Saturday, January 25, 2025

28 ບ້ານ ຂອງແຂວງເຊກອງ ໄດ້ຮັບຜົນກະທົບຈາກໄພພິບັດ ລົມພະຍຸໂນຣຸ (Noru)

ຕາມການລາຍງານສະພາບຜົນກະທົບຈາກໄພພິບັດທາງທຳມະຊາດ ຂອງຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນແຂວງ ວັນທີ 27-29 ກັນຍາ 2022 ໃນທົ່ວແຂວງເຊກອງ ເປັນແຂວງໜຶ່ງທີ ່ໄດ້ຮັບຜົນກະທົບຈາກໄພພິບັດທາງທຳມະຊາດ ເນື່ອງຈາກໄດ້ມີລົມພາຍຸເຂດຮ້ອນ ໂນຣຸ (Noru) ຫົວທີ 16 ເຂົ້າພັດຜ່ານ ແຂວງເຊກອງ ແລະ ໄດ້ສົ່ງຜົນກະທົບ ໂດຍກົງຕໍ່ປະຊາຊົນ ພາຍໃນແຂວງ.

ເປັນຕົ້ນແມ່ນມີ ນໍ້າຖ້ວມຂັງ, ນ້ຳປ່າໄຫຼຊຸ, ດິນເຊາະເຈື່ອນຖົມເສັ້ນທາງ, ໄດ້ຮັບຜົນກະທົບນໍ້າຖ້ວມພື້ນທີ່ຢູ່ອາໃສ, ເຮືອນ, ວັດຖຸສິ່ງຂອງອື່ນໆ, ເນື້ອທີ່ທຳການຜະລິດ, ສັດລ້ຽງຂອງ ພໍ່ແມ່ປະຊາຊົນ, ໂຮງຮຽນ, ລະບົບຊົນລະປະທານ. ລະບົບນ້ຳລິນ ແລະ ເຮັດໃຫ້ພໍ່ແມ່ປະຊາຊົນມີຄວາມຫ້ຍຸ້ງຍາກໃນການດຳລົງຊີວິດປະຈຳວັນ.

ໃນນີ້, ເມືອງກະລຶມ ແລະ ເມືອງດາກຈຶງ ເປັນເມືອງທີ່ ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ເນື່ອງຈາກມີຊາຍເເດນຕິດກັບ ປະເທດ ສສ ຫວຽດນາມ ຊຶ່ງເປັນເຂດທີ່ມີລົມພາຍຸພັດຜ່ານ, ເຊິ່ງໄດ້ສົ່ງຜົນກະທົບຕໍ່ປະຊາຊົນໂດຍກົງ, ລວມມີ 28 ບ້ານ, ສູນຫາຍ 1 ຄົນ (ເມືອງດາກຈຶງ), ເສັ້ນທາງ 20 ເສັ້ນ, ລະບົບນໍ້າລິນ 1 ແຫ່ງ, ໄຟຟ້າ 1 ຈຸດ.

ຊຶ່ງຜົນກະທົບຈາກໄພພິບັດຄັ້ງນີ້ ໄດ້ສົ່ງຜົນເສຍຫາຍໃຫ້ກັບ 4 ຕົວເມືອງຄື: ເມືອງລະມາມ ມີ 7 ບ້ານ, ນໍ້າຖ້ວມຂັງ 4 ຈຸດ, ເສັ້ນທາງສັນຈອນບໍ່ໄດ້ 2 ເສັ້ນ;  ເມືອງທ່າແຕງ ມີ 6 ບ້ານ, ນໍ້າຖ້ວມພື້ນທີ່ການຜະລິດ, ເສັ້ນທາງ 2 ຈຸດ, ເມືອງກະລຶມ ໄດ້ຮັບຜົນກະທົບ 10 ບ້ານ, ລະບົບໄຟຟ້າ 1 ຈຸດ, ລະບົບນ້ຳລິນໃຊ້ການບໍ່ໄດ້ບາງຈຸດ. ດິນເຊາະເຈື່ອນ ຖົມທາງ 9 ເສັ້ນ, ເມືອງດາກຈຶງ ໄດ້ຮັບຜົນກະທົບ 5 ບ້ານສູນຫາຍ 1 ຄົນ, ລະບົບໄຟຟ້າ 1 ຈຸດ, ລະບົບນໍ້າລິນໃຊ້ການບໍ່ໄດ້ບາງຈຸດ, ດິນເຊາະເຈື່ອນຖົມທາງ 7 ເສັ້ນ (ບໍ່ສາມາດໄປມາໄດ້), ສໍາລັບຂໍ້ມູນຜົນກະທົບ-ຜົນເສຍຫາຍບໍ່ທັນຮູ້ອັນລະອຽດເທື່ອ ຈະມີການລາຍງານໃຫ້ຮັບຊາບພາຍຫຼັງ.

ສຳລັບມາດຕະການແກ້ໄຂ ການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ ຂັ້ນແຂວງໄດ້ອອກແຈ້ງການຂໍ້ມູນຂ່າວສານເຕືອນໄພລ່ວງໜ້າ ໃຫ້ປະຊາຊົນຮັບຮູ້ເພື່ອກຽມຄວາມພ້ອມຕອບໂຕ້ ແລະ ຮັບມືກັບເຫດການຕ່າງໆໃຫ້ທັນກັບສະພາບການ; ໄດ້ລົງກູ້ໄພຊ່ວຍເຫຼືອສຸກເສີນ ປະຊາຊົນທີ່ປະສົບເຄາະຮ້າຍຈາກລົມພະຍຸ ແລະ ນ້ຳປາໄຫຼຫຼາກ, ໂດຍນໍາໃຊ້ເຮືອກູ້ໄພ ຊ່ວຍເຫຼືອຍົກຍ້າຍບຸກຄົນທີ່ຖືກນໍ້າຖ້ວມ ໄປຢູ່ບ່ອນປອດໄພ.

ນອກນັ້ນ, ຍັງໄດ້ແຕ່ງຕັ້ງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ ປະຈຳການ 24 ຊົ່ວໂມງ, ຕິດຕາມ ແລະ ເຝົ້າລະວັງ ພະຍຸໂນຣຸ ເພື່ອກຽມພ້ອມຮັບມື ແລະ ຕອບໂຕ້; ໄດ້ຮັບງົບປະມານການຊ່ວຍເຫຼືອຈາກຂັ້ນແຂວງ ເປັນເງິນສົດ ຈຳນວນ 40 ລ້ານກີບ  ເພື່ອນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງໄພພິບັດ ແລະ ໃຫ້ການຊ່ວຍເຫຼືອຜູ້ທີ່ປະສົບໄພພິບັດໃນເບື້ອງຕົ້ນ.

ຂ່າວຈາກ: ພຸດທະສອນ

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ