“ຕາແຫຼວ” ເປັນວັດທະນະທຳແຫ່ງດິນແດນ ອຸສາຄະເນ, ຕາມຄວາມເຊື່ອຂອງຫຼາຍໆຊົນເຜົ່າໃນລາວແລ້ວ ແມ່ນເຊື່ອວ່າ ເປັນສັນຍາລັກແຫ່ງ ຈິດວິນຍານຂອງຟ້າແຖນ ທີ່ເອີ້ນວ່າ “ຂວັນ” ມີຮູບຮ່າງຕ່າງໆ ບໍ່ວ່າຈະເປັນ ວົງມົນມີແຊກອ້ອມ, ເປັນຂົດວົງມົນກົ້ນຫອຍ, ສາມຫຼ່ຽມ, ສີ່ຫຼ່ຽມ, ຫ້າຫຼ່ຽມ, ຫົກຫຼ່ຽມ ໄປຈົນເຖິງ ແປດຫຼ່ຽມ, ຂີດຂຽນແຕ້ມຄວັດເປັນຮູບ ຫຼື ໃຊ້ໄມ້ໄຜ່ສານຂັດກັນຂຶ້ນມາ ລ້ວນແລ້ວແຕ່ສື່ເຖິງ ຈິດວິນຍານແຫ່ງຟ້າແຖນ ຜູ້ທີ່ມີພະລັງອຳນາດຫຼາຍທີ່ສຸດ ໃນການບັນດານທຸກສັບພະສິ່ງ ໃນຄວາມເຊື່ອຂອງຊົນພື້ນເມືອງ, ໃນປະເທດລາວ.
ສາມາດພົບເຫັນ “ຕາແຫຼວ” ໄດ້ທົ່ວໄປໃນທຸກພາກຂອງປະເທດ ແລະ ເກືອບທຸກຊົນເຜົ່າຂອງລາວ ບໍ່ວ່າຈະເປັນ ຊົນເຜົ່າລາວ, ກຶມມຸ, ມົ້ງ, ຜູ້ໄທ, ພວນ, ໄທດຳ, ໄທແດງ, ກະສວຍ, ກະຕາງ, ຕະໂອຍ… ເຊິ່ງນິຍົມເອົາໄມ້ໄຜ່ມາຈັກເປັນເສັ້ນເອີ້ນວ່າ “ຕອກ” ແລ້ວນຳມາສານຂັດກັນເປັນຮູບຮາງຕາມຄວາມເຊື່ອນັ້ນ, ແລ້ວນຳເຂົ້າຮ່ວມພິທີ່ສຳຄັນຕ່າງໆ ຂອງຊີວິດ ເຊັນ: ສູ່ຂວັນຄົນ, ສູ່ຂວັນເຂົ້າ, ລົງນາແຮກ, ລ້ຽງຜີຕາແຮກ, ລ້ຽງບ້ານ, ຊຳຮະບ້ານ ໄປຈົນເຖິງການເຮັດແຂວນໄວ້ ທາງເຂົ້າບ້ານ, ປະຕູເຮືອນຊານ, ເລົ້າເຂົ້າ, ຄອກສັດ ໄປຈົນເຖິງລານກາງບ້ານ.
ເຂົາເຈົ້າເຊື່ອວ່າ ເມື່ອເຮັດຕາແຫຼວແລ້ວ ຈະມີຂວັນ ຫຼື ດວງຈິດທີ່ດີ ຂອງຟ້າແຖນ ມາສະຖິດຢູ່ ເພື່ອປົກປັກຮັກສາ, ຄຸ້ມຄອງ ໃນອານະເຂດ ຫຼື ບໍລິເວນທີ່ຕາແຫຼວຕັ້ງຢູ່, ຈະໃຊ້ຕາແຫຼວ ເພື່ອປ້ອງກັນສີ່ງບໍ່ດີ ທີ່ຈະເຂົ້າມາທຳຮ້າຍຄົນ, ສັດ ລວມໄປເຖິງເຄື່ອງປູກຂອງຝັງ.
ເຊິ່ງເຫັນໄດ້ວ່າໃນປັດຈຸບັນ ກໍຍັງມີຫຼາຍຊົນເຜົ່າ ທີ່ນຳໃຊ້ຕາແຫຼວ ເຂົ້າໃນພິທີກຳຕາມຄວາມເຊື່ອຕ່າງໆ ບໍ່ວ່າໂລກຈະມີຄວາມທັນສະໄໝ ແຕ່ຄວາມເຊື່ອແຕ່ບູຮານ ກໍຍັງສືມຕໍ່ກັນມາຈົນຮອດປັດຈຸບັນ ເພື່ອເປັນການສືບສານວັດທະນາທຳ ໄວ້ໃຫ້ຄົນລຸ້ນລູກລຸ້ນຫຼານໄດ້ຮຽນຮູ້ຕໍ່ໄປ.