Monday, April 21, 2025

ເຮັດເປັນຂະບວນການ! ປກສ ແຂວງ ບໍ່ແກ້ວ ມ້າງຄະດີລາຍໃຫຍ່ ພ້ອມຂອງກາງຢາບ້າ 33 ລ້ານກວ່າເມັດ ແລະ ຢາໄອສ໌ 500 ກິໂລ

ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ ໃນວັນທີ 23 ກັນຍາ 2022 ທີ່ຜ່ານມາ ສາມາດມ້າງຄະດີຢາເສບຕິດລາຍໃຫຍ່ໄດ້ ແລະ ສາມາດຈັບຜູ້ຖືກຫາ ໄດ້ 3 ຄົນ ລວມມີຂອງກາງ ຢາບ້າ 33.500.000 ເມັດ, ຢາໄອສ໌ 500 ກິໂລກຼາມ, ເຄຕາມິນ 1 ກິໂລກຼາມ ແລະ ເຄື່ອງຂອງກາງອີກຈຳນວນໜຶ່ງ ໄປດຳເນີນຄະດີ.

ໃນເບື້ອງຕົ້ນ ເຈົ້າໜ້າທີ່ສາມາດຈັບ ທ້າວ ສົມຫວັງວາ ອາຍຸ 34 ປີ ແລະ ນາງ ເຢັງຢາງ ອາຍຸ 18 ປີ (ຜົວ- ເມຍ) ທັງສອງ ຢູ່ບ້ານຮົ່ມເຢັນ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ໃນເວລາທີ່ຈັບເປົ້າໝາຍ ກໍໄດ້ກວດຄົ້ນລົດກະບະຣີໂວ້ ສີຂາວ ບໍ່ຕິດປ້າຍທະບຽນ ໄດ້ພົບຂອງກາງຢາບ້າ 300.000 ເມັດ ຊຸກເຊື່ອງຢູ່ໃນທ້າຍລົດກະບະຣີໂວ້ ຂອງພວກກ່ຽວ.

ຜ່ານການສອບສວນ ທ້າວ ສົມຫວັງວາ ໄດ້ໃຫ້ການຊັດທອດ ຫາຜູ້ທີ່ຮ່ວມຂະບວນການຄ້າຂາຍຢາເສບຕິດຮ່ວມກັນອີກ 2 ຄົນ ຊື່ ທ້າວ ດວງແກ້ວ ແລະ ທ້າວ ອາລຸນ ທັງສອງຢູ່ບ້ານສີບຸນເຮືອງ ເມືອງຕົ້ນເຜິ້ງ. ຈາກນັ້ນ,ເຈົ້າໜ້າທີ່ ໄດ້ສົມທົບກັບພາກ ສ່ວນທີ່ກ່ຽວຂ້ອງ ເຂົ້າກວດຄົ້ນເຄຫະສະຖານຂອງພວກກ່ຽວ.

ຜ່ານການກວດຄົ້ນເຄຫະສະຖານຂອງທ້າວ ອາລຸນ ພົບເຫັນຢາບ້າ ຈຳນວນ 200.000 ເມັດ, ເຄຕາມິນ 1 ຖົງ ນໍ້າໜັກ 1 ກິໂລກຼາມ ແລະ ເຄື່ອງຂອງກາງມີຍານພາຫະນະ ຈຳນວນໜຶ່ງ ຈຶ່ງຢຶດໄວ້ເປັນຫຼັກຖານ, ສ່ວນຜູ້ກ່ຽວ ໄດ້ຫຼົບໜີ ກ່ອນເຈົ້າ ໜ້າທີ່ເຂົ້າກວດຄົ້ນ.

ຈາກນັ້ນ,ເຈົ້າໜ້າທີ່ ກໍໄດ້ເຂົ້າກວດຄົ້ນເຄຫະສະຖານຂອງທ້າວ ດວງແກ້ວ ພົບເຫັນຢາບ້າ ຈຳນວນ 33.000.000 ເມັດ ແລະ ຢາໄອສ໌ 500 ກິໂລກຼາມ ຊຸກເຊື່ອງຢູ່ໃນສາງມ້ຽນເຄື່ອງຂອງຜູ້ກ່ຽວ ຈຶ່ງໄດ້ກັກຕົວເປົ້າໝາຍອີກຄົນ ເປັນເມຍ ເຈົ້າຂອງເຮືອນ ຊື່ ນາງ ບ້ຳ ອາຍຸ 41 ປີ. ສ່ວນຜູ້ເປັນຜົວ ທີ່ເປັນເປົ້າໝາຍຖທກຊັດທອດ ໄດ້ໄຫວຕົວທັນແລ້ວຫຼົບໜີ ກ່ອນເຈົ້າໜ້າທີ່ເຂົ້າກວດຄົ້ນ ເຊິ່ງໃນປັດຈຸບັນເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວກສືບຕໍ່ໄລ່ຊອກໄລ່ຈັບຜູ້ທີ່ຖືກຊັດທອດ ມາດຳເນີນຄະດີຕາມກົດໝາຍ.

ທີ່ມາຂ່າວ: ປກສ ແຂວງບໍ່ແກ້ວ

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.