ຄະນະຈັດສັນ ເມືອງ ຈັນທະບູລີ ເປີດໂອກາດໃຫ້ຜູ້ປະກອບນຳເອົາສິນຄ້າຂອງຕົນມາວາງສະແດງ ແລະ ຈຳໜ່າຍ

ເພື່ອເປັນການ ຊຸກຍູ້ສົ່ງເສີມຜະລິດຕະພັນຂອງຄົນລາວ ບໍລິສັດ ວີເທັກແຄ ໄດ້ຮ່ວມກັບ ຄະນະຈັດສັນ ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ ໄດ້ມີນະໂຍບາຍຊຸກຍູ້ສົ່ງເສີມ ເປີດໂອກາດໃຫ້ຜູ້ປະກອບການດ້ານຫັດຖະກຳ ແລະ ຜະລິດຕະພັນພື້ນເມືອງລາວ ນຳເອົາສິນຄ້າຂອງຕົນມາວາງສະແດງ ແລະ ຈຳໜ່າຍ ຢູ່ຖະໜົນວັດທະນະທຳແຫ່ງບຸນ ໂດຍບໍ່ມີຄ່າໃຊ້ຈ່າຍ

ທັງນີ້, ເພື່ອຊຸກຍູ້ສົ່ງເສີມຜະລິດຕະພັນລາວ, ສີໄມ້ລາຍມືຂອງຄົນລາວ, ຜະລິດໂດຍຄົນລາວທີ່ເປັນເອກະລັກ ໃຫ້ເປັນທີ່ຮູ້ຈັກໄປທົ່ວໂລກ ກໍຄື ຊຸກຍູ້ສົ່ງເສີມຜູ້ປະກອບການໃຫ້ມີລາຍຮັບ, ມີວຽກເຮັດງານທຳທີ່ໝັ້ນຄົງ, ທັງເປັນການປະກອບສ່ວນຟື້ນຟູກິ່ນອາຍ ແຫ່ງຄວາມມີສະເໜ່ຂອງວິຖີຊີວິດວັດທະນະທຳ ຂອງຄົນໃນຊຸມຊົນ ທີ່ມີຊີວິດຊີວາ.

ສະມາພັນແມ່ຍິງດ້ອຍໂອກາດ ແລະ ສະມາຄົມຄົນພິການ ນຳເອົາສິນຄ້າຂອງຕົນ ມາວາງສະແດງ ແລະ ຈຳໜ່າຍ ຕື່ມອີກ ເຊິ່ງຖະໜົນແຫ່ງບຸນດັ່ງກ່າວ ແມ່ນນັບແຕ່ 4 ແຍກເຊັນເຕີພ້ອຍສີຫອມ ໄປຫາ ຫໍວັດທະນະທຳແຫ່ງຊາດ, ຕິດກັບຕະຫລາດວັນວານ, ຂຶ້ນບ້ານຫາຍໂສກ-ອານຸ-ມີໄຊ ເມືອງຈັນທະບູລີ ນະຄອນຫລວງວຽງຈັນ.

ຖະໜົນວັດທະນະທຳແຫ່ງບຸນ ມີຄວາມໂດດເດັ່ນທາງດ້ານອາຫານ ເຊິ່ງໄດ້ຮວບຮວມເອົາທັງອາຫານພື້ນເມືອງລາວ, ອາຫານນານາຊາດ ເຂົ້າມາຮວມໂຕກັນຢູ່ໃນພື້ນທີ່ນີ້ ເພື່ອເປັນທາງເລືອກໃຫ້ແກ່ລູກຄ້າທີ່ມີຄວາມຕ້ອງການອາຫານການກິນທີ່ຫລາກຫລາຍ ໂດຍມີຮ້ານອາຫານຫລາກຫລາຍປະ ເພດບໍ່ຊໍ້າກັນ, ມີທັງອາຫານລາວ ແລະ ອາຫານ ນາໆຊາດ ທີ່ຮັບປະກັນໄດ້ທາງດ້ານຄຸນນະພາບ ແລະ ລົດຊາດອາຫານ.

ສຳລັບ ຮ້ານອາຫານນາໆຊາດ ຈະແມ່ນເຈົ້າຂອງປະເທດນັ້ນໆເຊັ່ນ: ເກົາຫລີ, ຝຣັ່ງ ແລະ ເຢຍລະມັນ ຈະເປັນເຈົ້າຂອງຮ້ານ ແລະ ສ້າງເມນູອາຫານທີ່ເປັນລົດຊາດຕົ້ນຕຳຫລັບຂອງພວກເຂົາ ໃຫ້ບັນດາທ່ານໄດ້ຮັບປະທານ; ນອກນັ້ນ, ຍັງມີຮ້ານຜະລິດຕະພັນຫັດຖະກຳ ເຊັ່ນ: ຮ້ານຂາຍສິ້ນ, ເສື້ອຜ້າ, ກະເປົາ, ຮູບແຕ້ມ ແລະ ອື່ນໆ ທີ່ຫລາກຫລາຍ ທີ່ເປັນຜະລິດຕະພັນຂອງຄົນລາວ 100%.

ທີ່ມາ: ປະເທດລາວ Pathedlao

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...