Saturday, March 22, 2025

ທູດໄທ ແນະນຳນັກລົງທຶນ! ຖ້າແມ່ນໃຫ້ຟ້າວເຂົ້າມາ ຢ່າລັງເລໃຈ.

ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະຣາຊະທູດໄທ ປະຈຳ ນະຄອນຫຼວງ ວຽງຈັນ ສປປ ລາວ ກ່າວກັບຕົວແທນພາກເອກະຊົນໄທ ທີ່ງານລ້ຽງອຳລາໃນໂອກາດ ກະສຽນອາຍຸທາງຣາຊະການເມື່ອໄວໆນີ້ ໂດຍມີໃຈຄວາມຕອນໜຶ່ງ ທີ່ໄດ້ແນະນຳນັກລົງທຶນໄທ ທີ່ມີຄວາມສົນໃຈໃນຕະຫຼາດລາວ ເຊິ່ງໄດ້ລະບຸວ່າ “ນັກລົງທຶນຄວນເຂົ້າມາສຶກສາ ແລ້ວຕັດສິນໃຈຢ່າງວ່ອງໄວ ຖ້າຫາກພົບວ່າເໝາະກັບທຸລະກິດຂອງຕົນແລ້ວ ກໍຢ່າລັງເລໃຈ ເພາະອາດເສຍໂອກາດໄດ້ງ່າຍ” ນອກຈາກນີ້ ທ່ານທູດ ຍັງເນັ້ນຕື່ມວ່າ ການຂົນສົ່ງລະບົບລາງທີ່ເກີດຂຶ້ນໃນປີນີ້ ແມ່ນປັດໄຈສຳຄັນຂອງປະເທດລາວ ທີ່ຈະພິກບົດບາດຂອງລາວ ໃນບັນດາປະເທດລຸ່ມແມ່ນ້ຳຂອງ.

“ຖ້າຈະເວົ້າກັນແທ້ໆແລ້ວ ໂຄງການທີ່ສຳຄັນທີ່ສຸດກໍຄື ລົດໄຟ ລາວ-ຈີນ ເພາະຖືວ່າເປັນ Game Changer ສຳລັບລາວ ແລະ ສຳລັບອານຸພາກພື້ນແມ່ນ້ຳຂອງ ເພາະວ່າເຮັດໃຫ້ພູມິພາກນີ້ ມີທາງລົດໄຟທີ່ເຊື່ອມຕໍ່ໄປເຖິງຕະຫຼາດທີ່ໃຫຍ່ທີ່ສຸດຂອງໂລກ ໃນເວລາ 10-12 ຊົ່ວໂມງ ເຊິ່ງເຮັດໃຫ້ຂໍ້ຈຳກັດຂອງການພັດທະນາ ສປປ ລາວ ຄືການທີ່ບໍ່ມີເສັ້ນທາງອອກທະເລ ຊ້ຳພັດເປັນການເຂົ້າເຖິງຕະຫຼາດໄດ້ໂດຍບໍ່ຈຳເປັນຕ້ອງມີທ່າເຮືອ ແຕ່ກໍຍັງມີຄວາມສາມາດເຊື່ອໄປຫາທ່າເຮືອໄດ້ອີກ ແລະ ຍັງເຮັດໃຫ້ປະເທດໃນອານຸພາກພື້ນແມ່ນ້ຳຂອງ ທັງໝົດ ຈະໄດ້ໃຊ້ປະໂຫຍດຮ່ວມກັນໄດ້ນຳອີກ” ທ່ານ ເຈດສະດາ ກ່າວ. ພ້ອມທັງເນັ້ນຕື່ມອີກວ່າ ການປ່ຽນແປງນີ້ ເປັນສິ່ງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ຈຶ່ງເຮັດໃຫ້ການພັດທະນາ ສປປ ລາວ ປ່ຽນແປງໄປໄດ້ຫຼາຍ.

ພ້ອມກັນນັ້ນ, ຍັງໄດ້ໃຫ້ຄຳແນະນຳ ສຳລັບນັກທຸລະກິດ ແລະ ນັກລົງທຶນ ທີ່ສົນໃຈເຮັດທຸລະກິດໃນລາວ ອີກວ່າ ການທີ່ ສປປ ລາວ ເປັນປະເທດທີ່ຢູ່ຕິດກັບ ໄທ ອາດເຮັດໃຫ້ນັກລົງທຶນໄທຄິດວ່າ ເຂົ້າມາລົງທຶນ ເມື່ອໃດກໍໄດ້ ແຕ່ດ້ວຍປັດໄຈໃນປັດຈຸບັນ ທີ່ເຮັດໃຫ້ໂລກເຄື່ອນຕົວໄວ ການໃຊ້ຄຳວ່າ “ເມື່ອໃດກໍໄດ້” ຈະກາຍເປັນ “ໝົດໂອກາດ” ໄດ້ຢ່າງວ່ອງໄວ.

“ທຸລະກິດໄທເອງ ຕ້ອງພະຍາຍາມສຶກສາໃຫ້ດີ ແລະ ເບິ່ງວ່າ ເຮົາຈະເຮັດແນວໃດ ເພາະໄທ ກັບ ລາວ ນັ້ນຕິດກັນ ເມື່ອເຫັນໂອກາດແລ້ວ ສິ່ງທຳອິດຄືຕ້ອງມາສຶກສາໃຫ້ເຫັນວ່າໂອກາດຢູ່ບ່ອນໃດ ແລ້ວໄປເບິ່ງວ່າ ເຮົາພ້ອມຊ່ຳໃດ ຄວາມຕ້ອງການຂອງເຮົາກົງກັນຊ່ຳໃດ ແລ້ວຖ້າແມ່ນ ກໍຄືຟ້າວດຳເນີນການ ຢ່າປ່ອຍໃຫ້ຄວາມຮູ້ສຶກວ່າ “ເມື່ອໃດກໍໄດ້” ເຂົ້າມາຄອບງຳ ເພາະຈະເຮັດໃຫ້ເຮົາເສຍໂອກາດ” ທ່ານ ເຈດສະດາກ່າວ.

ນອກຈາກດ້ານເສດຖະກິດແລ້ວ ເອກອັກຄະຣາຊະທູດໄທ ຍັງໄດ້ໃຫ້ສຳພາດ ກັບ ອິນໄຊລາວ ເພີ່ມເຕີມອີກວ່າ: ຈຸດແຂງທີ່ເຮັດໃຫ້ບໍ່ມີຄູ່ປະເທດໃດຄື ລາວ ກັບ ໄທ ກໍຄື ຄວາມສຳພັນໃນພາກປະຊາຊົນ ກັບ ປະຊາຊົນ ເພາະບໍ່ແມ່ນພຽງແຕ່ພາສາ ແຕ່ລວມເຖິງທາງດ້ານວັດທະນະທຳ, ສາສະໜາ ແລະ ການຮ່ວມເປັນເຄືອຍາດສອງຝັ່ງຂອງທີ່ໄປມາຫາສູ່ກັນຕະຫຼອດເວລາ ເຊິ່ງລ້ວນເປັນພື້ນທີ່ເຂັ້ມແຂງຂອງ 2 ປະເທດ ໃນການຮ່ວມກັນພັດທະນາບຸກຄະລາກອນ ແລະ ເປັນສຳພັນທະພາບທີ່ແໜ້ນແຟ້ນກັນ ໂດຍທຳມະຊາດອີກດ້ວຍ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່