Monday, May 19, 2025
Kbank Laos โอน รับ จ่าย

ມາແລ້ວ! ລາຍການເຄື່ອນໄຫວບຸນອອກພັນສາ ຢູ່ນະຄອນ ຫຼວງພະບາງ

ຄະນະກຳມະການຈັດງານບຸນອອກພັນສາປະວໍລະນາ ຄ.ສ 2022 ປະຈຳນະຄອນ ຫຼວງພະບາງ ໄດ້ກຳນົດລາຍການເຄື່ອນໄຫວບຸນ ທັງໝົດ 3 ວັນ ຕັ້ງແຕ່ວັນທີ 9-11 ກັນຍາ 2022 ເຊິ່ງແຕ່ລະມື້ຈະມີກິດຈະກຳທີ່ແຕກຕ່າງກັນໄປ ແລະ ໃນຕອນແລງຈະມີການຈັດປະທີບ ຫຼື ໂຄມໄຟ ງາມໆໃຫ້ເບິ່ງຕາມວັດຕະຫຼອດ 3 ວັນຂອງງານບຸນອອກພັນສາ.

ມື້ທຳອິດ ຈະເປັນມື້ຫ້າງກະກຽມບຸນມະຫາຊາດນະມັດສະການພະທາດຈອມສີ ໃນຕອນເຊົ້າຈະມີການກະກຽມປະດັບປະດາຕົບແຕ່ງສະຖານທີ່ ພະທາຈອມສີ ແລະ ໃນຊ່ວຍບ່າຍຈະມີການເຕົ້າໂຮມພຣະສົງ, ສະມາເນນ, ປະຊາຊົນ ເພື່ອເຮຕັດພິທິທາງສາສະໜາ ຄື: ການສູດປະລິຕະມຸງຄຸນ ພະທາດຈອມສີ, ເທດສະຫຼອງອຸປະຄຸດ, ເທດສັງກາດຫຼວງ, ສູດໂພ ແລະ ສູດອິຕິປິໂສ. ພ້ອມນັ້ນ, ໃນຕອນແລງກໍຈະໄດ້ມີການທ່ຽວຊົມການໄຕ້ປະທີບ ຫຼື ໂຄມໄຟ ງາມໆອີກດ້ວຍ.

ມື້ທີ່ສອງຈະເປັນມື້່ບຸນມະຫາຊາດ ນະມັດສະການພະທາດຈອມສີ ປະຊາຊົນຈະໄດ້ິໃສ່ບາດຕາມວັດແຫ່ງຕ່າງໆ ແລະ ເຮັດຳິທີທາງສາສະໜາພະມາດຈອມສີ: ສູດ, ສັກອານິຈາ, ຖະຫວາຍສັງຄະທານ, ແຈກເພນ ແລະ ເທດມະຫາຊາດຕະຫຼອດວັນ

ສຳລັບ ມື້ທີ່ສາມ ເປັນມື້ທີ່ແຕ່ລະບ້ານ, ແຕ່ລະໂຮງຮຽນ, ແຕ່ລະພາກສ່ວນ ຈະພາກັນຕົບແຕ່ງເຮືອໄຟ ເພື່ອ້ຂົ້າປະກວດແຂ່ງຂັນຄວາມງາມກັນ ຢູ່ທີ່ໜ້າຫໍພິທະພັນ (ຕີນພູສີ) ເຊິ່ງພິທີບຸນໄຫຼເຮືອໄຟນີ້ ເພິ່ນຈະໄດ້ຈັດຂະບວນຂະໜາດໃຫຍ່ ແຫ່ໄປຕາເສັ້ນທາງລະຫວ່າງວົງຈົນເຖິງທ່ານໍ້າຂອງວັດຊຽງທອງ ແລະ ເຄື່ອນເຮືອໄຟລົງນໍ້າຕາມລຳດັບ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້