Saturday, November 1, 2025
Kbank Laos โอน รับ จ่าย

“ຜ້າປຽວຄຸມຫົວ” ຂອງແທນໃຈໃຫ້ຄົນຮັກ ຊົນເຜົ່າໄຕ໋ດຳ.

“ຜ້າປຽວ” ເປັນຜ້າຄຸມຫົວຂອງຊົນເຜົ່າໄຕ໋ດຳ ເປັນສິ່ງມີຄວາມສຳຄັນດ້ານຈິດໃຈ ສຳລັບແມ່ຍິງເຜົ່າໄຕ໋ດຳ ເພາະໃຊ້ເປັນຂອງແທນໃຈ ແລະ ຍັງເປັນສ່ວນໜຶ່ງໃນເຄື່ອງນຸ່ງ ອັນເປັນເອກະລັກ ຄວາມງາມຂອງແມ່ຍິງໄຕ໋ດຳ ດັ່ງນັ້ນ, ແມ່ຍິງໄຕ໋ດຳ ສະໄໝກ່ອນຈຶ່ງຕ້ອງຕ່ຳ ແລະ ປັກລາຍ “ຜ້າປຽວ” ເປັນທຸກຄົນ ເພື່ອສະແດງເຖິງສີມື ຂອງແມ່ຍິງຄົນນັ້ນ ລວມທັງຄວາມດຸໝັ່ນ ແລະ ຄວາມເປັນແມ່ສີເຮືອນ.

ວັດທະນາທຳດັ່ງເດີມ ຂອງຊົນເຜົ່າໄຕ໋ດຳ ຈະຖືວ່າ ຜ້າປຽວ ເປັນຕົວຊີ້ວັດ ຄວາມເປັນກຸນລະສະຕຣີ, ຄວາມເປັນແມ່ຍິງ, ດັ່ງນັ້ນ ຜ້າປຽວ ຈຶ່ງເປັນສ່ວນໜຶ່ງໃນການແຕ່ງຕົວ ທີ່ຊ່ວຍເສີມຄວາມງາມ ໃນດ້ານຈິດໃຈ, ນອກຈາກນີ້ ຜ້າປຽວ ຍັງເປັນຂອງທີ່ລະນຶກ, ຂອງຂັວນແທນໃຈທີ່ແມ່ຍິງໃຫ້ກັບຄົນຮັກ ເພື່ອບົງບອກເຖິງຄວາມຮັກ, ຄວາມໃນໃຈຂອງຍິງສາວ.

ການຕ່ຳ ຜ້າປຽວ ຕ້ອງຜ່ານຂະບວນການຫຼາຍຂັ້ນຕອນທີ່ຊັບຊ້ອນ ໂດຍຕ້ອງເປັນຜ້າສີຂາວຕ່ຳມື ຍາວປະມານໜຶ່ງວາແຂນ ເມື່ອໄດ້ຜ້າຂາວທີ່ພໍໃຈແລ້ວ ກໍຮອດຂັ້ນຕອນການຍ້ອມສີ  ໂດຍໃຊ້ໃບຈ່າມ ຍ້ອມໃຫ້ເປັນຜ້າດຳ ນອກຈາກຍ້ອມຜ້າແລ້ວ ກໍຕ້ອງຍ້ອມໄໝທີ່ຈະໃຊ້ແສ່ວ ດ້ວຍສີທຳມະຊາດ ທີ່ໄດ້ຈາກດອກໄມ້ ຫຼື ໃບໄມ້.

ສ່ວນດ້ານຄວາມເຊື່ອ ຜ້າປຽວ ໃຊ້ເປັນຂອງໄຫວ້ໃນພິທີຂອບໃຈ, ວິທີບູຊາຜີເຮືອນຝ່າຍແມ່, ໃຊ້ປະກອບພິທີເສັນບ້ານ-ເສັນເມືອງ, ຜູ້ເຖົ້າຜູ້ແກ່ ຍັງເລົ່າອີກວ່າ ຜ້າປຽວ ມີຄວາມສຳຄັນຫຼາຍ ຕໍ່ຊີວິດເຜົ່າໄຕ໋ດຳ ແມ່ຍິງກ່ອນອອກເຮືອນ (ກ່ອນແຕ່ງດອງໄປຢູ່ເຮືອນຜົວ) ຕ້ອງຕ່ຳ ຜ້າປຽວ ໃຫ້ໄດ້ຢ່າງໜ້ອຍ 30 ຜືນ, ເພື່ອມອບໃຫ້ພໍ່ແມ່ ແລະ ຍາດພີ່ນ້ອງຝ່າຍຊາຍ.

“ຜ້າປຽວ” ບໍ່ພຽງແຕ່ເສີມແຕ່ງຄວາມງາມໃຫ້ແມ່ຍິງ ແຕ່ຍັງມີຄວາມໝາຍ ທາງດ້ານຈິດໃຈ ຫາກຄົນໃດຄົນໜຶ່ງ ໃນຄູ່ສາມີພັນລະຍາເສຍຊີວິດໄປ ຈະໃຊ້ເຄິ່ງໜຶ່ງຂອງຜືນຜ້າປຽວ ຄຸມໜ້າຄົນຕາຍ ຄົນເປັນຕ້ອງເກັບຮັກສາອີກເຄິ່ງໜຶ່ງເອົາໄວ້ໃຫ້ດີ, ເມື່ອຕາຍຈະໃຊ້ຄຸມໜ້າເຊັ່ນກັນ ເພື່ອໃຫ້ທັງສອງຄົນພົບເຈີກັນເທິງສະຫວັນ.

ເມື່ອສັງຄົມປ່ຽນໄປ ເຄື່ອງແຕ່ງກາຍມີຄວາມທັນສະໄໝຂຶ້ນ ເຊິ່ງສົ່ງຜົນຕໍ່ການອະນຸລັກຊຸດໄຕ໋ດຳພື້ນເມືອງ ແຕ່ຢ່າງໃດກໍຕາມ ຜ້າປຽວ ຍັງມີຄວາມສຳຄັນ ແລະ ຂາດບໍ່ໄດ້ໃນຊີວິດຈິດໃຈຂອງຊົນເຜົ່າໄຕ໋ດຳ.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.