ອີກບໍ່ດົນ! AI ອາດຈະເຮັດໃຫ້ກ້ອງໂທລະສັບ ຖ່າຍຮູບໄດ້ດີກ່ອນກ້ອງດິຈິຕອນ.

ປະຈຸບັນ, ກ້ອງຖ່າຍຮູບໃນສະມາດໂຟນ ໄດ້ມີການຂະຫຍາຍຕົວຢ່າງກ້າວກະໂດດ ມີການອັບເດດ ແລະ ພັດທະນາຂຶ້ນຢ່າງໄວ ເຊິ່ງເຫັນໄດ້ຈາກສະມາດໂຟນໃນປັດຈຸບັນ ມີທັງລະບົບຊູມ, ລະບົບເບີຫຼັງ, ລະບົບຖ່າຍກາງຄືນ, ລະບົບຖ່າຍໄລຍະໃກ້ ແລະ ອີກຫຼາຍໆ ເກືອບຈະມີຄວາມສາມາດທຽບເທົ່າກັບກ້ອງດິຈິຕອນໃນປະຈຸບັນ ໂດຍທາງ Qualcomm ກໍໄດ້ອອກມາບອກວ່າ AI ຈະເປັນຕົວຫຼັກໃນການພັດທະນາໃຫ້ກ້ອງຂອງສະມາດໂຟນກ້າວຂ້າມກ້ອງດິຈິຕອນ ຫຼື ກ້ອງ DSLR.

ຖ້າເຮົາສັງເກດດີໆ ເຮົາຈະເຫັນໄດ້ວ່າ ສາມາດໂຟນຫຼາຍຄ້າຍໃຫຍ່ໆ ກໍໄດ້ມີການນໍາໃຊ້ລະບົບ AI ເຂົ້າຊ່ວຍໃນການຖ່າຍຮູບພາບ ແລະ ປະມວນຜົນ ດ້ວຍການຫຼຸດ Noise ລົງ, ປັບແສງຂອງຮູບພາບທີ່ເຮົາຖ່າຍໃຫ້ງາມຂຶ້ນ, ຊ່ວຍໃນເລື່ອງຂອງລະບົບກັນສັ້ນວີດີໂອ ແລະ ຍັງຊ່ວຍໃນການປັບແຕ່ງຮູບພາບອີກດ້ວຍ, ເຖິງຢ່າງໃດກໍຕາມ ລະບົບ AI ຍັງມີຂີດຈຳກັດຂອງມັນຢູ່ ເຊິ່ງຍັງອາດຈະຕ້ອງໄດ້ມີການພັດທະນາຂຶ້ນຕໍ່ໄປເລື້ອຍໆ ເພື່ອໃຫ້ດີຂຶ້ນກວ່າເກົ່າ.

່ກ່ອນໜ້ານີ້ທາງ Sony ກໍໄດ້ອອກມາບອກວ່າ ກ້ອງໂທລະສັບໃນອະນາຄົດຈະຖ່າຍຮູບໄດ້ດີກວ່າກ້ອງດິຈິຕອນ ໃນອີກບໍ່ດົນນີ້ ໂດຍທາງ Sony ໄດ້ຂໍເວລາອີກພຽງແຕ່ 2 ປີ ໃນການພັດທະນາ ໃຫ້ມັນເປັນຈິງໄດ້ຕາມທີ່ໄດ້ກ່າວໄປ.

Judd Heape ໜຶ່ງໃນຮອງປະທານບໍລິສັດ Qualcomm ກໍຍັງໄດ້ບອກວ່າ ອະນາຄົດຂອງກ້ອງໂທລະສັບ ຈະມີລະບົບ AI ເປັນຕົວການຫຼັກທີ່ຈະເຮັດໃຫ້ມັນມີຄວາມສາມາດທີ່ເໜືອກກວ່າກ້ອງດິຈິຕອນ ໂດຍ Heape ໄດ້ອະທິບາຍລະບົບການເຮັດວຽກຂອງລະບົບ AI ດ້ານການຖ່າຍຮູບຈະແບ່ງອອກເປັນ 4 ຂັ້ນຕອນຄື:

  • ລະບົບ AI ຈະແຍກວ່າ ສິ່ງທີ່ເຫັນໃນຮູບພາບປະກອບມີຫຍັງແນ່ ແລະ ສະພາບແວດລ້ອມເປັນແນວໃດ.
  • ລະບົບ AI ຈະເຂົ້າມາຈັດການຟີເຈີ 3A ປະກອບມີ Auto-focus, Auto-white balance, Auto-exposure.
  • ລະບົບ AI ເຂົ້າໃຈເຖິງຄວາມແຕກຕ່າງຂອງສາກທິວທັດ (Scene) ແຕ່ລະສ່ວນຮູບພາບ.

ປະຈຸບັນ ລະບົບ AI ສຳລັບການຖ່າຍຮູບຍັງມີແຕ່ 3 ຂັ້ນຕອນທີ່ກ່າວມາຂ້າງເທິງເທົ່ານັ້ນ ເຊິ່ງສ່ວນທີ່ 4 ຈະເປັນຂັ້ນຕອນທີ່ລະບົບສາມາດປະມວນຜົນໂດຍລວມທັງໝົດ ເຮັດໃຫ້ສາມາດປັບແຕ່ງຮູບພາບໄດ້ຕາມທີ່ຕ້ອງການ, ໃນອະນາຄົດເຮົາຕ້ອງມາເບິ່ງວ່າ ກ້ອງໂທລະສັບຈະພັດທະນາໄປໄກເທົ່າໃດ ແຕ່ຕາມທີ່ເຫັນຈາກການປ່ຽນແປງໃນປັດຈຸບັນ ກໍມີການປ່ຽນແປງໄປຫຼາກຫຼາຍ ແລະ ວ່ອງໄວພໍສົມຄວນ.

ຂໍ້ມູນຈາກ: droidsans

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...