NETFLIX ເລີ່ມໃຊ້ Block Zone ໃນລາວ ບາງສະຖານທີ່ກໍບໍ່ສາມາດເບິ່ງໄດ້

ນັບຕັ້ງແຕ່ທີ່ Netflix ປະກາດວ່າຈະປັບປຸງເລື່ອງຂອງການແຊຮໄອດີຫ້ອງກັນ ຫຼື ການຫານໄອດີ ເຊິ່ງການແຊຮໄອດີເຮັດໃຫ້ເນັດຟິກເສຍລາຍໄດ້ຈຳນວນມະຫາສານ ເລີຍຈໍາເປັນຈະຕ້ອງແຊຮໃຫ້ຄົນໃນບ້ານເທົ່ານັ້ນ ຖ້າແຊຮໃຫ້ຄົນອື່ນຈະເບິ່ງບໍ່ໄດ້ ການທີ່ເນັດຟິກຕ້ອງການປັບປຸງກໍເພື່ອທີ່ຈະສ້າງລາຍໄດ້ໃຫ້ຫຼາຍຂຶ້ນກ່ອນເກົ່າ.

ປັດຈຸບັນ Netflix ໄດ້ມີການ Block Zone ປະເທດລາວເຮົົາ, ເຊິ່ງຫຼາຍຄົນໜ້າຈະງົງວ່າເປັນຫຍັງຕ້ອງ Block Zone? ການທີ່ເນັດຟິກ Block Zone ປະເທດລາວເຮົາກໍເພື່ອໃຫ້ຄົນລາວບໍ່ສາມາດ ໄປຊື້ໄອດີເນັດຟິກ ກັບ ປະເທດອື່ນໆໃນລາຄາຂອງປະເທດນັ້ນໆໄດ້ ເຊິ່ງຖ້າເຮົາໄປຊື້ໄອດີຂອງປະເທດອື່ນມາເບິ່ງ ກໍຈະບໍ່ສາມາດເຂົ້າເບິ່ງວີໂດໂອໄດ້ເລີຍ ແລະ ເຖິງວ່າຈະເປັນໄອດີລາວເຮົາເອງ ບາງສະຖານທີໃນລາວກໍຖືກ Block Zone ປິດກັ້ນບໍ່ໃຫ້ເຂົ້າເບິ່ງ.

ສາເຫດທີ່ເນັດຟິກ Block Zone ປະເທດລາວເຮົາກໍເພື່ອໃຫ້ເຮົາໄປຊື້ໄອດີທີ່ເປັນຂອງປະເທດລາວເຮົາໂດຍສະເພາະ ໃນລາຄາທີ່ທາງເນັດຟິກໄດ້ກຳນົດໃຫ້, ປັດຈຸບັນ ໃນລາວເຮົາຈະມີຢູ່ 4 ລາຄາໃຫ້ເລືອກໃຊ້ງານ ຄື: $3.99 (ລາຄາ 64.000 ກີບ), $7.99 (ລາຄາ 125.000 ກີບ), $9.99 (ລາຄາ 160.000 ກີບ) ແລະ $11.99 (ລາຄາ 190.000 ກີບ) (ລາຄານີ້ແມ່ນໄລ່ຈາກເລດເງິນ 1 USD=16.000 ກີບ) ເຊິ່ງແຕ່ລະລາຄາຈະມີຄວາມແຕກຕ່າງກັນ ເຊັ່ນວ່າ: ໂຕທີ່ລາຄາຕໍ່າສຸດ ຈະບໍ່ສາມາດເບິ່ງພ້ອມກັນໄດ້ ເບິ່ງໄດ້ແຕ່ໜ້າຈໍດຽວ ບໍ່ສາມາດເບິ່ງຜ່ານໂທລະພາບ-ຄອມໄດ້ ແລະ ບໍ່ສາມາດເບິ່ງໃນຄວາມຄົມຊັດ HD-ULTRA HD ໄດ້.

ລາຄາທີ່ພຽງຂຶ້ນມາສອງເທົ່າຈາກໂຕລາຄາຕໍ່າສຸດ ແມ່ນ $7.99 ຄ້າຍໆກັບລາຄາໂຕທີ່ຕໍ່າສຸດພຽງແຕ່ ສາມາດເບິ່ງຜ່ານໂທລະພາບ-ຄອມໄດ້, ສ່ວນລາຄາ $9.99 ສາມາດເບິ່ງພ້ອມກັນໄດ້ສອງໜ້າຈໍ ແລະ ເບິ່ງແບບຄວາມຄົມຊັດ HD ແລະ ສຸດທ້າຍໃນລາຄາ $11.99 ໂຕທີ່ແພງທີ່ສຸດແມ່ນສາມາດເບິ່ງພ້ອມກັນໄດ້ເຖິງ 4 ໜ້າຈໍ ສາມາດເບິ່ງຜ່ານທຸກຢ່າງໄດ້ທັງໂທລະສັບ-ຄອມ-ໂທລະພາບ ແລະ ມີສາມາດເບິ່ງວີດີໂອຢູ່ໃນຄວາມຄົມຊັດແບບ ULTRA HD ໄດ້.

ຢູ່ລາວເຮົາຈະສະໝັກເນັດຟິດໄດ້ນັ້ນ ຈະຕ້ອງຊໍາລະຜ່ານທາງ ບັດ VISA, ບັດ Master Card, Paypal ແລະ American Express ເທົ່ານັ້ນ.

ສະຕີມມິງທີ່ເປັນຄູ່ແຂ່ງຂອງເນັດຟິກ ໄດ້ເລິີ່ມພາກັນຂະຫຍາຍຕົວຂຶ້ນເລື້ອຍໆ ໂດຍສະເພາະ Disney+, VIU, WeTV, IQIY, HBO ແລະ ອື່ນໆ ຈົນເຮັດໃຫ້ເນັດຟິກເກີດການສູນເສຍ,​ ຫຼ້າສຸດ ເດືອນສິງຫາທີ່ຜ່ານມາ ເນັດຟິກໄດ້ປະກາດວ່າຈະສ້າງແພັກເກັດໃຫມ່ຂຶ້ນມາເຊິ່ງລາຄາຈະຖືກລົງ ແຕ່ມີໂຄສະນາເພີ່ມເຂົົ້າມາ ເຊິ່ງມັນອາດຈະເປັນອີກໜຶ່ງທາງເລືອກໃຫ້ກັບຜູ້ທີ່ບໍ່ຕ້ອງການເສຍເງິນຫຼາຍ ແຕ່ຍັງບໍ່ມີກຳນົດມື້ສ້າງແພັກເກັດທີ່ແນ່ນອນ.

ແຕ່ເຖິງຢ່າງໃດກໍຕາມ ການທີ່ເຮົາສະໝັກເນັດຟິກມາໃຊ້ງານເອງຖືວ່າເປັນການດີທີ່ສຸດ ເພາະໃນບັດຈຸບັນ ໄດ້ມີການ Block Zone ເຊິ່ງຖ້າເຮົາໄປຊື້ໃຊ້ໄອດີຮ່ວມກັບຜູ້ອື່ນມາກໍອາດຈະເປັນໄອດີຂອງຕ່າງປະເທດ ຫຼື ເປັນໄອດີທີ່ຖືກ Block Zone ເຮົາຈະເສຍເງິນລ້າໆ ແລະ ຍັງບໍ່ໄດ້ເບິ່ງໜັງອີກ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...