ຂໍຂອບໃຈນຳຜູ້ສະໜັບສະໜູນ

ທ່ານ ໂຈມ​ແຍງ ແພງ​ທອງ​ສະ​ຫວັດ ຫົວ​ໜ້າ​ຫ້ອງ​ການ ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ການ​ແກ້​ໄຂ​ບັນ​ຫາ​ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ ໄດ້ໃຫ້ຮູ້ວ່າ ໄລຍະເວລາ 26 ປີຜ່ານມາ ສາມາດກູ້ລະເບີດຈາກສົງຄາມໄດ້ແຕ່ 1% ເທົ່ານັ້ນ ຍັງເຫຼືອອີກ 99% ຖ້າ​ທຽບ​ໃສ່​ພື້ນ​ທີ່ໆໄດ້​ຮັບ​ຜົນ​ກະ​ທົບ ເຊິ່ງຈາກການວິເຄາະແມ່ນ ເປັນ 87 ພັນ​ກິ​ໂລ​ຕາ​ແມັດ ແລະ ພວກ​ເຮົາໄດ້​​ສະ​ເລ່ຍ​ໃສ່​ຈຳ​ນວນ​ປີ ​ຍັງ​ອີກ 1.860 ປີ ຈຶ່ງ​ສາ​ມາດ​ບັນ​ລຸ​ການ​ສຳ​ຫຼວດກວດ​ກູ້ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ ໄດ້​ທັງ​ໝົດ.

ການ​ສຳຫຼວດ​ການກວດ​ກູ້ ແລະ ການ​ຊ່ວຍ​ເຫຼືອ​ຜູ້​ຖືກ​ເຄາະ​ຮ້າຍ ແລະ ຄຽງ​ຄູ່​ກັນ​ນັ້ນ​ຍັງ​ໄດ້​​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​​ທຸກ​ອົງ​ການ​ທີ່ປະ​ຕິ​ບັດ​ງານ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ທີ່​ມີ​ຈຸດ​ປະ​ສົງ​​ທີ່ຈະແກ້ໄຂ​ບັນ​ຫາ​ລະ​ເບີດບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ ເພື່ອ​ເປັນ​ການ​ພັດ​ທະ​ນາເສດ​ຖະ​ກິດ-ສັງ​ຄົມ ເປັນ​ການ​ພັດ​ທະ​ນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ລ​າວ​ບັນ​ດາ​ເຜົ່າ.

ແຂວງ​ສາ​ລະ​ວັນ ຍັງເປັນ​ແຂວງ​ທີ່​ລະ​ເບີດ​ຕົກ​ຄ້າງ​ເປັນອັນ​ດັບ 4 ຂອງ​ປະ​ເທດ ການ​ເຄື່ອນ​ໄຫວ​ໃນ​ຄັ້ງ​ນີ້​ເຫັນ​ວ່າບັນ​ດາ​ປະ​ເທດ​ຜູ້​ໃຫ້​ທຶນມີ​ຄວາມ​ສົນ​ໃຈ ໃນ​ການ​ຈັດ​ຕັ້ງ​ການ​ຢ້ຽມ​ຍາມ ​ການ​ຕິດ​ຕາມ​ເບິ່ງ​ຕົວ​ຈິງ ໃນ​ການ​ເຄື່ອນ​ໄຫວ​ການ​ໂຄ​ສະ​ນາສຶກ​ສາ​ຄວາມ​ສ່ຽງ​ໄພ ຊຶ່ງ​ເປັນ​ມາດ​ຕະ​ການ​ຕົ້ນ​ຕໍ​ໜຶ່ງເຮັດ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ ເຮັດ​ໃຫ້​ນ້ອງໆ​ນັກ​ຮຽນ​ເຂົ້າ​ໃຈ ແລະ ຮູ້​ວິ​ທີຫຼີກ​ລ່ຽງ​ຈາກ​ການ​ເກີດ​ອຸ​ບັດເຫດ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ນອກນັ້ນ, ຈະ​ໄດ້​ສຸມ​ໃສ່​ການ​ຈັດ​ຕັ້ງ​ການ​​ກຳ​ນົດບຸ​ລິ​ມະ​ສິດ​ໃນ​ການ​ສຳ​ຫຼວດກວດ​ກູ້ ແລະ​ເຮັດ​ໃຫ້​ການກວດ​ກູ້​ມີ​ປະ​ສິດ​ທິ​ພາບ ແລະ ປະ​ສິດ​ທິ​ຜົນ​ຂຶ້ນ​ຕື່ມ​ ໃນ​ແຕ່​ລະ​ປີພວກ​ເຮົາ​ກໍໄດ້​ສົມ​ທົບ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຈັດ​ຕັ້ງ​ການ​ລະ​ດົມ​ທຶນ​ຜ່ານກອງ​ປະ​ຊຸມ​ຕ່າງໆ ການ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ຕ່າງໆ ພວກ​ເຮົາ​ຍັງ​ໄດ້​ເຊີນ​ຜູ້​ໃຫ້​ທຶນ​ຕ່າງໆ​ມາ​ເບິ່ງ​ຕົວ​ຈິງ.

ທີ່ມາ: ປະຊາຊົນ

Hits: 15

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້