ກະຊວງການເງິນ ອອກມາດຕະການຜ່ອນຜັນຄ່າປັບໃໝ ໃນການເສຍຄ່າທຳນຽມທາງປີ 2022

ກະຊວງການເງິນ ໄດ້ອອກແຈ້ງການເພີ່ມເຕີມ ສະບັບເລກທີ 2792/ກງ, ລົງວັນທີ 15 ກັນຍາ 2022 ກ່ຽວກັບນະໂຍບາຍຜ່ອນຜັນຄ່າປັບໃໝ່ຂອງການເສຍຄ່າທຳນຽມທາງປີ 2022 ເພື່ອຊຸກຍູ້, ສົ່ງເສີມໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ຂຶ້ນທະບຽນ ແລະ ນຳໃຊ້ຍານພາຫະນະທຸກປະເພດຢູ່ ສປປ ລາວ ໄດ້ເສຍຄ່າທຳນຽມທາງຢ່າງຖືກຕ້ອງ ເຊິ່ງມີລາຍລະອຽດດັ່ງນີ້:

  1. ສໍາລັບຍານພາຫະນະ ທີ່ຖືກເສຍຄ່າທຳນຽມທາງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 5 ຂອງລັດຖະບັນຍັດປະທານ ປະເທດ ວ່າດ້ວຍຄ່າທຳນຽມທາງ ສະບັບເລກທີ 001/ປປທ, ລົງວັນທີ 20 ກັນຍາ 2017 ແຕ່ຍັງບໍ່ທັນໄດ້ເສຍຄ່າ ທຳນຽມທາງ ນັບແຕ່ປີ 2017-2022 ໃຫ້ປະຕິບັດ ດັ່ງນີ້: ເສຍຄ່າທຳນຽມທາງຄືນຂອງປີ 2017 – 2021 ໃຫ້ຄົບຖ້ວນ ແລະ ຜ່ອນຜັນບໍ່ເກັບຄ່າປັບໃໝ່ ທີ່ກໍານົດໃນ ໂລແມງ IV ຂໍ້ 2 ຂອງຄຳແນະນຳ ສະບັບເລກທີ 3455/ກງ, ລົງວັນທີ 10 ຕຸລາ 2017 ແລະ ສຳລັບການເສຍຄ່າທຳນຽມທາງຂອງປີ 2022 ພ້ອມທັງປັບໃໝ 0,1% ຕໍ່ວັນ ໃນການເສຍຄ່າທຳນຽມທາງຊັກຊ້າ, ນັບແຕ່ວັນທີ 01 ກໍລະກົດ 2022 ເປັນຕົ້ນມາ, ເນື່ອງຈາກການເສຍຄ່າທຳນຽມທາງ ປີ 2022 ໄດ້ກຳນົດຮອດ ວັນທີ 30 ມິຖຸນາ 2022 ຕາມແຈ້ງການຂອງກະຊວງການເງິນ ສະບັບເລກທີ 0951/ກງ, ລົງວັນທີ 01 ເມສາ 2022.
  2. ຍານພາຫະນະທີ່ເຊົ່າຊື້ ຫຼື ຊື້ຜ່ອນຊຳລະ ທີ່ຍັງບໍ່ໄດ້ທັນໄດ້ເສຍຄ່າທຳນຽມທາງ ຕ້ອງແມ່ນຜູ້ນໍາໃຊ້ພາຫະນະເປັນຜູ້ຮັບຜິດຊອບເສຍຄ່າທໍານຽມທາງ ນັບແຕ່ປີ 2017-2022.
  3. ຍານພາຫະນະມືສອງ ທີ່ໄດ້ຂຶ້ນທະບຽນຖືກຕ້ອງ ແລະ ວາງຂາຍຢູ່ຕາມບັນດາຮ້ານ, ເຈົ້າຂອງຮ້ານ ຕ້ອງເປັນຜູ້ ຮັບຜິດຊອບເສຍຄ່າທຳນຽມທາງ ນັບແຕ່ປີ 2017-2022.
  4. ກົມສ່ວຍສາອາກອນ ຕ້ອງເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຕິດຕາມ ແລະ ຊຸກຍູ້ ໃນການຈັດຕັ້ງປະຕິບັດ.
  5. ມອບໃຫ້ຫົວໜ້າພະແນກການເງິນ, ຫົວໜ້າສ່ວຍສາອາກອນ ປະຈຳແຂວງນະຄອນຫລວງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ຈັດຕັ້ງເຜີຍແຜ່ ແລະ ປະຕິບັດແຈ້ງການເພີ່ມເຕີມສະບັບນີ້ໃຫ້ສັງຄົມຮັບ ຊາບຢ່າງກ້ວາງຂວາງ, ແນໃສເຮັດໃຫ້ການເກັບລາຍຮັບຄ່າທໍານຽມທາງ ປີ 2022 ບັນລຸຕາມແຜນການ.
  6. ແຈ້ງການເພີ່ມເຕີມສະບັບນີ້ ມີຜົນບັງຄັບໃຊ້ນັບແຕ່ມື້ລົງລາຍເຊັນ ຈົນເຖີງວັນທີ 31 ທັນວາ 2022.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...