Friday, March 21, 2025

ຕ້ອນຮັບ! ທ່ານນາງ ດຣ ໂຣຢິງຣູ ແຈັກກະຣິນ ຜູ້ຕາງຫນ້າອົງການອະນະໄມໂລກ ປະຈຳລາວຄົນໃຫມ່

ທ່ານນາງ ດຣ ໂຣຢິງຣູ ແຈັກກະຣິນ ໄດເເຂົ້າຮັບຕໍາແໜ່ງຜູ້ຕາງຫນ້າອົງການອະນະໄມໂລກ ປະຈຳລາວຄົນໃຫມ່ ໃນໂອກາດທີ່ທ່ານມາຮັບຫນ້າທີ່ໃຫມ່ເປັນຜູ້ຕາງຫນ້າອົງການອະນະໄມໂລກຄົນໃຫມ່ ເພື່ອປະຕິບັດຫນ້າທີ່ເປັນປະທານຮ່ວມຂອງຄະນະກຳມະທິການດັ່ງກ່າວ ເຊິ່ງໄດ້ຮັບການຕ້ອນຮັບຈາກທ່ານ ຮສ ດຣ ພູທອນເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໃນຖານະທີ່ເປັນປະທານຄະນະກຳມະທິການປະສານງານຂອງປະເທດລາວສຳລັບທຶນຊ່ວຍເຫລືອລ້າຈາກກອງທຶນໂລກ.

ທ່ານນາງ ດຣ ໂຣຢິງຣູ ແຈັກກະຣິນ ໄດເເຂົ້າຮັບຕໍາແໜ່ງຜູ້ຕາງຫນ້າອົງການອະນະໄມໂລກ ປະຈຳລາວຄົນໃຫມ່ ໃນໂອກາດທີ່ທ່ານມາຮັບຫນ້າທີ່ໃຫມ່ເປັນຜູ້ຕາງຫນ້າອົງການອະນະໄມໂລກຄົນໃຫມ່ ເພື່ອປະຕິບັດຫນ້າທີ່ເປັນປະທານຮ່ວມຂອງຄະນະກຳມະທິການດັ່ງກ່າວ ເຊິ່ງໄດ້ຮັບການຕ້ອນຮັບຈາກທ່ານ

ນັບແຕ່ປີ 2003 ເປັນຕົ້ນມາກອງທຶນໂລກໃຫ້ການສະຫນັບສະຫນູນດ້ານງົບປະມານຊ່ວຍເຫືລອລາວມາຕະຫລອດ ເພື່ອຫລຸດຜ່ອນ ແລະກ້າວໄປເຖິງການຢຸດຕິພະຍາດເອສ, ວັນນະໂລກ ແລະໄຂ້ມາລາເລຍ ຢູ່ໃນ ສປປ ລາວ ,ເຊິ່ງໄດ້ຕິດພັນກັບເບົ້າຫມາຍສະຫັດສະວັດທີ່ຍືນຍົງເຖິງປີ 2030, ເຊີງອິກ 3 ປີ ຈະຕ້ອງໄດ້ທົບທວນຄືນ ຕົວຊີ້ວັດ, ຄວາມຄືບຫນ້າຂອງໂຄງການ, ເພື່ອຮ່າງບົດສະເຫນີໂຄງການຂໍງົບປະມານສະຫນັບສະຫນູນໂຄງການຮອບໃຫມ່ ເພື່ອພັດທະນາສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນເທື່ອລະກ້າວໆ.

ທັງສອງຍັງໄດ້ປຶກສາຫາລືກັນໃນຫຼາຍນຫຼາຍບັນຫາເຊັ່ນ ການກະກຽມສ້າງບົດສະເຫນີໂຄງການເພື່ອສືບຕໍ່ຂໍທຶນຊ່ວຍເຫລືອຈາກກອງທຶນໂລກຮອບໃຫມ່ ໄລຍະແຕ່ ປີ 2024 ເຖິງ 2026, ຍຸດຖະສາດກອງທຶນໂລກ, ແຜນຕໍ່ສູ້ກັບການແຜ່ລະບາດຂອງພະຍາດເພື່ອສຸຂະພາບທີ່ດີ ແລະ ມີຄວາມສຸກຢູ່ໃນໂລກ, ເຊິ່ງໄດ້ກຳນົດວິໄສທັດ: “ໂລກທີ່ປະສະຈາກພະຍາດເອສ, ວັນນະໂລກ, ໄຂ້ຍຸງ ໂດຍມີຄວາມສະເໝີພາບ ແລະ ສຸຂະພາບ”.

ທີ່ມາ: Lao National Radio

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່