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...