Friday, March 21, 2025

ຂໍໍ້ແນະນຳດີໆທີ່ຈະຊ່ວຍໃຫ້ທ່ານນອນຫຼັບງ່າຍຂຶ້ນ

Young woman resting in bed in the morning

ບັນຫາການນອນບໍ່ຫຼັບ ອາດເກີດຂຶ້ນໄດ້ທຸດເພດທຸກໄວ ໂດຍສະເພາະຜູ້ສູງອາຍຸ ແລະແມ່ຍິງໄວໝົດປະຈຳເດືອນ, ໃນກໍລະນີການນອນບໍ່ຫຼັບໃນໄລຍະສັ້ນໆ ແລະ ເກີດຂຶ້ນຊົ່ວຄາວ ຈະບໍ່ມີຜົນຕໍ່ຮ່າງກາຍຫຼາຍ ແຕ່ຖ້າທ່ານນອນບໍ່ຫຼັບຕະຫຼອດ ອາດເຮັດໃຫ້ຮ່າງກາຍພັກຜ່ອນບໍ່ພຽງພໍ ແລະຖ້າບໍ່ແກ້ໄຂ ກໍຈະເປັນອັນຕະລາຍຕໍ່ສຸຂະພາບ, ເຮັດໃຫ້ພູມຕ້ານທານໂລກຫຼຸດລົງ ມື້ນີ້ຈະມານຳສະເໜີວິທີງ່າຍໆ ທີ່ຈະຊ່ວຍໃຫ້ທ່ານນອນຫຼັບງ່າຍຂຶ້ນ.

  • ຫຼຸດ ຫຼື ງົດເຄື່ອງດື່ມທີ່ມີຄາເຟອິນ
  • ງົດເຄື່ອງດື່ມທີ່ມີແອວກໍຮໍກ່ອນນອນ
  • ຫຼີກລ້ຽງການສູບຢາກ່ອນນອນ
  • ຫຼີກລ້ຽງການກິນອາຫານແລງຫຼາຍເກີນໄປ
  • ຫຼີກລ້ຽງການດື່ມນ້ຳ, ເຄື່ອງດື່ມຊະນິດອື່ນໆ 90 ນາທີກ່ອນເຂົ້ານອນ
  • ອອກກຳລັງກາຍ
  • ຫຼີກລ້ຽງສານປຸງແຕ່ງ
  • ຫຼີກລ້ຽງການກິນຢານອນຫຼັບ

ການຫຼຸດ ຫຼື ງົດເຄື່ອງດືມທີ່ມີຄາເຟອິນ

Milk pouring into iced black coffee on table and black background.

ເຊິ່ງເປັນສານກະຕຸ້ນລະບົບປະສາດ ເພາະຄາເຟອິນ ຈະຕົກຄ້າງໃນຮ່າງກາຍ ຫຼາຍຊົ່ວໂມງ ກວ່າຈະຂັບຖ່າຍອອກມາ, ຄົນທີ່ຕິດ ຄາເຟອິນ ເມື່ອເລີກທັນທີອາດເກີດອາການເຈັບຫົວ, ຊຶມເສົ້າ, ງຸດງິດ ແລະອ່ອນເພຍ ດັ່ງນັ້ນ ຄວນຄ່ອຍໆຫຼຸດປະລິມານລົງຈຶ່ງຈະເຮັດໃຫ້ບໍ່ເກີດອາການເຫຼົ່ານີ້, ຄາເຟອິນ ສ່ວນຫຼາຍຈະພົບໃນ ເຄື່ອງດື່ມປະເພດຊາ, ກາເຟ, ນ້ຳອັດລົມສີດຳບາງຊະນິດ, ຢາແກ້ປວດ, ຢາແກ້ແພ້ ຫຼືຢາແກ້ຫວັດ.

ການງົດເຄື່ອງດື່ມແອວກໍຮໍກ່ອນນອນ

Pouring strong alcohol drink into the glasses which are on the wooden table

ຄົນສ່ວນໃຫຍ່ ມັກຈະຄິດວ່າ ການດື່ມເຫຼົ້າກ່ອນນອນເຮັດໃຫ້ຫຼັບສະບາຍ ແຕ່ຄວາມຈິງແລ້ວ ມັນຊ່ວຍໃຫ້ຫຼັບສະນິດໃນຊົ່ວໂມງທຳອິດ ແລະຮ່າງກາຍຈະປັບຕົວ ໃຫ້ທົນຕໍ່ຜົນຂອງແອວກໍຣໍ ເຮັດໃຫ້ຕ້ອງດື່ມຫຼາຍຂຶ້ນ ເພື່ອໃຫ້ໄດ້ຜົນເທົ່າເດີມ, ໃນທີ່ສຸດ ກໍຈະເຮັດໃຫ້ລົບກວນການນອນຫຼັບທີ່ປົກກະຕິ, ຄຸນນະພາບການນອນຫຼັບຫຼຸດລົງ, ນອນດິ້ນ ແລະເພີ່ມອຸຫະພູມໃຫ້ຮ່າງກາຍ, ເຮັດໃຫ້ຕື່ນກາງເດີກ, ຖ້າຈໍາເປັນຕ້ອງດື່ມ ເພາະການສ້າງສັນ ຄວນດື່ມກ່ອນນອນ ຫຼາຍໆຊົ່ວໂມງ ແລະບໍ່ຄວນດື່ມຫຼາຍ.

ຫຼີກລ້ຽງການສູບຢາກ່ອນນອນ

Stop smoking cigarette

ເພາະສານ ນິໂຄຕີນ ໃນຢາສູບ ເປັນສານກະຕຸ້ນ ເຮັດໃຫ້ຕື່ນຕົວ ຫຍີ່ງເຮັດໃຫ້ນອນບໍ່ຫຼັບ.

ຫຼີກລ້ຽງການກິນອາຫານແລງຫຼາຍເກີນໄປ

ໂດຍສະເພາະອາຫານແລງ ທີ່ມີເຄື່ອງປຸງຣົດຈັດ ກ່ອນນອນ ເພາະຈະເຮັດໃຫ້ເກີດອາການແສບລີ້ນ ຫຼື ຄົນມີບັນຫາ ເລື່ອງກະເພາະຢູ່ແລ້ວ ຈະເຮັດໃຫ້ນອນບໍ່ຫຼັບ.

ຫຼີກລ້ຽງການດື່ມນ້ຳ, ເຄື່ອງດື່ມຊະນິດອື່ນໆ 90 ນາທີກ່ອນເຂົ້ານອນ

Nice attractive stylish cheerful cheery positive carefree guys ladies having fun hanging out best summer in new cool bar modern

ສໍາລັບຜູ້ທີ່ມີບັນຫາຕ້ອງຕື່ນຂຶ້ນມາເບົາຕອນເດີກເຊັ່ນ: ໃນຊ່ວງສູງອາຍຸ ຮ່າງກາຍໃຊ້ເວລາປະມານ 90 ນາທີ ໃນການຂັບນ້ຳອອກທາງປັດສະວະ.

ອອກກຳລັງກາຍ

ການອອກກໍາລັງກາຍ ແບບປານກາງສະໝ່ຳສະເໝີ ຈະຊ່ວຍໃຫ້ຫຼັບງ່າຍຂຶ້ນ ແລະດົນຂຶ້ນ, ຮ່າງກາຍຕື່ນຕົວຂຶ້ນ ໃນລະຫວ່າງການເຮັດວຽກ ແຕ່ບໍ່ຄວນອອກກຳລັງກາຍກ່ອນນອນ ເພາະຈະເຮັດໃຫ້ລະບົບປະສາດຕື່ນຕົວ ແລະນອນບໍ່ຫຼັບ.

ຫຼີກລ້ຽງສານປຸງແຕ່ງ

ໂດນສະເພາະແປ້ງນົວ ເພາະສົ່ງຜົນລົບກວນຕໍ່ການນອນ.

ຫຼີກລ້ຽງການໃຊ້ຢານອນຫຼັບ

Woman’s hand pours the medicine pills out of the bottle

ຜູ້ທີ່ກິນຢານອນຫຼັບຕະຫຼອດ ສ່ຽງທີ່ຈະເສຍຊີວິດ 25% ເຊິ່ງຄວາມສ່ຽງນີ້ເທົ່າໆກັບ ຜູ້ທີ່ນອນນ້ອຍ ຫຼືນອນຫຼາຍເກີນໄປ ແຕ່ການໃຊ້ຢານອນຫຼັບ ເປັນບາງຄັ້ງຄາວ ພາຍໃຕ້ຄຳແນະນຳຂອງແພດຖືເປັນຂໍ້ຍົກເວັ້ນ.

ສີ່ງທີ່ບໍ່ຄວນເບິ່ງຂ້າມຄື: ອາຫານ, ການອອກກໍາລັງກາຍຢ່າງສະໝ່ຳສະເໝີ, ການຫຼຸດຄວາມຄຽດ, ເຝິກການນອນເປັນເວລາ, ຫຼີກລ້ຽງການນອນກາງເວັນ, ຫຼີກລ້ຽງເຄື່ອງດື່ມຄາເຟອິນ, ແອວກໍຣໍ ແລະຢາທີ່ມີລິດ ເປັນການກະຕຸ້ນ ກໍຈະຊ່ວຍກຳຈັດອາການນອນບໍ່ຫຼັບໄດ້.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່